3 ບໍລິສັດໃຫຍ່ ຈັບມືເຊັນສັນຍາ ເຊື່ອມຕໍ່ລະບົບການຊຳລະ ຜ່ານ M Money ແນ່ໃສ່ອຳນວຍໃນການຊຳລະເງິນ

384

ເພື່ອແນ່ໃສ່ການອຳນວຍຄວາມສະດວກ ທັງເປັນການເພີ່ມທາງເລືອກໃໝ່ ສາມາດຕອບໂຈດໃຫ້ກັບຄົນຮຸ່ນໃໝ່ໃນຍຸກດີຈິຕອລ, ບໍ່ຈຳເປັນຕ້ອງພົກເງິນສົດ ແລະ ບັດເຄດິດອີກຕໍ່ໄປ ພຽງແຕ່ຫັນມາໃຊ້ແອັບ ບໍລິການ ເອັມມັນນີ M Money ກະເປົາເງິນເທິງມືຖື.

ໃນຕອນເຊົ້າ ຂອງ ວັນທີ 28 ຕຸລາ 2020 ທີ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ລະຫວ່າງ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ກັບ ບໍລິສັດ ພິທີທີ (ລາວ) ຈຳກັດ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ເພື່ອເຊື່ອມຕໍ່ລະບົບການຊຳລະຜ່ານ ບໍລິການ ເອັມມັນນີ ກະເປົາເງິນເທິງມືຖື, ໂດຍການເຂົ້າຮ່ວມຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການບໍລິສັດ ພີທີທີ ລາວ ຈຳກັດ, ທ່ານ ວີເພັດ ສີຫາຈັກຣ໌ ປະທານ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ທີ່ສຳນັກງານ ລາວ ໂທລະຄົມ.

ທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ປະຈຸບັນເຕັກໂນໂລຢີອຸດສາຫະກຳ 4.0 ບັນດາສະມາດເຊວິດຕ່າງໆໄດ້ມີການພັດທະນາຢ່າງກ້າວກະໂດດຖືກມານຳໃຊ້ເຂົ້າໃນການດຳເນີນທຸລະກິດ ແລະ ການດຳລົງຊີວິດປະຈຳວັນຂອງຄົນໃນສັງຄົມຫຼາຍຂຶ້ນ ໂດຍສະເພາະແມ່ນສະມາດເພເມັນ ທີ່ເຮົາເວົ້າກັນວ່າ ອີເວີເຣດ ກະເປົາເງິນໃນມືຖື ກຳລັງໄດ້ຮັບຄວາມນິຍົມຈາກສັງຄົມຢ່າງແຜ່ຫຼາຍ, ດັ່ງນັ້ນ ເອັມມັນນີ M Money ກະເປົາເງິນ ໃນມືຖືກໍ່ເປັນອີກບໍລິການໜຶ່ງຕາມວິໄສທັດຂອງກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ ໃນການຫັນເປັນອຸດສາຫະກຳທັນສະໄໝ ເປັນເຄື່ອງມືໜຶ່ງທີ່ຊ່ວຍຊຸກຍູ້ ແລະ ພັດທະນາເສດຖະກິດດິຈີຕອລ, ຫຼຸດຜ່ອນສັງຄົມທີ່ໃຊ້ເງິນສົດມາເປັນສັງຄົມທີ່ບໍ່ໃຊ້ເງິນສົດໃນທີ່ສຸດ, ແນໃສ່ໃຫ້ປະຊາຊົນພາຍໃນຕົວເມືອງ ແລະ ຊົນນະບົດ ສາມາດເຂົ້າາເຖິງໄດ້ງ່າຍ, ສະດວກ ແລະ ປອດໄພ, ມື້ນີ້ເປັນໂອກາດດີທີ່ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ໄດ້ຮັບຄວາມໄວ້ວາງໃຈເປັນຄູ່ຮ່ວມທຸລະກິດ ພ້ອມເຊັນສັນຍາຮ່ວມມືກັບ 2 ບໍລິສັດດັ່ງກ່າວ ເພື່ອໃນລູກຄ້າສາມາດໃຊ້ ເອັມມັນນີ M Money ສາມາດຊຳລະບັນດາບໍລິການໃນຮ້ານຄ້າຢູ່ບັນດາເຄື່ອຂ່າຍ ບໍລິສັດ ພິທີທີ ລາວ ຈຳກັດ ບໍ່ວ່າຈະເປັນການເຕີມນໍ້າມັນໃນປໍ້າ ພິທີທີ ໃນທົ່ວປະເທດ, ການປ່ຽນນ້ຳມັນເຄື່ອງ PTT Lubrican, ສູນບໍລິການລົດຍົນ Fit Auto, ສູນບໍລິການລົດຍົນ Pro Check, ຮ້ານ ຄ່າເຟ ອາເມຊອນ, ຮ້ານເຂົ້າປຽກປູປາກເຊ, ຮ້ານຊານົມໄຂ່ມຸກ ເພີລີ້ທີ ແລະ ບໍລິສັດ ລາວ ເບເວີເຣຊ ຈຳກັດຜູ້ດຽວ ທີ່ມີຮ້ານໃນເຄືອເຊັ່ນ: ຮ້ານອາຫານ MK (ສາຂາ 1 ແລະ ສາຂາ 2), ຮ້ານ Daiso ( ສາຂາ 1 ແລະ ສາຂາ 2 ), ຮ້ານ Miyazaki, ຮ້ານ Delilao Coffee ແລະ ຮ້ານ Hard Rock Cafe.

ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການບໍລິສັດ ພີທີທີ ລາວ ຈຳກັດ ໄດ້ກ່າວວ່າ: ການຮ່ວມມືເຊັນສັນຍາໃນມື້ນີ້ ເປັນການໃຫ້ການສະໜັບສະໜູນດ້ານການເງິນ ດິຈິຕອລເທິງມືຖື ຜ່ານແອັບພີເຄຊັນ M Money, ເນື່ອງຈາກບໍລິສັດພວກເຮົາໃຫ້ບໍລິການນໍ້າມັນ ແລະ ມີທຸລະກິດຄ້າຍ່ອຍ ລວມທັງໝົດ 51 ແຫ່ງ ມີທຸກແຂວງໃນລາວ, ທັງນີ້ກໍ່ເພື່ອເພີ່ມຊ່ອງທາງໃນການຊຳລະເງິນໃຫ້ກັບລູກຄ້າຂອງ ພີທີທີລາວ ມີຄວາມສະດວກໃນການຊຳລະເງິນ.

ທ່ານ ວີເພັດ ສີຫາຈັກຣ໌ ປະທານ ບໍລິສັດ ລາວ ເບເວເຣດຊ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ການເຊັນສັນຍາຮ່ວມມືໃນມື້ນີກໍ່ເປັນມິນິດໝາຍທີ່ດີໜຶ່ງຂອງບໍລິສັດ ລາວ ເບເວເຣດຊ ຈຳກັດຜູ້ດຽວ ທີ່ໄດ້ຮ່ວມສັນຍາກັບ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ ເຊິ່ງ M Money ເປັນເຕັກໂນໂລຢີໃໝ່ໃນການຊຳລະເງິນໃນການມາໃຊ້ບໍລິການໃນຮ້ານ MK, ຮ້ານ Daiso ( ສາຂາ 1, 2 ), ຮ້ານ Miyazaki, ຮ້ານ Delilao Coffee ແລະ ຮ້ານ Hard Rock Cafe ຄິດວ່າໃນຕໍ່ໜ້າຄົນໃນສັງຄົມຈະຫັນມາໃຊ້ການຊຳລະເງິນຜ່ານ M Money ຫຼາຍຂຶ້ນ.

ໃນພິທີເຊັນສັນຍາ ວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະຜ່ານ M Money ໃນຄັ້ງນີ້ ເປັນການຮ່ວມມື ລະຫວ່າງ 3 ບໍລິສັດດ້ວຍກັນ ຕາງໜ້າລົງນາມໂດຍ: ທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ; ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການບໍລິສັດ ພີທີທີ ລາວ ຈຳກັດ ແລະ ທ່ານ ວີເພັດ ສີຫາຈັກຣ໌ ປະທານ ບໍລິສັດ ລາວ ເບເວເຣດຊ ຈຳກັດຜູ້ດຽວ ພ້ອມມີບັນດາແຂກຖືກເຊີນທີ່ສຳຄັນເຂົ້າຮ່ວມເປັນສັກຂີພິຍານອີກດ້ວຍ.