ນໍ້າກັດຢໍລະປ່າ ມີສ່ວນຫຼຸດດຶງດູດການທ່ອງທ່ຽວພາຍໃນ

315

ໂຄວິດ – 19 ໄດ້ກະທົບໜັກຕໍ່ຂະແໜງທ່ອງທ່ຽວ ເນື່ອງຈາກນັກທ່ອງທ່ຽວຕ່າງປະເທດບໍ່ສາມາດເດີນທາງເຂົ້າມາໄດ້. ເພື່ອປະຄອງທຸລະກິດໃຫ້ດຳເນີນໄປໄດ້ ປະຊາຊົນຍັງມີວຽກເຮັດງານທຳ ສາມາດລ້ຽງຄອບຄົວໄດ້, ດັ່ງນັ້ນເຈົ້າຂອງສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປ່າ ຈຶ່ງຈັດກິດຈະກຳຫຼາຍຢ່າງດຶງດູດເອົານັກທ່ອງທ່ຽວພາຍໃນ.

ທ່ານ ສົມເພັດ ມ້າວປະເສີດ ປະທານ ບໍລິສັດ ແຟເຊັດ ພັດທະນາການທ່ອງທ່ຽວ ຈຳກັດ ຜູ້ສຳປະທານຕາດນໍ້າກັດຢໍລະປ່າ ກ່າວວ່າ: ສະພາບການໂຄວິດ ແມ່ນເປັນບັນຫາໃຫຍ່ ຂອງນ້ຳກັດຢໍລະປ່າ ເພາະ 4 – 5 ປີທີ່ເຮົາເປີດມາກໍເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ເຊິ່ງກໍບັນລຸເປົ້າໝາຍເຮັດໃຫ້ມີນັກທ່ອງທ່ຽວຈາກຕ່າງປະເທດເພີ່ມຂຶ້ນໃນແຕ່ລະປີ ປະມານ 30% ແລະ ຈະເຂົ້າມາຫຼາຍໃນກາງເດືອນ 10 ໄປຈົນເຖິງທ້າຍເດືອນ 3; ແຕ່ໄລຍະໂຄວິດນີ້ແມ່ນມີຜົນກະທົບ. ດັ່ງນັ້ນ, ພວກເຮົາຈຶ່ງຫັນມາບໍລິການນັກທ່ອງທ່ຽວທີ່ເປັນຄົນລາວ ໄດ້ມີການປັບປຸງຫຼາຍຢ່າງ ແລະ ຫຼຸດລາຄາລົງເພື່ອໃຫ້ຄົນລາວໄດ້ເຂົ້າມາທ່ຽວ; ພວກເຮົາໄດ້ຫຼຸດລາຄາລົງກວ່າ 3 ເທົ່າ ຫຼື 70%, ມີແບບເປັນແພັກເກັດ, ຫຼຸດລາຄາຄ່າ ຫ້ອງພັກ, ກິດຈະກຳ ເພື່ອສ້າງຂະບວນການລາວທ່ຽວລາວ, ຈາກເດີມໃນໄລຍະນີ້ລາຄາຈະຂ້ອນຂ້າງສູງ ເພາະຈະເປັນການບໍລິການລູກຄ້າຈາກຕ່າງປະເທດເປັນຫຼັກ, ແຕ່ໄລຍະນີ້ທຸກຢ່າງແມ່ນຈະໄດ້ຫຼຸດລາຄາລົງບໍ່ວ່າຈະເປັນຫ້ອງພັກ, ອາຫານ ແລະ ກິດຈະກຳຕ່າງໆ.

ທ່ານກ່າວອີກວ່າ: ໄລຍະເຂົ້າລະດູໜາວນີ້ຈະມີການເຮັດແພັກເກັດລະດູໜາວ ໃນໄລຍະຕົ້ນເດືອນ 11 ຈົນໄປເຖິງທ້າຍເດືອນກຸມພາ ຈະມີການຫຼຸດລາຄາທີ່ພັກ, ອາຫານ ແລະ ກິດຈະກຳໃນລາຄາທີ່ຖືກ ແລະ ກຸ້ມຄ່າຢ່າງແນ່ນອນ ແລະ ກໍເປັນລະດູທີ່ນ້ຳກັດຢໍລະປ່າຂອງເຮົາສວຍງາມທີ່ສຸດ, ອາກາດເຢັນສະບາຍ ບວກກັບທຳຊາດທີ່ຂຽວງາມ. ດັ່ງນັ້ນ, ກໍຂໍເຊີນຊວນນັກທ່ອງທ່ຽວຂອງລາວເຮົາ ມາສຳຜັດກັບແຫຼ່ງທ່ອງທ່ຽວນ້ຳກັດຢໍລະປ່າ.

ທ່ານ ສີຈັນ ເດືອນດວງດີ ຜູ້ຮັບຜິດຊອບສູນບໍລິການສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປ່າ ກ່າວວ່າ: ຂ້າພະເຈົ້າເປັນຄົນຢູ່ພາຍໃນເມືອງໄຊ ແຂວງອຸດົມໄຊນີ້ ໄດ້ມາເຮັດວຽກຢູ່ນີ້ຕັ້ງແຕ່ຕອນເພິ່ນເປີດທຳອິດຈົນມາເຖິງປັດຈຸບັນ ແລະ ຕອນນີ້ກໍເປັນຜູ້ຮັບຜິດຊອບເລື່ອງການບໍລິການບັນດາກິດຈະກຳຕ່າງໆ, ຢູ່ສະຖານທີ່ທ່ອງທ່ຽວນໍ້າກັດເຮົາ ຈະມີຫຼາຍກິດຈະກຳ ເຊັ່ນ: ນັ່ງລົດທົວຊົມປ່າ, ຍ່າງປ່າ, ໄຕ່ຂົວອູ່, ຊົມນໍ້າຕົກ, ຂີ່ສະລິງ 11 ເສັ້ນ, ມີຕານ່າງແມງມຸມ ແລະ ອີກຫຼາຍກິດຈະກຳທີ່ໃຊ້ເວລາປະມານຊົ່ວໂມງເຄິ່ງ ຫາ ສອງຊົ່ວໂມງ.

ສຳລັບທ່ານໃດທີ່ມີເວລາໜ້ອຍກໍຈະມາຫຼິ້ນກິດຈະກຳຂີ່ລົດ ATV ຊົມປ່າ, ນັ່ງລົດເຂົ້າຊົມວິວຢູ່ຕາມຈຸດທີ່ເຮົາກຳນົດ ຫຼື ນັ່ງດື່ມກາເຟ, ປັດຈຸບັນພວກເຮົາຈະມີແພັກເກັດການທ່ອງທ່ຽວແບບ 3 ມື້ 2 ຄືນ ທີ່ຈ່າຍຖືກໆ ແລະ ມີກິດຈະກຳຟຣີໃຫ້ 1 ກິດຈະກຳ ຫຼື ອີກແພັກເກັດໜຶ່ງກໍຈະເປັນ 4 ມື້ 3 ຄືນເປັນຕົ້ນ.