ອອກມາແລ້ວ 20 ລາຍຊື່ນັກເຕະແຂວງຫົວພັນ ໃນແຂວງ 100% ລຸຍບານເຕະທົ່ວປະເທດ

132

ເປັນອີກໜຶ່ງແຂວງທີ່ໜ້າສົນໃຈສໍາລັບ ທີມບານເຕະແຂວງຫົວພັນ ໃນພາກເໜືອຂອງ ສປປ ລາວ ທີ່ຈະເຂົ້າຮ່ວມການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບລະຫວ່າງວັນທີ 6-21 ພະຈິກ 2020 ເຊິ່ງມາຮອດປັດຈຸບັນແມ່ນຄັດໄດ້ແລ້ວ 20 ນັກເຕະໂດຍແມ່ນນັກກີລາພາຍໃນແຂວງ 100%.

ທ່ານ ຫຼຽນສັນຕິ ໂຫຼຍຮັກ ຫົວໜ້າຄູຝຶກທີມບານເຕະຊາຍແຂວງຫົວພັນ ໃຫ້ສໍາພາດກັບທີມຂ່າວເສດຖະກິດ-ການຄ້າ ວ່າ: ຫຼັງໄດ້ຮັບແຈ້ງຈາກ ສະຫະພັນບານເຕະແຂວງ ກໍແຈ້ງເຖິງນັກກີລາໃນທົ່ວແຂວງ ເຂົ້າມາຮ່ວມເລືອກ ແລະ ມີນັກກີລາເຂົ້າຮ່ວມຄັດເລືອກ 50 ກວ່າຄົນ ມີທັງພະນັກງານ, ນັກຮຽນ ແລະ ນັກສຶກສາ ທົ່ວແຂວງເຂົ້າຮ່ວມຄັດເລືອກ ຈົນມາຮອດປັດຈຸບັນແມ່ນໄດ້ນັກກີລາຄົບຕາມໂຄຕ້າ 20 ຄົນເຂົ້າເກັບຕົວຝຶກຊ້ອມທີ່ສູນໃນເມືອງຊໍາເໜືອ ເປັນທີ່ຮຽບຮ້ອຍ.

“ ຄັ້ງນີ້ຖືເປັນປະສົບການຄັ້ງສໍາຄັນຂອງຂ້າພະເຈົ້າ ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຄູຝຶກ ຫຼັງຈາກທີ່ໄດ້ຈົບຄູລະດັບ C ລາຍເຊັນຂອງ ສະຫະພັນບານເຕະແຫ່ງຊາດລາວ ລຸຍລາຍການໃຫຍ່ໆເຊັ່ນນີ້, ສ່ວນນັກກີລາຊຸດນີ້ແມ່ນນັກກີລາພາຍໃນແຂວງ 100% ສ່ວນໃຫຍ່ກໍແມ່ນເກັບຕົວມາຈາກຊຸດກີລາແຫ່ງຊາດ ທີ່ເປັນພະນັກງານ, ນັກຮຽນ ແລະ ນັກສຶກສາ ພາຍໃນແຂວງ ເຊິ່ງມາຮອດປັດຈຸບັນແມ່ນໄດ້ເນັ້ນການຝຶກຊ້ອມດ້ານພາລະກໍາລັງເປັນສ່ວນໃຫຍ່ ” ຄູຝຶກທີມແຂວງຫົວພັນ ກ່າວ.

ທ່ານ ກ່າວອີກວ່າ: ແນ່ນອນວ່າ ພວກເຮົາຕ້ອງເຮັດວຽກໜັກ ເມື່ອເບິ່ງໃນກຸ່ມ ງ ຮ່ວມກັບ ທີມສະຫວັນນະເຂດ ທີ່ຖືວ່າເປັນຕົວເຕັງຂອງກຸ່ມພວກເຮົາເລີຍກໍວ່າໄດ້. ນອກນັ້ນ, ກໍຍັງມີ ບໍ່ແກ້ວ ແລະ ບໍລິຄໍາໄຊ ທີ່ພວກເຮົາຕ້ອງຍາດແຍ່ງໂອກາດເຂົ້າຮອບ. ຢ່າງໃດກໍຕາມ, ພວກເຮົາກໍເລັ່ງຝຶກຊ້ອມ ແລະ ພັດທະນາທີມຂຶ້ນໄປເລື້ອຍໆ ເພື່ອສ້າງຜົນງານໃຫ້ດີທີ່ສຸດ ເຖິງວ່ານັກກີລາຈະບໍ່ມີປະສົບການໃນລາຍການໃຫຍ່ໆ ແລະ ນີ້ຈະເປັນໂອກາດ ລວມເຖິງເປັນການປະກອບສ່ວນຄັ້ງສໍາຄັນ.

ສໍາລັບ ທ່ານ ຫຼຽນສັນຕິ ໂຫຼຍຮັກ ເປັນຊາວແຂວງບໍ່ແກ້ວ ເຄີຍເປັນນັກເຕະຂອງແຂວງບໍ່ແກ້ວ ກ່ອນໄປເຮັດວຽກທີ່ພະແນກສຶກສາທິການ ແລະ ກີລາແຂວງຫົວພັນ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ແລະ ກໍເປັນນັກເຕະພາຍໃນແຂວງຫົວພັນ ຈົນມາເຖິງປີ 2015 ສໍາເລັດການຝຶກອົບຮົມຄູຝຶກຂອງ ສະຫະພັນບານເຕະອາຊີ ( ເອເອັຟຊີ ) ທີ່ສະຫະພັນບານເຕະແຫ່ງຊາດລາວ ໃນນະຄອນຫຼວງວຽງຈັນ ກຽມພາທີມແຂວງຫົວພັນ ທົດສອບໃນລາຍການບານເຕະທົ່ວປະເທດ ໃນເດືອນໜ້ານີ້.

ສໍາລັບ 20 ລາຍຊື່ນັກເຕະຂອງທີມແຂວງຫົວພັນ ປະກອບມີ:
-ຜູ້ຮັກສາປະຕູ: ທ້າວ ອົວເຢັ່ງ ແລະ ບຸນມີໄຊ ອິນທະສອນ
-ກອງຫຼັງ: ພິດ ໄຊຍະສອນ, ບຸນ ພັນມີ, ອັອດ ມູນນີວົງ, ອາລຸນ ມູນນີວົງ, ກົງເພັດ ສິງທະວີໄຊ ແລະ ເຄນ ພູມະນີວົງ.
-ກອງກາງ: ຄໍາພອນ ຜິວວິໄລ, ຊໍາ ທິບພະຈັນ, ລັດຕະພອນ ມະນີວົງ, ສຸດາເພັດ ມາດາຈິດ, ວຽງຄອນສະຫວັນ ແລະ ສັງວິໄຊ.
-ກອງໜ້າ: ອາຕີ້ ແສນທອງດີ, ແສງເດືອນ, ໄຊນະກອນ ສີພາວອນ, ສຸລິວົງ ວິລະພອນ, ສົມຫວັງ ເພັງສະຫວັດ ແລະ ອຸ້ຍ ສີສົມພັນ.

ຂ່າວ: ຄໍາສອນ; ຮູບຈາກ: ທ່ານ ຫຼຽນສັນຕິ ໂຫຼຍຮັກ