ສະພາແຫ່ງຊາດ ສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 45 ປີ

302

ໃນຕອນເຊົ້າຂອງວນທີ 26 ຕຸລາ 2020 ທີ່ຫໍປະຊຸມແຫ່ງຊາດ ໄດ້ມີພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະພາແຫ່ງຊາດຄົບຮອບ 45 ປີ ໂດຍການເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ປະທານປະເທດແຫ່ງ ສປປ ລາວ; ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາລັດຖະມົນຕີ; ມາຊິກສະພາແຫ່ງຊາດ ແລະ ພະນັກງານອ້ອມຂ້າງສະພາແຫ່ງຊາດເຂົ້າຮ່ວມ.

ໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະພາແຫ່ງຊາດຄົບຮອບ 45 ປີ ໃນຄັ້ງນີ້ ເລີ່ມດ້ວຍການວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ(ດາວແດງ); ວາງກະຕ່າດອກໄມ້ຢູ່ຫໍພິພິຕະພັນ ທ່ານປະທານ ສຸພານຸວົງ; ວາງກະຕ່າດອກໄມ້ຢູ່ຫໍພິພິຕະພັນ ທ່ານ ປະທານ ໄກສອນ ພົມວິຫານ. ຫຼັງຈາກນັ້ນ ບັນດາການນໍາພັກ-ລັດ ພ້ອມພະນັກງານຫຼັກແຫຼ່ງກໍ່ເຂົ້າສູ່ພິທີໂຮມຊຸມນຸມພິທີທາງການ.

ໃນໂອກາດດັ່ງກ່າວ ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ຮັບຟັງສູນທອນພົດຈາກ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ; ຮັບຟັງໂດຍຫຍໍ້ກ່ຽວກັບ 45ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ; ມີການປະດັບຫຼຽນຄໍາ ແລະ ຫຼຽນໄຊອິດສະຫຼະຊັ້ນ 1; ມອບຫຼຽນກາລະນຶກ 45ປີ ຂອງສະພາແຫ່ງຊາດ ແລະ ຫຼຽນກາລະນຶກສະມາຊິກສະພາແຫ່ງຊາດ. ນອກຈາກນີ້, ຍັງມີການປະດັບຫຼຽນຄໍາແຫ່ງຊາດໃຫ້ສະພາແຫ່ງຊາດ ເຊິ່ງເປັນຫຼຽນສູງສຸດຂອງ ສປປ ລາວ ແລະ ປະດັບຫຼຽນໄຊອິດສະຫຼະຊັ້ນ 1 ໃຫ້ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

ດ້ານປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ຜູ້ຂຽນຂໍຮຽບຮຽງຄືນໂດຍຫຍໍ້ໃຫ້ຮູ້ວ່າ: ຂະບວນການຕໍ່ສູ້ເພື່ອຄວາມເປັນເອກະລາດ ອັນລະອິດລະອ້ຽວ, ເດັດດ່ຽວຂ້ຽວຂາດ ພິລະອາດຫານ ແລະ ລໍາບາກຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນວັນທີ 2ທັນວາ 1975 ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາປະຊາຊົນສູງສຸດ ຊຸດທີ I ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ປະກອບມີສະມາຊິກ 45ທ່ານ ໂດຍແມ່ນທ່ານ ສຸພານຸວົງ ເປັນປະທານ ເຊິ່ງໄດ້ນໍາໃຊ້ຊື່ ສະພາປະຊາຊົນສູງສຸດ ມາຈົນຮອດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ III ວັນທີ 20 ທັນວາ 1992 ໃນກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ III ກໍ່ໄດ້ຮັບຮອງເອົາການປ່ຽນຊື່ຈາກສະພາປະຊາຊົນສູງສຸດ ມາເປັນສະພາແຫ່ງຊາດ ແລະ ໃນຊຸດນີ້ແມ່ນເລືອກໄດ້ທ່ານ ສະໝານ ວິຍະເກດ ເປັນປະທານ.

