ນາຍົກ ລົງຊຸກຍູ້ການແກ້ໄຂອຸທົກກະໄພ ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ

165

ໃນວັນທີ 23 ຕຸລາ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ເມືອງເຊໂປນ, ແຂວງສະຫວັນນະເຂດ ເພື່ອເຄື່ອນໄຫວຢ້ຽມຢາມ, ຊຸກຍູ້ຊ່ວຍເຫຼືອ ແລະ ໃຫ້ທິດຊີ້ນຳ ໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໃນໄລຍະວັນທີ 7-21 ຕຸລານີ້.


ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງສະພາບຊີວິດການເປັນຢູ່ ຂອງປະຊາຊົນບ້ານວັງຄົດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ສູນພັກຊົ່ວຄາວ ຈຸດໂຮງຮຽນປະຖົມບ້ານວັງຄົດ ແລະ ໄປເບິ່ງພື້ນທີ່ບ້ານ ທີ່ຖືກນໍ້າໄຫຼຊຸ, ຊຶ່ງເຫັນວ່າ ບ້ານວັງຄົດ ມີ 115 ຫຼັງຄາເຮືອນ, ໃນນັ້ນ ມີບ້ານທີ່ຖືກນໍ້າພັດໄຫຼບໍ່ເຫຼືອຊາກ 26 ຫຼັງ, ເປ່ເພເກັບກູ້ຄືນໄດ້ບາງສ່ວນ 6 ຫຼັງ, ນໍ້າຖ້ວມ ແຕ່ບໍ່ເສຍຫາຍ 77 ຫຼັງ, ສ່ວນຜົນເສຍຫາຍດ້ານອື່ນ ຂອງບ້ານດັ່ງກ່າວມີ ເນື້ອທີ່ເຂົ້ານາປີ 20 ເຮັກຕາ, ສວນປູກເຂົ້າ 15 ເຮັກຕາ, ສວນກ້ວຍ 15 ເຮັກຕາ, ເສົາໄຟຟ້າ 32 ຕົ້ນ, ກົງເຕີນັບໄຟ 77 ໜ່ວຍ, ແບ້ 20 ກວ່າໂຕ, ສັດປີ 200 ກວ່າໂຕ ແລະ ອື່ນໆ.

ສຳລັບຜົນກະທົບຈາກໄພນໍ້າຖ້ວມ ໃນທົ່ວເມືອງເຊໂປນ ຄັ້ງນີ້ ມີ 47 ບ້ານ, 2.500 ກວ່າຫຼັງຄາເຮືອນ, 2.700 ກວ່າຄອບຄົວ, 15.600 ກວ່າຄົນ (ຍິງ 7.800 ກວ່າຄົນ), ປະຊາຊົນ ທີ່ຖືກອົບພະຍົກ ມີ 29 ບ້ານ, 2.000 ກວ່າຄອບຄົວ, 12.000 ກວ່າຄົນ, ສ່ວນຜົນເສຍຫາຍ ມີຄົນເສຍຊີວິດ 1 ຄົນ, ເຮືອນເປ່ເພ-ໄຫຼນໍ້າ 109 ຫຼັງ, ຜົນຜະລິດເສຍຫາຍ ນາ 1.764 ເຮັກຕາ, ສວນປູກເຂົ້າ 498 ເຮັກຕາ, ໜອງປາ 271 ໜອງ, ຄວາຍ 5 ໂຕ, ງົວ 68 ໂຕ, ແບ້ 148 ໂຕ, ໝູ 18 ໂຕ, ນອກນັ້ນ ຍັງມີເສັ້ນທາງ, ລະບົບໄຟຟ້າໃຊ້, ພື້ນຖານໂຄງລ່າງ ການສຶກສາ, ສາທາລະນະສຸກ ແລະ ອື່ນໆ, ຊຶ່ງລວມມູນຄ່າເສຍຫາຍທັງໝົດ ໃນທົ່ວເມືອງ 317 ກວ່າຕື້ກີບ.


ໃນໂອກາດດຽວກັນ, ຢູ່ສະໂມສອນໃຫຍ່ ຂອງເມືອງເຊໂປນ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ແກ່ອົງການປົກຄອງເມືອງເຊໂປນ, ຜູ້ຕາງໜ້າ ເມືອງພີນ, ເມືອງນອງ ແລະ ເມືອງວິລະບູລີ ໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຄັ້ງນີ້. ກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ມີຄວາມຮັບຜິດຊອບ, ມີຄວາມຕັດສິນໃຈ ແລະ ເສຍສະຫຼະສູງ, ມີຄວາມສາມັກ ຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະ ໄດ້ຮີບຮ້ອນເຂົ້າຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບ ຢ່າງທັນການ ແລະ ໄດ້ຮັບຜົນດີພໍສົມຄວນ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ຜູ້ເຂົ້າຮ່ວມ ກໍ່ຄື ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງບັນຫາສຳຄັນ ເປັນຕົ້ນ ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ, ບໍ່ໃຫ້ຄົນບໍ່ດີ ສວຍໂອກາດລັກເອົາວັດຖຸສິ່ງຂອງ ຂອງປະຊາຊົນ; ສົມທົບກັນ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນ ໄປຊ່ວຍເຫຼືອປະຊາຊົນ ເພື່ອແກ້ໄຂສຸກເສີນ ໃຫ້ທັນການ ແລະ ທົ່ວເຖິງ; ເອົາໃຈໃສ່ເບິ່ງແຍງສຸຂະພາບຂອງປະຊາຊົນ ທີ່ຢູ່ໃນສູນພັກຊົ່ວຄາວ ຢ່າງໃກ້ຊິດຕິດແທດ ເພື່ອຮັບປະກັນດ້ານສຸຂາອະນາໄມ, ປ້ອງກັນ ແລະ ປິ່ນປົວພະຍາດ ທີ່ອາດເກີດຂຶ້ນ ໃຫ້ທັນການ;

