ກະຊວງ ຖວທ ຮ່ວມກັບ ອົງການກາແດງລາວ ເປີດຮັບບໍລິຈາກເຄື່ອງຊ່ວຍເຫຼືອໄພນ້ຳຖ້ວມ ຢູ່ທາງພາກກາງ ແລະ ພາກໃຕ້

149

ໃນະຫວ່າງວັນທີ 23-24 ຕຸລາ 2020 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ອົງການກາແດງລາວ ໄດ້ເປີດຮັບບໍລິຈາກ ເຄື່ອງຊ່ວຍເຫຼືອ ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ທາງພາກກາງ ແລະ ພາກໃຕ້D


ການເປີດຮັບບໍລິຈາກດັ່ງກ່າວແມ່ນຈັດຂຶ້ນຢູ່ທີ່ ຫໍວັດທະນະທຳແຫ່ງຊາດ  ນະຄອນຫຼວງວຽງຈັນ ເຊິ່ງບັນຍາກາດແມ່ນມີຜູ້ຄົນເຂົ້າມາຮ່ວມບໍລິຈາກເປັນຈຳນວນຫຼວງຫຼາຍ ບໍ່ວ່າຈະເປັນໜ່ວຍງານຕ່າງໆທັງພາກລັດ, ເອກະຊົນ ແລະ ບຸກຄົນທົ່ວໄປ.

ເຄື່ອງທີ່ນຳມາບໍລິຈາກມີເຂົ້າສານ, ນ້ຳດື່ມ, ໝີ່, ປາກະປ໋ອງ ແລະ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງບໍລິໂພກແລະອຸປະໂພກອື່ນໆ.

ການບໍລິຈາກໃນຄັ້ງນີ້ແມ່ນຈະມີພຽງແຕ່ 2 ວັນເທົ່ານັ້ນ ໂດຍເລີ່ມເປີດຮັບບໍລິຈາກຕັ້ງແຕ່ເວລາ 9:00 – 16:30 ໂມງຂອງວັນທີ23-24 ຕຸລາ 2020, ບັນດາທ່ານສາມາດ ໄປບໍລິຈາກຊ່ວຍເຫຼືອໄດ້ຕາມກຳລັງແຮງກຳລັງຊັບ ເພື່ອບັນເທົາໄພພິບັດໃຫ້ແກ່ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພໃນຄັ້ງນີ້

ໃນວັນທີ 26 ຕຸລາ 2020 ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍຈະໄດ້ເຄື່ອນຍ້າຍນຳເອົາເຄື່ອງບໍລິຈາກທັງໝົດໄປຊ່ວຍເຫຼືອພໍ່ແມ່ປະຊາຊົນ ທີ່ຢູ່ພາກກາງ ແລະ ພາກໃຕ້.

.