ກອງທຶນ PISCCA ມອບທຶນ 5 ໂຄງການ ມູນຄ່າ 1 ຕື້ກວ່າກີບ

147

ພິທີລົງນາມສັນຍາໃນຂອບແຜນງານ “ ກອງທຶນສະໜັບສະໜູນອົງການຈັດຕັ້ງທາງສັງຄົມ ຫຼື ເອີ້ນຫຍໍ້ວ່າ ກອງທຶນ PISCCA ” ເຊິ່ງມີ 5 ໂຄງການທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນ PISCCA ມີມູນຄ່າລວມທັງໝົດ 165.500 ເອີໂຣ ( ປະມານ 1,7 ຕື້ກີບ ) ແລະ ຈະຖືກຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຫົວພັນ ນັບແຕ່ເດືອນພະຈິກ 2020 ຫາ ເດືອນຕຸລາ 2021.

ພິທີດັ່ງກ່າວມີຂຶ້ນວັນທີ 22 ຕຸລາ 2020 ທີ່ເຮືອນພັກທູດຝຣັ່ງ ໂດຍມີ ທ່ານ ນາງ ຟລໍຣັອງສ ຊັອງບລັອງ – ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ຜູ້ຕາງໜ້າ 5 ອົງການຈັດຕັ້ງທາງສັງຄົມຂອງລາວ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນໄດ້ເຂົ້າຮ່ວມ.

ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ກ່າວວ່າ: ໄລຍະປີ 2020 – 2021, ມີ 5 ໂຄງການຖືກຄັດເລືອກໃຫ້ຮັບເງິນຊ່ວຍເຫຼືອພາຍໃຕ້ແຜນງານກອງທຶນ PISCCA; ທຸກໂຄງການແມ່ນປະກອບສ່ວນໃນເປົ້າໝາຍການພັດທະນາຂອງ ສປປ ລາວ ໂດຍສະເພາະການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ມີຄວາມສ່ຽງ ຫຼື ດ້ອຍໂອກາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ ເຊິ່ງເປັນບຸລິມະສິດຂອງ ສປປ ລາວ ແລະ ປະເທດຝຣັ່ງ.

ໃນພິທີດັ່ງກ່າວກໍມີຕາງໜ້າຈາກ 5 ອົງການຈັດຕັ້ງທາງສັງຄົມຂອງລາວທີ່ຖືກຄັດເລືອກໄດ້ເຂົ້າຮ່ວມເຊັນສັນຍາ, ໃນນີ້ສະມາຄົມພັດທະນາໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ( ສພປຄ ຫຼື BNDA ) ໂດຍ ທ່ານ ນາງ ໄມປົວ ແພງຄຳຮັກ ປະທານສະມາຄົມໃນນາມຜູ້ຕາງໜ້າສະມາຄົມ ສພປຄ ແລະ ທ່ານ ເຮີລີ ຕຸລີຢົງຢົວ ຜູ້ປະສານງານໂຄງການ ໄດ້ເຂົ້າຮ່ວມພິທີລົງນາມສັນຍາ.

ສະມາຄົມດັ່ງກ່າວໄດ້ຮັບ ເງິນຊ່ວຍເຫຼືອຈາກກອງທຶນ PISCCA ຈໍານວນ 41.000 ເອີໂຣ ( 442.286.947 ກີບ ) ເພື່ອຈັດຕັ້ງປະຕິບັດໂຄງການທີ່ແນໃສ່ເສີມສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ຊາວໜຸ່ມ ດ້ວຍການເພີ່ມລາຍຮັບຈາກການຜະລິດຫັດຖະກໍາ ແລະ ການຄຸ້ມຄອງປ່າໄມ້ປ່ອງທໍາມະຊາດແບບຍືນຍົງ.

ພ້ອມນີ້, ທ່ານ ວຽງສາຄອນ ສຸລິໂຍ ຜູ້ອໍານວຍການສະມາຄົມ ສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ( Community Health and _Inclusion Association ( CHIAs ) ພາຍໃຕ້ການຮ່ວມມືກັບອົງການມະນຸດສະທໍາເພື່ອຄົນສູ່ຄົນ ( Humana People to People ) ໄດ້ຕາງໜ້າໃຫ້ແກ່ສະມາຄົມເຂົ້າຮ່ວມລົງນາມຮັບເງິນຊ່ວຍເຫຼືອຈາກກອງທຶນ PISCCA ມູນຄ່າ 30.000 ເອີໂຣ ( 323.624.595 ກີບ ) ເພື່ອນໍາໃຊ້ເຂົ້າໃນການຝຶກອົບຮົມຍົກລະດັບຄວາມສາມາດໃຫ້ແກ່ສະມາຊິກ ຈໍານວນ 12 ທ່ານ ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງຕົນໄດ້ດີກວ່າເກົ່າໃນການເປັນຕົວແທນປົກປ້ອງຜົນປະໂຫຍດຂອງປະຊາຊົນທີ່ມີຄວາມສ່ຽງ.