ໃຫ້ສືບຕໍ່ຕິດຕາມຂໍ້ມູນຂ່າວສານ ກ່ຽວກັບ ສະພາບດິນຟ້າອາກາດ ຢ່າງເປັນປົກກະຕິ ແລະ ມີແຜນຮອງຮັບກັບຜົນກະທົບທີ່ອາດເກີດຂຶ້ນໃຫ້ດີ, ເນື່ອງຈາກ ປະຈຸບັນ ຍັງຢູ່ໃນໄລຍະສ່ຽງ ທີ່ຈະເກີດມີພະຍຸພັດເຂົ້າມາອີກຮອບໃໝ່; ຄຽງຄູ່ກັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ, ໃຫ້ສືບຕໍ່ປຸກລະດົມປະຊາຊົນ ໃຫ້ມີຄວາມເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ບັນດາສູນພັກຊົ່ວຄາວ ແລະ ການຟື້ນຟູຜົນກະທົບ ໃນຕໍ່ໜ້າ ໃຫ້ມີການຈັດຕັ້ງນໍາພາ-ຄຸ້ມຄອງ, ມີການຈັດສັນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີການແບ່ງຄວາມຮັບຜິດຊອບໃຫ້ທຸກພາກສ່ວນ ແລະ ປະຊາຊົນ ຄັກແນ່; ສືບຕໍ່ເກັບກຳຂໍ້ມູນຜົນເສຍຫາຍ, ຄວາມຕ້ອງການອັນຈຳເປັນ ຂອງປະຊາຊົນ ໃຫ້ລະອຽດ ເພື່ອສະດວກ ແກ່ການຊ່ວຍເຫຼືອ ແລະ ຟື້ນຟູຜົນກະທົບ ໄດ້ຮັບຜົນດີ.

ນອກຈາກນັ້ນ, ຍັງໄດ້ເນັ້ນໜັກ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19, ບໍ່ໃຫ້ມີການເຜີຕົວ ຫຼື ຖືເບົາ ເດັດຂາດ; ໃນສະພາບທີ່ຍັງມີການການບາດຂອງພະຍາດໂຄວິດ-19 ໃນບັນດາປະເທດ, ແຜນການພັດທະນາໃນຕໍ່ໜ້າ ໃຫ້ເອົາໃຈໃສ່ນຳໃຊ້ທ່າແຮງຂອງທ້ອງຖິ່ນ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ສົ່ງເສີມປະຊາຊົນເພີ່ມພູນຜະລິດຜົນ ໃຫ້ເປັນຂະບວນການກວ້າງຂວາງ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດ, ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ດີຂຶ້ນ ເປັນກ້າວໆ;

ໃຫ້ພ້ອມກັນ ປະຢັດມັດທະຍັດ ໂດຍຫຼຸດຜ່ອນການພົບປະສັງສັນ, ການຈັດງານຕ່າງໆ ທີ່ໃຫຍ່ໂຕເກີນຄວາມຈຳເປັນ; ເອົາໃຈໃສ່ສຶກສາອົບຮົມ-ສັ່ງສອນລູກຫຼານ, ຊາວໜຸ່ມ-ເຍົາວະຊົນ ໃຫ້ເປັນຄົນຮູ້ຜູ້ດີ, ບໍ່ໄປພົວພັນ ຫຼື ມົ່ວສຸມສິ່ງບໍ່ດີຕ່າງໆ; ເອົາໃຈໃສ່ ຄຸ້ມຄອງຄົນຕ່າງປະເທດ ໃຫ້ດີ, ພ້ອມທັງຕ້ານ ແລະ ສະກັດກັ້ນ ກຸ່ມຄົນບໍ່ຫວັງດີ ທີ່ສ້າງຄວາມປັ່ນປ່ວນໃນສັງຄົມ, ຫວັງແບ່ງແຍກ ຄວາມສາມັກຄີພາຍໃນ ຫຼື ໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີ ແລະ ຫວັງມ້າງເພລະບອບໃໝ່ຂອງພວກເຮົາ.

ການລົງພື້ນທີ່ ແລະ ຢ້ຽມຢາມປະຊາຊົນ ເມືອງເຊໂປນ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບເງິນສົດ ໃຫ້ເມືອງເຊໂປນ, ເມືອງພີນ, ເມືອງນອງ ແລະ ເມືອງວິລະບູລີ ເພື່ອນຳໄປຊ່ວຍເຫຼືອປະຊາຊົນ ລວມທັງໝົດ 500 ລ້ານກີບ ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ເມືອງເຊໂປນ ຄິດເປັນມູນຄ່າ ເກືອບ 300 ລ້ານກີບ ຕື່ມອີກ.

ແຫຼ່ງທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