ຊຽງຂວາງ ດິນແດນເມືອງປະຫວັດສາດທີ່ໜ້າສໍາຜັດ

192

ຊຽງຂວາງ ເປັນອີກແຂວງທີ່ມີສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ປະຫວັດສາດທີ່ໜ້າສົນໃຈ ເຮັດໃຫ້ແຕ່ລະປີມີນັກທ່ອງທ່ຽວໄປທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຢ້ຽມຊົມເປັນຈໍານວນຫຼາຍ ຍິ່ງໃກ້ຈະເຂົ້າໄລຍະລະດູໜາວແມ່ນເປັນໄລຍະທີ່ເຮັດໃຫ້ ຊຽງຂວາງມີບັນຍາກາດ ແລະ ທິວທັດທີ່ສວຍງາມຂຶ້ນຕື່ມ ເພາະຈະມີສາຍໝອກໃນຕອນເຊົ້າ.

ທົ່ງໄຫຫີນເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງຊຽງຂວາງ ແລະ ເປັນສະຖານທີ່ທີ່ຊາວບ້ານໄປພົບເຫັນລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ ເຊິ່ງມີຮູບຊົງຄ້າຍຄືໄຫເຮັດດ້ວຍຫີນຊາຍທີ່ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່, ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1,5 ແມັດ, ນ້ຳໜັກຫຼາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40 – 50 ກິໂລ ກຣາມ.

ໄຫຫີນດັ່ງກ່າວແມ່ນມີຢູ່ກະຈັດກະຈາຍໃນບໍລິເວນເຂດໂພນສະຫວັນ ແລະ ຍັງມີບ່ອນອື່ນໆຕື່ມອີກ, ໄຫຫີນສ່ວນຫຼາຍສະກັດມາຈາກຫີນຊາຍທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫຼາຍໜ່ວຍທີ່ມີຮ່ອງຮອຍການເກືອກລາກມາຈາກບ່ອນອື່ນ, ບາງໄຫມີລັກສະນະແກະສະຫຼັກຍັງບໍ່ສຳເລັດກໍມີ. ນອກຈາກນີ້, ຍັງຄົ້ນພົບໂຄງກະດູກມະນຸດໃນໄຫບາງໜ່ວຍ ເຊິ່ງເປັນສິ່ງຢັ້ງຢືນການໃຊ້ຫີນໃນພິທີຝັງສົບ ສ່ວນແຜ່ນຫີນມົນໆຄ້າຍຝາປິດເຊິ່ງພົບຢູ່ໃກ້ໆກັບໄຫຫີນນັ້ນໜ້າຈະເປັນແຜ່ນຫີນທີ່ໃຊ້ປິດໄຫຫີນໃນຂະນະປະກອບພິທີ. ອ້ອມຮອບໄຫຫີນພົບລູກປັດ, ເຄື່ອງປະດັບຂອງຊົນເຜົ່າ ແລະ ອື່ນໆ ຈຶ່ງພໍຈະຄາດເດົາໄດ້ວ່າຊົນເຜົ່າທີ່ສ້າງໄຫຫີນຂຶ້ນມານີ້ ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ ມີການຕິດຕໍ່ຄ້າຂາຍໄປທົ່ວພູມິພາກແຖວນີ້ດ້ວຍ.

ນັກບູຮານຄະດີຮຸ່ນຫຼັງໆລົງຄວາມເຫັນວ່າ ເຈົ້າຂອງອາລິຍະທຳນີ້ອາດຈະເປັນຝີມືຂອງພວກຈາມໃນຫວຽດນາມ ທີ່ຫຼົ່ມສະຫຼາຍໄປແລ້ວ ຫຼື ເປັນສີມືຂອງຊາວລາວເທິງ ທີ່ອາໄສຢູ່ໃນແຂວງອັດຕະປື ທາງທິດຕາເວັນອອກສ່ຽງໃຕ້ຂອງປະເທດລາວ ຕິດກັບຊາຍແດນປະເທດກຳປູເຈຍ, ທົ່ງໄຫຫີນຢູ່ຊຽງຂວາງ ມີຢູ່ 3 ກຸ່ມນຳກັນ ຄື:

ກຸ່ມທີ 1: ຕັ້ງຢູ່ຫ່າງຈາກຕົວເມືອງແປກ ເທສະບານແຂວງ ຊຽງຂວາງ ທາງທິດຕາເວັນອອກສ່ຽງໃຕ້ ໄປທາງເມືອງຄູນ ເທສະບານເກົ່າ ໄລຍະທາງປະມານ 7,5 ກິໂລແມັດ ມີໄຫຫີນກະຈັດກະຈາຍຢູ່ໃນທົ່ງຫຍ້າປະມານ 200 ໜ່ວຍ ແລະ ມີຂະໜາດໃຫຍ່ກວ່າໃນກຸ່ມອື່ນໆ ໜ່ວຍໃຫຍ່ທີ່ສຸດຕັ້ງຢູ່ໂນນພູທາງດ້ານຂວາມື, ປາກໄຫຫັນໜ້າໄປທາງສະໜາມບິນທົ່ງໄຫຫີນ ບໍລິເວນທີ່ຕັ້ງໄຫຫີນນີ້ເປັນຈຸດຊົມວິວທີ່ສວຍງາມອີກແຫ່ງໜຶ່ງ ເພາະສາມາດເບິ່ງເຫັນສະໜາມບິນທົ່ງໄຫຫີນ, ກອງບັນຊາການກອງທັບອາກາດລາວ ແລະ ຕົວເມືອງແປກ. ສ່ວນທາງດ້ານຂວາມືຈະມີຂັ້ນໄດປູນຍ່າງລົງໄປຫາທົ່ງໄຫຫີນອີກຈຸດໜຶ່ງ ເຊິ່ງມີຫຼາຍກວ່າໃນຈຸດຊົມວິວແຫ່ງນີ້.

