ແຕ່ງຕັ້ງ ທ່ານ ວັນໄຊ ພອງສະຫວັນ ຂຶ້ນເປັນຮັກສາການເຈົ້າແຂວງຄຳມ່ວນ

551

ພິທີປະກາດແຕ່ງຕັ້ງ ແລະ ມອບ-ຮັບ ໜ້າທີ່ ລະຫວ່າງ ສະຫາຍ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄຳມ່ວນ (ຜູ້ເກົ່າ) ກັບ ສະຫາຍ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຄຳມ່ວນ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2020 ທີ່ສະໂມສອນຫຼັກ 4 ແຂວງຄໍາມ່ວນ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີຄະນະຫ້ອງວ່າການສູນກາງພັກ, ຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານພະແນກການອ້ອມຂ້າງ, ພະນັກງານອາວຸໂສບຳນານ ແລະ ພະນັກງານຫລັກແຫລ່ງຂອງແຂວງເຂົ້າຮ່ວມ


ໂອກາດນີ້ ທ່ານ ໂອໄດ ສຸດາພອນ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງໃນໄລຍະ 1 ສະໄໝຜ່ານມາ ຄະນະພັກ-ອົງການປົກຄອງທຸກຂັ້ນໃນທົ່ວແຂວງໄດ້ສຸມທຸກກໍາລັງແຮງ ແລະສະຕິປັນຍາ ເພື່ອນໍາພາ-ຊີ້ນໍາ ແລະຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງເຈົ້າການ, ບຸກທະລຸ ແລະຂຸດຄົ້ນນໍາໃຊ້ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ, ສ້າງເງື່ອນໄຂ, ດຶງດູດຍາດແຍ່ງການຊ່ວຍເຫຼືອ ແລະການລົງທຶນຈາກພາຍໃນ ແລະຕ່າງປະເທດ ເຂົ້າໃນການພັດທະນາແຂວງຄຳມວນ ອັນເຮັດໃຫ້ແຂວງຄຳມ່ວນມີການພັດທະນາຢ່າງຕໍ່ເນື່ອງເປັນຕົ້ນ: ແມ່ນດ້ານເສດ ຖະກິດ, ວັດທະນະທໍາ-ສັງຄົມ, ການແກ້ໄຂຄວາມທຸກຍາກ, ການຄ້າ, ການລົງທຶນ ແລະການທ່ອງທ່ຽວ.


ແຂວງຄຳມ່ວນ ກໍເປັນແຂວງໜຶ່ງທີ່ໄດ້ຮັບຜົນຈາກໄພພິບັດທາງທໍາມະຊາດ, ການລະບາດຂອງພະຍາດໂຄວິດ-19 ແລະພະຍາດຕາມລະດູການ ໂດຍສະເພາະແມ່ນພະຍາດໄຂ້ຍຸງລາຍ ອັນເປັນຜົນເຮັດໃຫ້ການຂະຫຍາຍຕົວຂອງເສດ ຖະກິດມີຄວາມຫຍຸ້ງຍາກ ແລະບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້, ແຕ່ແນວໃດກໍຕາມ ຄະນະພັກ-ຄະນະນໍາຂອງແຂວງກໍໄດ້ສຸມທຸກກໍາລັງແຮງ ແລະທຸກຄວາມສາມາດຈົນນໍາພາປະຊາຊົນບັນດາເຜົ່າບຸກບືນ ແລະ ຜ່ານຜ່າສິ່ງທ້າທາຍຕ່າງໆໄດ້.


ໂອກາດນີ້, ທ່ານ ພັນຄໍາ ວິພາວັນ ກໍໄດ້ຊົມເຊີຍຄະນະບໍລິຫານງານພັກແຂວງ ແລະ ຊົມເຊີຍຕໍ່ສະຫາຍເລຂາພັກແຂວງ, ເຈົ້າແຂວງຄຳມ່ວນຜູ້ເກົ່າ ທີ່ສາມາດນໍາພາພະນັກງານ, ສະມາຊິກພັກ ແລະປະຊາຊົນບັນດາເຜົ່າໃນທົ່ວແຂວງເຮັດສໍາເລັດໜ້າທີ່ການເມືອງ, ເຮັດໃຫ້ແຂວງຄຳມ່ວນໄດ້ຮັບການພັດທະນາເປັນກ້າວໆ, ພ້ອມນີ້ ທ່ານຍັງຮຽກຮ້ອງໃຫ້ແຂວງຄຳມ່ວນເປັນເອກະພາບນໍາຂັ້ນເທິງ, ນໍາພາແນວຄິດພະນັກງານແຕ່ລະຂະແໜງການ ແລະປະຊາຊົນໃນທົ່ວແຂວງເຂົ້າໃຈເຫດຜົນຂອງການປ່ຽນການນໍາ, ອັນໃດດີແລ້ວກໍໃຫ້ສືບຕໍ່ເສີມຂະຫຍາຍ ແລະ ອັນໃດຍັງເປັນຈຸດອ່ອນໃຫ້ພ້ອມກັນປ່ຽນແປງແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງດຳເນີນກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກແຂວງຄຳມ່ວນ ກໍຄືແຜນພັດ ທະນາເສດຖະກິດ-ສັງຄົມໃຫ້ ບັນລຸຕາມຄາດໝາຍແຜນການທີ່ວາງໄວ້.

ຂ່າວ: ສັງກິ ໂພທິສັດ