ຄອບຄົວການນຳແຂວງສະຫວັນນະເຂດ​ ແລະ ສະມາຄົມນັກທຸລະກິດຍິງ​ມອບເຄື່ອງຊ່ວຍເຫຼືອໃຫ້ກັບຜູ້ປະສົບໄພນ້ຳຖ້ວມທີ່ເມືອງຈຳພອນ

136

ໃນວັນທີ​ 23 ຕຸລາ​ 2020​ ນີ້​ ທ່ານ​ ນາງ​ ວິລາວັນ​ ພົມວິຫານ​ ພັນລະຍາ​ ຂອງທ່ານສັນຕິພາບ ພົມວິຫານ​ ເຈົ້າແຂວງສະຫວັນນະເຂດ,​ມີພັນລະຍາຂອງທ່ານທ່ອນແກ້ວ ພຸດທະໄກຍະລາດຮອງເຈົ້າແຂວງ,​ຄອບຄົວທ່ານເຈົ້ານະຄອນໄກສອນ ພົມວິຫານ​ແລະສະມາຄົມນັກທຸລະກິດຍິງແຂວງສະຫວັນນະເຂດພ້ອມຄະນະໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບປະຊາຊົນຜູ້ປະສົບໄພນ້ຳຖ້ວມທີ່ເມືອງຈຳພອນ.

ໃນການລົງມອບເຄື່ອງຄັ້ງນີ້ທາງຄອບຄົວການນຳແຂວງພ້ອມຄະນະ ກໍ່ໄດ້ພາກັນຂີ່ເຮືອໄປແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ກັບປະຊາຊົນບ້ານແກ້ງກອກດົງດ້ວຍຕົນເອງ.

.

​ເຄື່ອງທີ່ມອບໃນຄັ້ງນີ້ແມ່ນໄດ້ມາຈາກການປະກອບສ່ວນຂອງຄອບຄົວການນຳແຂວງ,​ນັກທຸລະກິດແຂວງແລະໄດ້ຈາກການປະກອບສ່ວນຂອງຄອບຄົວເອື້ອຍນ້ອງເລດີ້

.

ປະກອບມີເຂົ້າສານ,​ນ້ຳດື່ມ,​ໝີ່,​ປາກະປ໋ອງ, ຢາປົວພະຍາດ,​ສະບູ,​ແປງ​ແລະຢາສີແຂ້ວຈຳນວນ 200 ຊຸດ​ ລວມມູນຄ່າເປັນເງິນທັງໝົດ 26​ ລ້ານກີບ

.


ພາບ-ຂ່າວ: ອັກສອນສິນ​ ພົມມະຈັນ