ວັນທີ24 ຕຸລາ ລະດັບນ້ຳເຊບັງຫຽງ ຢູ່ສະຖານີລະຫານ້ຳ ວັດແທກໄດ້ 18,20 ແມັດ ຫຼຸດລົງອີກເລັກໜ້ອຍຈາກວານນີ້

239

ສະຖານນະການນ້ຳຖ້ວມຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ໃນຕອນເຊົ້າມື້ນີ້ ວັນທີ24 ຕຸລາ 2020ເວລາ 6:30 ໂມງ ລະດັບນ້ຳເຊບັງຫຽງ ຢູ່ສະຖານີລະຫານ້ຳ ວັດແທກໄດ້ 18,20 ແມັດ ສືບຕໍ່ຫລຸດລົງຈາກລະດັບ18,77ແມັດໃນວັນທີ23 ຕຸລາ 2020.


ຢ່າງໃດກໍຕາມຫລາຍພື້ນທີ່ຂອງເມືອງຍັງຄົງປະເຊີນຫນ້າກັບນ້ຳຖ້ວມຂັງ ແລະ ຍັງຕ້ອງການຄວາມໍ່ວຍເລືອໃນຫຼາຍດ້ານ ໂດຍສະເພາະອາຫານການກິນແລະເຄື່ອງດື່ມ.

.

ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນພາຍຸໝູນເຂດຮ້ອນປະຈຳວັນທີ 24/10/2020ວ່າ: ພາຍຸໄຕ້ຝຸ່ນໂຊເດວ (TY Saudel) ຫົວທີ 17 ປະຈຳປີ 2020, ໄດ້ອ່ອນກໍາລັງລົງເປັນພາຍຸໝູນເຂດຮ້ອນ, ປະຈຸບັນທີ່ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເໜືອ, ຊຶ່ງໃນເວລາ 07 ໂມງ 45 ນາທີ ຂອງວັນທີ 24 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 18.2 ອົງສາເໜືອ ແລະ ເສັ້ນແວງທີ 113.3 ອົງສາຕາເວັນອອກ, ພວມເຄື່ອນທີ່ມາທາງທິດຕາເວັນຕົກ – ຕາເວັນຕົກສ່ຽງເໜືອຢ່າງຊ້າໆ.

ຄາດວ່າຈະເຄື່ອນຂຶ້ນຝັ່ງທາງພາກເໜືອຂອງ ສສ ຫວຽດນາມ ແລະ ສືບຕໍ່ຜ່ານເຂົ້າແຂວງພາກໃຕ້ ຫາ ພາກກາງຂອງ ປະເທດລາວໃນໄລຍະວັນທີ 25 – 26 ຕຸລາ 2020ນີ້. ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ລະດັບນໍ້າສາຂາ ສືບຕໍ່ສູງຂຶ້ນຕື່ມອີກ ແລະ ຈະເຮັດໃຫ້ມີນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ.

ພ້ອມນີ້ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ພາບຈາກ:Songkhone news-ຊ່ອງຂ່າວເມືອງສອງຄອນ