ກົມກໍ່ສ້າງຮາກຖານ ລົງເຄື່ອນໄຫວເຮັດວຽກຢູ່ ວິທະຍາຄານກົມມະດໍາ

234

ວັນທີ 22 ຕຸລາ 2020 ກົມກໍ່ສ້າງຮາກຖານ ກະຊວງປ້ອງກັນປະເທດ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ວິທະຍາຄານ ກົມມະດໍານໍາໂດຍທ່ານ ພັນເອກ ປະລິຍາເອກ ສຸບິນ ທໍ່ ຮອງຫົວຫນ້າ ກົມກໍ່ສ້າງຮາກຖານ ກົມໃຫຍ່ ການເມືອງກອງທັບ ພ້ອມດ້ວຍຄະນະ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ພັນເອກ ຖາວອນ ແກ້ວອິນທະວົງ ຫົວຫນ້າການເມືອງ ວິທະຍາຄານກົມມະດໍາ ພ້ອມດ້ວຍຄະນະເຂົ້າຮ່ວມ.

ການລົງເຄື່ອນໄຫວ ເຮັດວຽກຂອງກົມກໍ່ສ້າງຮາກຖານການເມືອງຄັ້ງນີ້,ຄະນະທັງສອງຝ່າຍໄດ້ເຂົ້າພົບປະແລກປ່ຽນບົດຮຽນກ່ຽວກັບການປະສານງານ ເພື່ອລົງສົມທົບກັບພະແນກກໍ່ສ້າງຮາກຖານ, ຫ້ອງການເມືອງ ວິທະຍາຄານ ເພື່ອປຶກສາຫາລືການຈັດຕັ້ງກະກຽມການເຮັດທົດລອງ, ການສ້າງບ້ານແຮກສ່ຽວ, ເຂົ້າໃນການຝຶກອົບຮົມວຽກກໍ່ສ້າງຮາກຖານຢູ່ໂຮງຮຽນທິດສະດີການເມືອງ ເພື່ອນໍາເອົາພະນັກງານຫຼັກແຫຼ່ງທີ່ມາຈາກ ກໍາ ລັງຫຼວງ ແລະ ກໍາລັງທ້ອງຖິ່ນໃນທົ່ວປະເທດ ຂອງນັກສໍາມະນາກອນ ທີ່ຈະມາຝຶກອົບຮົມວຽກງານ ກໍ່ສ້າງຮາກຖານ, ໃນການລົງເກັບກໍາຂໍ້ມູນຢູ່ບ້ານແຮກສ່ຽວຈໍານວນ 30 ກວ່າສະຫາຍ

ໃນນັ້ນ ວິທະຍາ ຄານ ຮັບຜິດຊອບບ້ານແຮກສ່ຽວມີຈໍານວນທັງຫມົດ 30 ບ້ານ ທີ່ຂຶ້ນກັບຫນ່ວຍຮາກຖານທີ່ພະແນກ ກໍ່ສາ້ງຮາກຖານຮັບຜິດຊອບ ແລະ ໄດ້ມອບໃຫ້ບັນດາຫ້ອງການ, ກອງພັນ ແລະ ຄະນະວິຊາຄູ ໃນນັ້ນ ກົມກໍ່ສ້າງຮາກຖານໄດ້ກໍານົດເອົາບ້ານໂພນງາມໃຕ້ ເປັນບ້ານທີ່ຈະທົດລອງເຄື່ອນໄຫວວຽກງານຮາກ ຖານຕົວຈິງ ໂດຍຕິດພັນກັບບ້ານ ແລະ ອໍານາດການປົກຄອງ ເຂົ້າໃນຂົງເຂດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ແນໃສ່ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນມີເສດຖະກິດ ພື້ນຖານຊີວິດຄອບຄົວທີ່ອຸດົມ ສົມບູນ ຄຽງຄູ່ກັບທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງໄປພ້ອມ.

ພ້ອມທັງຮຽກຮ້ອງໃຫ້ພະນັກ ງານຮາກຖານ ໂດຍສະເພາະບັນດາຄະນະຊີ້ນໍາ ແລະ ນັກສໍາມະນາກອນທຸກສະຫາຍຈົ່ງຍົກສູງຄຸນນະພາບ ການເມືອງແນວຄິດເປັນບັນຫາສໍາຄັນ, ກໍາແຫນ້ນໃຫ້ໄດ້ບັນຫາພື້ນຖານຢູ່ບ້ານແຮກສ່ຽວຢ່າງຕໍ່ເນື່ອງ ລຽນຕິດກັບຮາກຖານປະຊາຊົນຢູ່ບ້ານໃຫ້ແຫນ້ນຫນາ, ຈາກນັ້ນ ຄະນະຫ້ອງທັງສອງຝ່າຍຍັງໄດ້ເຄື່ອນ ໄຫວຢ້ຽມຢາມບ້ານແຮກສ່ຽວໂພນງາມ, ໂດຍໃຫ້ການຕ້ອນຮັບຈາກອໍານາດການປົກຄອງບ້ານ ແລະຫົວຫນ່ວຍຮາກຖານເປັນຢ່າງດີ.

ໂອກາດດຽວກັນນີ້ ທ່ານ ວອນ ພົມສຸວັນ ເລຂາພັກບ້ານ, ນາຍບ້ານ ໂພນງາມໃຕ້ໄດ້ຂຶ້ນຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດດັ່ງກ່າວໄລຍະຜ່ານມາ, ໃຫ້ກົມກໍ່ສ້າງ ຮາກຖານໄດ້ຮັບຮູ້ ກ່ຽວກັບຈຸດພິເສດ ທີ່ຕັ້ງ ພູມລໍາເນົາຂອງພໍ່ແມ່ປະຊາຊົນນພາຍໃນບ້ານຜ່ານມາ, ເຂົ້າໃນການເກັບກໍາຂໍ້ມູນດ້ານຕ່າງໆຢູ່ຮາກຖານອໍານາດການປົກຄອງທ້ອງຖິ່ນຂອບເຂດວິທະຍາຄານ ຮັບຜິດຊອບປະຈໍາປີ 2020 ຕື່ມອີກ.


ຂ່າວ : ວັນນະເລດ ລໍວັນໄຊ ພາບ: ລຸນທອງ ສີບຸນເຮືອງ