ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ຂະນະທີ່ນ້ຳເບີທີ 23 ກວດຄັ້ງທີ 2 ຍັງພົບເຊື້ອ

130

26 ຕຸລາ 2020 ທົ່ວໂລກມີການລາຍງານການລະບາດ ທັງໝົດ 215 (ປະເທດ/ເຂດ), ໂດຍມີການຢັ້ງຢືນຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 43.316.399 ຄົນ; ປິ່ນປົວຫາຍດີ 31.893.251 ຄົນ ເຊິ່ງກວມເອົາ 73,6 % ຂອງຜູ້ຕິດເຊື້ອທັງໝົດ ແລະ ເສຍຊີວິດ 1.158.721 ຄົນ ເຊິ່ງກວມເອົາ 2,67% ຂອງຜູ້ຕິດເຊື້ອທັງໝົດ.

ຈາກການລາຍງານພະຍາດໂຄວິດ-19 ໃນວັນທີ 26 ຕຸລາ 2020 ທີ່ກະຊວງສາທາລະນະ ໂດຍ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບພະຍາດດັ່ງກ່າວວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 25 ຕຸລາ 2020, ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ໃນທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 949 ຄົນ: ໃນນັ້ນຈຸດຜ່ານດ່ານ ລາວ – ໄທ 529 ຄົນ (ແຮງງານລາວກັບມາແຕ່ໄທ 88 ຄົນ); ຈຸດຜ່ານດ່ານ ລາວ – ຈີນ 218 ຄົນ, ໃນນີ້ ແຮງງານລາວ 14 ຄົນ ແລະ ແຮງງານຈີນ 20 ຄົນ, ຜ່ານດ່ານບໍ່ເຕັ້ນ ແຂວງຫຼວງນໍ້າທາ, ເຫຼືອນັ້ນ ແມ່ນ ຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ – ຫວຽດນາມ 202 ຄົນ ເຊິ່ງເຂົ້າມາໂດຍຖືກອະນຸຍາດ ຈາກຄະນະສະເພາະກິດ (ໃນນັ້ນ ມີນັກສຶກສາ 33 ຄົນ, ແຮງງານຫວຽດນາມ 30 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ເຊິ່ງສ່ວນຫຼາຍ ແມ່ນເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ); ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານ ໄດ້ກ່າວຕື່ມວ່າ: ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ ປະຈຸບັນ ທົ່ວປະເທດສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 33 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.080 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ; ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ. ໃນວັນທີ 25 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 302 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 121 ຕົວຢ່າງ, ແຮງງານຈີນ 85 ຕົວຢ່າງ, ແຮງງານຫວຽດນາມ 15 ຕົວຢ່າງ, ແຮງງານລາວມາແຕ່ຈີນ 14 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 7 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 59 ຕົວຢ່າງ ແລະ ຜູ້ຕິດເຊື້ອນໍ້າເບີ 23 ມາກວດຄືນ 1 ຕົວຢ່າງ;  ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 25 ຕຸລາ 2020 ບໍ່ມີຜູ້ຕິດເຊື້ອໃໝ່, ສຳລັບຜູ້ຕິດເຊື້ອນ້ຳເບີ 23 ຜົນກວດຄັ້ງທີ 2 ຍັງພົບເຊື້ອຢູ່; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 25 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດທັງໝ 63.749 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນ, ຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 23 ແລະ ເບີ 24 ແມ່ນປີ່ນປົວຢູ່ໂຮງໝໍມິດຕະພາບ.