9 ເດືອນ ໂຮງງານຜະລິດຢາເລກ 3 ມອບພັນທະໃຫ້ລັດຖະບານ 2,2 ຕື້ກວ່າກີບ

245

ປີຜ່ານມາລັດວິສາຫະກິດໂຮງງານຜະລິດຢາເລກ 3 ສາມາດຜະລິດ ແລະ ຈໍາໜ່າຍຜະລິດຕະພັນຢາ ແລະ ອຸປະກອນການແພດໄດ້ 26,4 ຕື້ກີບ ມອບພັນທະໃຫ້ລັດຖະບານໄດ້ 3,5 ຕື້ກວ່າກີບ, ສະເພາະ 9 ເດືອນປີ 2020 ຜະລິດ ແລະ ສ້າງຍອດຂາຍໄດ້ 19,4 ຕື້ກວ່າກີບ ມອບພັນທະໃຫ້ລັດ 2,2 ຕື້ກວ່າກີບ.

ທ່ານ ດຣ. ລາຫຸນ ຈັນທະບຸດ ຜູ້ອໍານວຍການລັດວິສາຫະກິດໂຮງງານຜະລິດຢາເລກ 3 ກ່າວໃນໂອກາດຕ້ອນຮັບ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະລົງຢ້ຽມຢາມ ແລະ ຊຸກຍູ້ການຜະລິດຄັ້ງວັນທີ 21 ຕຸລາ 2020 ວ່າ: ໂຮງງານຜະລິດຢາເລກ 3 ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1985 – 1987 ປັດຈຸບັນມີພະນັກງານ 148 ຄົນ ຍິງ 77 ຄົນ, ການຜະລິດຢາ ປະກອບມີ 2 ກຸ່ມ ລວມມີ 158 ລາຍການຜະລິດຕະພັນ ຄື: ກຸ່ມຜະລິດຕະພັນຢາສາກົນ ( ຜະລິດຈາກວັດຖຸດິບເຄມີນໍາເຂົ້າ ) 146 ລາຍການ, ກຸ່ມຜະລິດທໍາມະຊາດ ( ຢາພື້ນເມືອງຈາກວັດຖຸດິບພາຍໃນ ) 12 ລາຍການ ແລະ ຜະລິດຕະພັນການແພດ ( ຊຸດເກີດລູກ ) 1 ລາຍການ.

ການຜະລິດຂອງໂຮງງານຢາເລກ 3 ໃນປີ 2019 ສາມາດສ້າງຍອດຂາຍ 26,4 ຕື້ກວ່າກີບ ເທົ່າກັບ 94% ຂອງແຜນ ປີ, ມອບພັນທະໃຫ້ລັດຖະບານ 3,5 ຕື້ກວ່າກີບ, ສະເພາະ 9 ເດືອນປີ 2020 ບັນລຸຍອດຂາຍໄດ້ 19,4 ຕື້ກວ່າກີບ ເທົ່າກັບ 65% ຂອງແຜນປີ ມອບພັນທະໃຫ້ລັດຖະບານໄດ້ 2,2 ຕື້ກວ່າກີບ.
ທ່ານກ່າວຕື່ມວ່າ: ນອກຈາກດ້ານດີຍັງມີຂໍ້ຄົງຄ້າງ ແລະ ຂໍ້ສະເໜີໃຫ້ພາກລັດເຂົ້າມາຊ່ວຍ ໂດຍສະເພາະສະເໜີກະຊວງການເງິນ ຄົ້ນຄວ້າຄືນອັດຕາສ່ວນກໍາໄລປັນຜົນໃຫ້ເໝາະສົມ ເພື່ອສົ່ງເສີມວິສາຫະກິດສາມາດພັດທະນາໄດ້ມີເງິນສະສົມ, ພິຈາລະນາການເກັບເງິນຄືນຄ່າບໍລິການກວດພະຍາດ ແລະ ຄ່າຢາດ້ວຍການເກັບໄປຫຼາຍຈ່າຍຄືນໜ້ອຍ ແລະ ຊັກຊ້າ ອັນເຮັດໃຫ້ໂຮງໝໍຕ່າງໆຂາດຄວາມຄ່ອງຕົວທາງດ້ານການເງິນ ໃນການຊໍາລະສະສາງຢາຄືນໃຫ້ບໍລິສັດຜູ້ດໍາເນີນທຸລະກິດຜະລິດຢາປົວພະຍາດ ແລະ ຜະລິດຕະພັນການແພດ.

ສະເໜີກະຊວງຄົ້ນຄວ້າການປັບປຸງສະພາບໍລິຫານລັດວິສາຫະກິດ ໃຫ້ສອດຄ່ອງກັບກົດໝາຍດ້ວຍມາດຕະການຕົວຈິງໃນການຈັດຕັ້ງປະຕິບັດ, ເອື້ອອໍານວຍໃຫ້ ບໍລິສັດ ລັດວິສາຫະກິດ ສາມາດພັດທະນາກ້າວຂຶ້ນ ແລະ ແຂ່ງຂັນທຸລະກິດໄດ້. ສະເໜີກະຊວງສາທາລະນະສຸກ ຄົ້ນຄວ້າການສົ່ງເສີມໃຫ້ແກ່ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ສາມາດພັດທະນາ ແລະ ບັນລຸມາດຕະຖານ GMP ເພື່ອສາມາດເຂົ້າສູ່ການແຂ່ງຂັນລະດັບສາກົນ.

ເບິ່ງຄືນນະໂຍບາຍຕົວຈິງໃນການປະມູນຢາປົວພະຍາດ, ຢາໃດທີ່ມີແລ້ວບໍ່ຄວນສົ່ງເສີມໃຫ້ມີການນໍາເຂົ້າ, ກໍານົດກຸ່ມລາຍການຢາທີ່ບໍ່ຈໍາເປັນເອົາໄປປະມູນ ຄວນຈັດຕັ້ງການຊື້ລາຍການນັ້ນເລີຍຕາມຂອບເຂດລາຄາທີ່ສາມາດກໍານົດຮ່ວມກັນ.

ໂອກາດດັ່ງກ່າວ, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ມີຄໍາເຫັນ ແລະ ຍ້ອງຍໍຊົມເຊີຍຕໍ່ລັດວິສາຫະກິດໂຮງງານຜະລິດຢາເລກ 3 ທີ່ດໍາເນີນທຸລະກິດຕະຫຼອດໄລຍະ 33 ປີຜ່ານມາ ໃນການຜະລິດ ແລະ ຄົ້ນຄວ້າຜະລິດຕະພັນຢາໃໝ່ໆອອກຮັບໃຊ້ສັງຄົມ.