ສ້າງຕັ້ງສະຫະກອນກະສິກໍາອິນຊີທົ່ງມັ່ງ

188

ຈາກກຸ່ມຜູ້ຜະລິດກະສິກໍາອິນຊີທົ່ງມັ່ງ ປັດຈຸບັນກ້າວເຂົ້າເປັນສະຫະກອນກະສິກໍາອິນ ຊີທົ່ງມັ່ງ ໂດຍມີສະມາຊິກ 44 ຄົນ ໃນ 5 ບ້ານ ມີເນື້ອທີ່ທໍາການຜະລິດຫຼາຍກວ່າ 200 ໄລ່ ພ້ອມທຶນຂອງສະຫະກອນຫຼາຍກວ່າ 400 ລ້ານກີບ.

ເມື່ອວັນທີ 21 ຕຸລາ 2020 ທີ່ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດສ້າງຕັ້ງສະຫະກອນກະສິກໍາອິນຊີທົ່ງມັ່ງ ໂດຍການເຂົ້າຮ່ວມຂອງ ທ່ານ ໜູກີ ສີຫາລາດ ຮອງເລຂາພັກເມືອງໄຊທານີ ນະຄອນຫຼວງວຽງຈັນ; ທ່ານ ຄໍາອ້ວນ ຄາພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້; ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະ    ສິກໍາ ແລະ ປ່າໄມ້ ນະຄອນຫຼວງ ວຽງຈັນ ພ້ອມດ້ວຍບັນດາສະມາຊິກສະຫະກອນກະສິກໍາອິນຊີທົ່ງມັ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ຄໍາວອນ ຫຼວງລາດ ປະທານສະຫະກອນກະສິກໍາອິນຊີທົ່ງມັ່ງ ໄດ້ໃຫ້ຮູ້ເຖິງຄວາມເປັນມາຂອງການສ້າງຕັ້ງສະຫະກອນນີ້ວ່າ: ໃນກາງເດືອນກໍລະກົດປີ 2020 ຫຼາຍພາກສ່ວນ ເປັນຕົ້ນແມ່ນກົມພັດທະນາຊົນນະບົດ ແລະ ສະຫະກອນ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ໄດ້ຮ່ວມກັນຄົ້ນຄວ້າກ່ຽວກັບການພັດທະນາສະຫະກອນກະສິກໍາໃນເຂດຊົນນະບົດ ແລະ ນະໂຍບາຍສະໜັບສະໜູນ, ອົງປະກອບການສ້າງຕັ້ງສະຫະກອນຕົວແບບຮ່ວມກັນສ້າງແຜນກິດຈະກໍາພັດທະນາກຸ່ມປູກຜັກອິນຊີທົ່ງມັ່ງ ກ້າວສູ່ຄວາມພ້ອມສ້າງເປັນສະຫະກອນກະສິກໍາ ໂດຍເລີ່ມຈາກການເຜີຍແຜ່ນິຕິກໍາ; ໃຫ້ຄວາມຮູ້ເຖິງຄວາມໝາຍສໍາຄັນຂອງສະຫະກອນແກ່ກຸ່ມຜູ້ຜະລິດ ແລະ ມີການຈັດກອງປະຊຸມປຶກສາຫາລືກັບຫຼາຍຂັ້ນ ແລະ ອີກຫຼາຍໆວຽກ ເພື່ອເປົ້າໝາຍດຽວຄືພັດທະນາໃຫ້ກ້າວເຂົ້າສູ່ສະຫະກອນໃຫ້ໄດ້ ຈົນໃນທີ່ສຸດກໍສາມາດປະກາດສ້າງຕັ້ງສະຫະກອນກະສິກໍາອິນຊີທົ່ງມັ່ງ ຂຶ້ນໄດ້ໃນມື້ນີ້.

ສະຫະກອນກະສິກໍາອິນຊີທົ່ງມັ່ງ ມີທຶນຂອງສະຫະກອນທັງໝົດ 400 ລ້ານກວ່າກີບ, ມີເນື້ອທີ່ທໍາການຜະລິດ 227,5 ໄລ່; ປະກອບດ້ວຍ 5 ຈຸຜະລິດ ຄື: ຈຸຜະລິດບ້ານທົ່ງມັ່ງ ມີສະມາຊິກ 34 ຄົນ ເນື້ອທີ່ທໍາການຜະລິດ 97,5 ໄລ່; ຈຸຜະລິດບ້ານດວງບຸດດີ ມີສະມາຊິກ 1 ຄົນ ເນື້ອທີ່ທໍາການຜະລິດ 44 ໄລ່; ຈຸຜະລິດບ້ານນາຄັນທຸງ ມີສະມາຊິກ 3 ຄົນ ເນື້ອທີ່ທໍາການຜະລິດ 67 ໄລ່; ຈຸຜະລິດບ້ານກຸດສາມບາດ ມີສະມາຊິກ 5 ຄົນ, ເນື້ອທີ່ທໍາການຜະລິດ 7 ໄລ່ ແລະ ຈຸຜະລິດ ບ້ານນາກຸງ ມີສະມາຊິກ 1 ຄົນ ເນື້ອທີ່ 12 ໄລ່.