ດ້ານຊ້າຍມືຂອງທົ່ງໄຫຫີນຈະພົບຖ້ຳແຫ່ງໜຶ່ງ ພາຍໃນຖ້ຳມີລັກສະນະເປັນປ່ອງມີ ຄວາມສູງປະມານ 60 ແມັດ ພາຍໃນຖ້ຳບໍ່ເລິກປານໃດ ສາມາດບັນຈຸຄົນໄດ້ 50 – 60 ຄົນ ຖ້ຳແຫ່ງນີ້ເຄີຍໃຊ້ເປັນທີ່ຫຼົບໄພສົງຄາມຂອງຊາວເມືອງຊຽງ ຂວາງ ເວລາຍົນມາຖິ້ມລະເບີດ ພ້ອມກັບໃຊ້ເປັນຄັງເກັບອາວຸດ ແລະ ເຊື້ອເພີງ. ບໍລິເວນໂດຍຮອບທົ່ງໄຫຫີນເທິງຈຸດຊົມວິວຈະພົບຮ່ອງຮອຍການຂຸດເປັນເດີ່ນ, ເປັນແນວຍາວເພື່ອປ້ອງກັນການໂຈມຕີທາງອາກາດ ແລະ ຂຸມຫຼົບລະເບີດຂະໜາດໃຫຍ່ຫຼາຍຂຸມ ຕະຫຼອດຈົນຮ່ອງຮອຍທີ່ໄຫຫີນແຕກກະຈາຍຍ້ອນສົງຄາມ.

ກຸ່ມທີ 2: ຢູ່ຖັດມາຈາກເມືອງແປກ ລົງມາທາງທິດໃຕ້ ປະມານ 25 ກິໂລແມັດ ຄວບຄຸມພື້ນທີ່ໂນນພູສອງໜ່ວຍຈະເບິ່ງເຫັນໄຫຫີນກະຈັດກະຈາຍຢູ່ໃນທົ່ງຫຍ້າ ປະມານ 94 ໜ່ວຍ.

ກຸ່ມທີ 3: ກຸ່ມ ຢູ່ຖັດລົງມາຈາກກຸ່ມໄຫຫີນກຸ່ມ 2 ປະມານ 10 ກິໂລແມັດ ປະກອບດ້ວຍໄຫຫີນນັບຮ້ອຍໜ່ວຍ ກະຈາຍຢູ່ເທິງໂນນພູໜ່ວຍນ້ອຍ ເບິ່ງລົງມາເຫັນວິວທົ່ງຮາບຂອງທ້ອງທົ່ງນາບ້ານຊຽງດີ ເຊິ່ງຢູ່ເທິງໂນນພູໜ່ວຍຕໍ່ໄປໄດ້ຢ່າງຊັດເຈນ.

ໃນອະດີດແຂວງຊຽງຂວາງ ເປັນສະໜາມຮົບອັນດຸເດືອດຫຼາຍຄັ້ງໃນຍຸກສົງຄາມອິນດູຈີນ ອາດເປັນເພາະວ່າໃນອະດີດ ແຂວງຊຽງຂວາງ ຄືຈຸດຍຸດທະສາດທີ່ສຳຄັນແຫ່ງໜຶ່ງຂອງປະເທດ ເພາະຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອຂອງປະເທດລາວ ຢູ່ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 400 ກິໂລແມັດ. ແນວໃດກໍຕາມ, ປັດຈຸບັນຊຽງຂວາງກາຍເປັນຈຸດໝາຍປາຍທາງໜຶ່ງທີ່ຊາວໂລກໃຫ້ຄວາມສົນໃຈ ໂດຍສະເພາະທົ່ງໄຫຫີນທີ່ມີປະຫວັດອັນໜ້າຄົ້ນຫາ.

ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ – 19 ເຊິ່ງເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດບໍ່ສະດວກທີ່ຈະເຂົ້າມາ. ດັ່ງນັ້ນ, ພາກລັດຈຶ່ງເຫັນ ຄວາມສຳຄັນໃນການສົ່ງເສີມໃຫ້ມີການທ່ອງທ່ຽວພາຍໃນໃຫ້ຫຼາຍຂຶ້ນ ໂດຍຢາກໃຫ້ຄົນລາວຫັນມາທ່ອງທ່ຽວລາວ ແລະ ຊົມໃຊ້ຜະລິດຕະພັນລາວຫຼາຍຂຶ້ນ.

ສະນັ້ນ, ຈຶ່ງຂໍແນະນຳທົ່ງໄຫຫີນຊຽງຂວາງທີ່ເປັນສະຖານທີ່ໜ້າຄົ້ນຫາ ເປັນອີກໜຶ່ງໃນປະຕິທິນການທ່ອງທ່ຽວຂອງທ່ານ.