ກອງທຶນ PISCCA ຍັງຈະໃຫ້ເງິນສະໜັບສະໜູນ 38.000 ເອີໂຣ ( 409.924.487 ກີບ ) ແກ່ສະມາຄົມນໍ້າໃຈຊຸມຊົນ ( Namjai Community Association ( NCA ) ແລະ ສະມາຄົມພູມໃຈທີ່ເປັນເຮົາ ( Proud to Be Us Laos ) ໂດຍມີຜູ້ອໍານວຍການຂອງສອງສະມາຄົມດັ່ງກ່າວ ຕາງໜ້າຮ່ວມລົງນາມ ຄື ທ່ານ ສຸກກະເສີມ ໂພທິສານ ແລະ ທ່ານ ອານັນ ບົວພາ, ສອງສະມາຄົມດັ່ງກ່າວຈະຮ່ວມກັນຈັດຕັ້ງປະຕິບັດໂຄງການທີ່ແນໃສ່ສິດທິເດັກ ແລະ ກຸ່ມຄົນຫຼາກຫຼາຍທາງເພດ ( LGBTI ) ໃນໂຮງຮຽນເປົ້າໝາຍ 8 ແຫ່ງ ໃນນະຄອນຫຼວງວຽງຈັນ ຜ່ານກິດຈະກໍາປູກຈິດສໍານຶກ ແລະ ຝຶກອົບຮົມ ເພື່ອໃຫ້ຊາວໜຸ່ມໄດ້ສະແດງອອກກ່ຽວກັບບັນຫາການຈໍາແນກ ແລະ ການໃຊ້ຄວາມຮຸນແຮງ.

ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ ກໍເປັນຫົວໃຈສໍາຄັນຂອງການເຄື່ອນໄຫວກິດຈະກໍາຂອງສູນແສງສະຫວ່າງ ແຂວງສະຫວັນນະເຂດ ເຊັ່ນດຽວກັນ ເຊິ່ງເປັນສູນທີ່ໃຫ້ການຊ່ວຍເຫຼືອແກ່ຜູ້ເຄາະຮ້າຍ ຫຼື ຜູ້ທີ່ຢູ່ໃນຄວາມສ່ຽງຕົກເປັນຜູ້ເຄາະຮ້າຍຈາກການຄ້າມະນຸດ, ສູນດັ່ງກ່າວຈະໄດ້ຮັບເງິນຊ່ວຍເຫຼືອ ຈໍານວນ 26.500 ເອີໂຣ ( 285.868.393 ກີບ ) ເພື່ອສະໜັບສະໜູນການສຶກສາ ແລະ ການຝຶກອົບຮົມວິຊາຊີບ ລວມທັງການບໍລິການດ້ານສຸຂະພາບຂັ້ນພື້ນຖານໃຫ້ແກ່ແມ່ຍິງ ແລະ ເດັກຍິງ ຈໍານວນ 95 ຄົນ ທີ່ເຂົ້າມາຢູ່ໃນສູນດັ່ງກ່າວ ເຊິ່ງມີ ທ່ານ ນາງ ວິຣິດ ຄັດຕິຍະວົງ ຜູ້ອໍານວຍການຂອງສູນແສງສະ ຫວ່າງ ຕາງໜ້າຮ່ວມລົງນາມສັນຍາຊ່ວຍເຫຼືອໃນຄັ້ງນີ້.

Stella ເປັນອີກບໍລິສັດທີ່ເຄື່ອນໄຫວກິດຈະກໍາ ໂດຍມີ ຈຸດປະສົງເພື່ອເພີ່ມການມີວຽກເຮັດງານທໍາຂອງຊາວໜຸ່ມລາວ ເຊິ່ງໄດ້ຮັບເງິນຊ່ວຍເຫຼືອຈໍານວນ 30.000 ເອີໂຣ ( 323.624.595 ກີບ ) ມີ ທ່ານ ນາງ ສຸພາພອນ ດາງມະນີ ແລະ ທ່ານ ຂວັນຟ້າ ສິຣິພອນ ໃນນາມຜູ້ກໍ່ຕັ້ງ Stella ຕາງໜ້າບໍລິສັດຮ່ວມລົງນາມສັນຍາຊ່ວຍເຫຼືອໃນຄັ້ງນີ້. ໂຄງການຂອງ Stella ແມ່ນແນໃສ່ຈັດຕັ້ງລະບົບການສຶກສາ ແລະ ໃຫ້ຄໍາແນະນໍາດ້ານອາຊີບ ເພື່ອຊ່ວຍເຫຼືອຊາວໜຸ່ມທີ່ດ້ອຍໂອກາດ ແລະ ການແບ່ງປັນປະສົບການເພື່ອສະໜອງເຄື່ອງມື ແລະ ໂອກາດໃຫ້ແກ່ກຸ່ມຊາວໜຸ່ມ ປະມານ 200 ຄົນ ໃນຂອບເຂດທົ່ວປະເທດ.

ການສະໜັບສະໜູນໂຄງການຂະໜາດນ້ອຍຂອງອົງການຈັດຕັ້ງທາງສັງຄົມຂອງລາວ ທີ່ປະກອບສ່ວນໃຫ້ແກ່ເປົ້າໝາຍການພັດທະນາຂອງ ສປປ ລາວ ເໝືອນກັບໂຄງການຂອງສູນແສງສະຫວ່າງ ນັ້ນແມ່ນຈຸດປະສົງຫຼັກຂອງການຊ່ວຍເຫຼືອຈາກສະຖານທູດຝຣັ່ງ ປະຈໍາ ສປປ ລາວ ຜ່ານແຜນງານກອງທຶນ PISCCA.