ເປີດຮັບບໍລິຈາກເຄື່ອງຊ່ວຍເຫຼືອສູ່ພາກກາງ ແລະ ພາກໃຕ້

232

ລະຫວ່າງວັນທີ 23 – 24 ຕຸລາ 2020 ນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ອົງການກາແດງລາວ ໄດ້ເປີດຮັບບໍລິຈາກເຄື່ອງຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ທາງພາກກາງ ແລະ ພາກໃຕ້ ເຊິ່ງຍອດບໍລິຈາກໃນຕອນບ່າຍຂອງວັນທີ 23 ຕຸລາ ທີ່ 29 ລ້ານກວ່າກີບ.

ການເປີດຮັບບໍລິຈາກດັ່ງກ່າວແມ່ນຈັດຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ, ມີຜູ້ຄົນເຂົ້າມາຮ່ວມບໍລິຈາກທັງພາກລັດ, ເອກະຊົນ ແລະ ບຸກຄົນທົ່ວໄປ ໂດຍເຄື່ອງທີ່ນຳມາບໍລິຈາກກໍຈະມີ: ເຂົ້າສານ, ນ້ຳດື່ມ, ໝີ່, ປາກະປ໋ອງ ແລະ ເຄື່ອງນຸ່ງຫົ່ມເປັນຕົ້ນ. ການບໍລິຈາກໃນຄັ້ງນີ້ແມ່ນຈະມີພຽງແຕ່ 2 ວັນເທົ່ານັ້ນ ໂດຍເລີ່ມເປີດຮັບບໍລິຈາກຕັ້ງແຕ່ເວລາ 9:00 – 16:30 ໂມງ, ໃນວັນທີ 26 ຕຸລາ 2020 ກໍຈະໄດ້ນຳເອົາເຄື່ອງບໍລິຈາກທັງໝົດໄປຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຢູ່ພາກກາງ ແລະ ພາກໃຕ້.

ທີມຂ່າວຂອງພວກເຮົາໄດ້ສຳພາດຜູ້ທີ່ມາຮ່ວມບໍລິຈາກໃນຄັ້ງນີ້ ໂດຍ ທ່ານ ທອງລິດ ຫຼວງໂຄດ ຫົວໜ້າອຳນວຍການກອງບູຮານວິທະຍາ ໄດ້ກ່າວວ່າ: ໄດ້ຮັບແຈ້ງວ່າໃຫ້ແຕ່ລະພາກສ່ວນມາຊ່ວຍປະກອບນ້ຳໃຈ ເພື່ອຊ່ວຍເຫຼືອອຸທົກກະໄພ ໂດຍສະເພາະແມ່ນນ້ຳຖ້ວມຢູ່ພາກກາງ ແລະ ພາກໃຕ້ ພວກເຮົາຈຶ່ງໄດ້ລະດົມອ້າຍນ້ອງພາຍໃນຂອງພວກເຮົາຊ່ວຍກັນປະກອບນ້ຳໃຈເພື່ອໄປຊ່ວຍເຫຼືອ ເຖິງແມ່ນວ່າບໍ່ຫຼວງຫຼາຍ ແຕ່ມັນກໍເປັນນ້ຳໃຈທີ່ພວກເຮົາຄົນລາວດ້ວຍກັນແບ່ງປັນໃຫ້ກັນໃນຍາມລຳບາກ, ໃນການບໍລິຈາກຄັ້ງນີ້ພວກເຮົາກໍໄດ້ນຳສະບູ, ໝີ່, ນ້ຳດື່ມ ແລະ ປາກະປ໋ອງ ເຊິ່ງວ່າເປັນເຄື່ອງບໍລິໂພກທີ່ຈະສາມາດບໍລິໂພກໄດ້ງ່າຍໃນຍາມຄັບຂັນ.

ທ່ານ ສຳລານ ຫຼວງອາໄພ ຮອງຫົວໜ້າກົມພິມຈຳໜ່າຍ ກ່າວວ່າ: ຂ້າພະເຈົ້າເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ເຊິ່ງໄດ້ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນເປັນວົງກວ້າງ ຈຶ່ງໄດ້ນຳເອົາເຄື່ອງຊ່ວຍເຫຼືອປະຊາຊົນທີ່ກຳລັງປະສົບກັບໄພນ້ຳຖ້ວມ ແລະ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງນຳເອົາວັດຖຸສິ່ງຂອງໄປໃຫ້ເຖິງມືພໍ່ແມ່ປະຊາຊົນທີ່ປະສົບກັບໄພພິບັດດັ່ງກ່າວ.

ພ້ອມກັນນີ້, ກໍຢາກຮຽກຮ້ອງໃຫ້ບັນດາພໍ່ແມ່ປະຊາຊົນທຸກຄົນໃນສັງຄົມຂອງລາວເຮົາ ຈົ່ງຊ່ວຍເຫຼືອກັນໃນຍາມວິກິດ ປະກອບສ່ວນຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ໝາຍເຫດ: ງານນີ້ແມ່ນສິ້ນສຸດຕັ້ງແຕ່ວັນເສົາທີ 24 ຕຸລາ ແລະ ມື້ນີ້ທີ 26 ຕຸລາ ເຈົ້າໜ້າທີ່ໄດ້ນຳເອົາເຄື່ອງບໍລິຈາກທັງໝົດໄປມອບໃຫ້ຜູ້ປະສົບໄພຢູ່ພາກກາງ ແລະ ພາກໃຕ້.