ດ່ວນ ເຕືອນອີກ! ພາກໃຕ້ ແລະ ກາງ ກຽມຮັບມື ພາຍຸໄຕ້ຝຸ່ນ ໂມລາເວ ຈະເຂົ້າລາວ 28-29 ຕຸລານີ້

315

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພ ໃຫ້ 2ແຂວງພາກໃຕ້ ກຽມເຝົ້າລະວັງພາຍຸໄຕ້ຝຸ່ນ ໂມລາເວ (TY MOLAVE) ຫົວທີ 18 ປະຈໍາປີ 2020 ຈະເຂົ້າລາວໃນຕອນຄໍ່າຂອງວັນທີ 28-29 ຕຸລານີ້ ເຕືອນທຸກຄົນເຝົ້າລະວັງໃຫ້ດີ.

ພາບປະກອບຂ່າວເທົ່ານັ້ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງເຕືອນໄພ ພາຍຸໄຕ້ຝຸ່ນ ໂມລາເວ (TY MOLAVE) ແຕ່ໄລຍະວັນທີ 28 ຫາ 29 ຕຸລາ; ສະບັບເລກທີ 1465/ກອຕທ, ລົງວັນທີ 26 ຕຸລາ 2020 ໃຫ້ຮູ້ວ່າ: ພາຍຸໄຕ້ຝຸ່ນ ໂມລາເວ (TY MOLAVE) ຫົວທີ 18 ປະຈໍາປີ 2020 ໃນເຂດດ້ານຕາເວັນຕົກຂອງມະຫາສະໝຸດປາຊີຟິກຕອນເໜືອ. ເຊິ່ງໃນເວລາ 10 ໂມງ 45 ນາທີ ຂອງວັນທີ 26 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 13.3 ອົງສາເໜືອ ແລະ ເສັ້ນແວງທີ່ 119.5 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົ້ກດ້ວຍຄວາມໄວ 25ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດໃກ້ຈຸດສູນກາງຂອງພາຍຸແມ່ນ 126ກິໂລແມັດຕໍ່ຊົ່ວໂມງ.

ພາບປະກອບຂ່າວເທົ່ານັ້ນ

ພາຍຸຫົວນີ້ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມ ໃນຕອນເຊົ້າຂອງວັນທີ 28 ຕຸລາ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານ ແຂວງເຊກອງ ແລະ ສາລະວັນ ໃນຕອນຄໍ່າວັນທີ 28 ຕຸລາ ຫາ ຕອນເຊົ້າຂອງວັນທີ 29 ຕຸລາ 2020 ນີ້. ເຊິ່ງເປັນຫົວທີ 6 ທີ່ເຄື່ອນທີ່ຜ່ານ ສປປ ລາວ ປະຈໍາປີນີ້.

ພາບປະກອບຂ່າວເທົ່ານັ້ນ

ຈາກນັ້ນຈະອ່ອນກໍາລັງລົງເປັນພາຍຸດີເປຼຊັນ ແລະ ຍ່ອມຄວາມກົດດັນອາກາດຕໍ່າ ເຄື່ອນທີ່ຜ່ານປະເທດໄທ ຕາມລໍາດັບ. ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 28 ຫາ 29 ຕຸລາ 2020ນີ້.

ດັ່ງນັ້ນ ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະລົມພັດແຮງ ທີ່ຈະເຮັດໃຫ້ລະດັບນໍ້າສາຂາ ສືບຕໍ່ສູງຂຶ້ນຕື່ມອີກ ແລະ ຈະເຮັດໃຫ້ມີນໍ້າຖ້ວມຊຸ, ນໍ້າຖ້ວມອັ່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ, ພ້ອມນີ້ໃຫ້ກະກຽມຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.