ສ່ວນສາເຫດການປ່ຽນຊື່ນັ້ນ ທ່ານ ທອງສິງ ທໍາມະວົງ ອາດີດປະທານສະພາແຫ່ງຊາດ, ອາດີດນາຍົກລັດຖະມົນຕີ ເຜີຍວ່າ: ລັດຖະທໍາມະນູນໄດ້ກໍານົດໄວ້ ໃນເວລາທີ່ເອີ້ນວ່າ ສະພາປະຊາຊົນສູງສຸດ ແມ່ນອີງໃສ່ສະພາບໜ້າທີ່ການເມືອງໃນເວລານັ້ນ ເປັນເຫດຜົນຕົ້ນຕໍ ຈຶ່ງເອີ້ນວ່າ ສະພາປະຊາຊົນສູງສຸດ ແຕ່ວ່າສະພາບມີການປ່ຽນແປງບັນຫາການເມືອງ, ຄວາມສະຫງົບສຸກຂອງປະເທດຊາດ ກໍ່ໄດ້ມີການປັບປຸງໃນຖ່ວງທ່າທີ່ດີຂຶ້ນ, ເສດຖະກິດມີການພັດທະນາ, ການຂະຫຍາຍຕົວ, ສະນັ້ນ ເຮົາຈະຮັກສາລະດັບທີ່ເອີ້ນວ່າ ສະພາປະຊາຊົນສູງສຸດໄວ້ຄືເກົ່ານັ້ນ ແມ່ນບໍ່ສອດຄ່ອງ ເພາະໄດ້ອີງໃສ່ບົດຮຽນຂອງຫຼາຍໆປະເທດ ເຂົາເຈົ້າກໍ່ໄດ້ກໍານົດ ສ່ວນຫຼາຍກໍ່ເອີ້ນວ່າ ສະພາແຫ່ງຊາດ ຂອງປະເທດນັ້ນໆ.

ພ້ອມນີ້ກໍ່ມີການແລະປ່ຽນຖອດຖອນບົດຮຽນໃນການສ້າງລັດຖະທໍາມະນູນຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ ເປັນຕົ້ນ ຫວຽດນາມ, ກໍາປູເຈຍ, ສະຫະພາບໂຊຫວຽດ ແລະ ປະເທດອາຊີກາງ ເມື່ອເປັນແນວນັ້ນ ຈຶ່ງໄດ້ຮ່າງລັດຖະທໍາມະນູນ ແລະ ໄດ້ກໍານົດເມື່ອມີການເລືອກຕັ້ງສະພາປະຊາຊົນສູງສຸດ ຊຸດທີ III ຕ້ອງເອີ້ນວ່າ ສະພາແຫ່ງຊາດ ເພາະວ່າລັດຖະທໍາມະນູນໄດ້ກໍານົດອອກຄືແນວນັ້ນ. ດັ່ງນັ້ນ ຈຶ່ງເປັນເຫດຜົນໃນການປ່ຽນຈາກສະພາປະຊາຊົນສູງສຸດ ມາເປັນສະພາແຫ່ງຊາດ ແມ່ນການກໍານົດຂອງລັດຖະທໍາມະນູນສະບັບທໍາອິດ ຈົນມາຮອດປັດຈຸບັນນີ້.

ແນວໃດກໍ່ຕາມ ໃນໄລຍະ 45ປີຜ່ານມາ ສະພາແຫ່ງຊາດໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ໄປພ້ອມກັບການເຕີບໃຫຍ່ຂອງລັດ ປະຊາທິປະໄຕ ປະຊາຊົນລາວ; ໂດຍຜ່ານແປວໄຟປະຕິວັດອັນລະອິດລະອ້ຽວ ແລະ ສາມາດເຮັດຫຼ້ອນພາລະກໍາປະຫວັດສາດ ອັນມີກຽດສະຫງ່າງາມທີ່ພັກ ແລະ ປະຊາຊົນມອບໝາຍ; ປະກອບສ່ວນຢ່າງສົມກຽດເຂົ້າໃນຜົນງານລວມອັນຍິ່ງໃຫຍ່ຮອບດ້ານ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍສັງຄົມນິຍົມ, ຍົກສູງບົດບາດອິດທິພົນຂອງລັດ ແລະ ຊາວລາວ ໃນເວທີພາກພື້ນ ແລະ ສາກົນຢ່າງຕໍ່ເນື່ອງ.