ບໍລິຄໍາໄຊ ມາດີບຸກຊະນະ ນະຄອນຫຼວງ ຫວຸດຫວິດນັດອຸ່ນເຄື່ອງ ກຽມລຸຍບານເຕະທົ່ວປະເທດ

176

ທີມບານເຕະຊາຍຂອງແຂວງບໍລິຄໍາໄຊ ສ້າງຜົນງານໄດ້ໂດດເດັ່ນ ບຸກເອົາຊະນະ ນະຄອນຫຼວງວຽງຈັນ 2-1 ການແຂ່ງຂັນນັດອຸ່ນເຄື່ອງ ປະຈໍາວັນທີ 28 ຕຸລາ 2020 ທີ່ສະໜາມກາງ ມະຫາວິທະຍາໄລແຫ່ງຊາດລາວ

ນັດດັ່ງກ່າວ ແຂວງບໍລິຄໍາໄຊ 2 ປະຕູຂຶ້ນນໍາຢ່າງໄວວາຈາກການຍິງຂອງ ເພັດສະຫມອນ ​ອີນທະວົງ ຈຸດໂທດນາທີໆ 6 ແລະ ບຸນເນົາ​ ນາທີໆ 12 ກ່ອນທີ່ ນະຄອນຫຼວງວຽງຈັນ ຈະມາໄດ້ປະຕູຕີໄຂ່ແຕກໃນເຄິ່ງເວລາທີ 2 ກ່ອນຈົບເກມ ບໍລິຄໍາໄຊ ເອົາຊະນະໄປຫວຸດຫວິດ 2-1

ສໍາລັບ ນັດນີ້ຖືເປັນການລອງທີມຂອງທັງສອງທີມ ກ່ອນທີ່ຈະລົງແຂ່ງຂັນຕົວຈິງໃນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີລະຫວ່າງວັນທີ 6-21 ພະຈິກ 2020 ທີ່ນະຄອນຫຼວງວຽງຈັນ

ສໍາລັບ ການແຂ່ງຂັນບານເຕະທົ່ວປະເທດຊີງຂັນ ວັນຊາດ ທີມຊາຍປະກອບມີ:
-ສາຍ ກ: ແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງໄຊສົມບູນ, ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ
-ສາຍ ຂ: ແຂວງຈໍາປາສັກ, ແຂວງອຸດົມໄຊ, ແຂວງວຽງຈັນ, ແຂວງຜົ້ງສາລີ ແລະ ແຂວງເຊກອງ

-ສາຍ ຄ: ແຂວງຫຼວງນໍ້າທາ, ແຂວງໄຊຍະບູລີ , ແຂວງຫຼວງພະບາງ ແລະ ແຂວງອັດຕະປື
-ສາຍ ງ: ແຂວງສະຫວັນນະເຂດ, ແຂວງບໍ່ແກ້ວ, ແຂວງບໍລິຄໍາໄຊ ແລະ ແຂວງຫົວພັນ
ຂ່າວ: ຄໍາສອນ; ຮູບ: ສົງການ