ນາຍົກລົງພື້ນທີ່! ໃຫ້ທິດຊີ້ນໍາແກ້ໄຂບັນຫາ ພ້ອມຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ເຊໂປນ

98

ຈາກສະພາບການໄພນໍ້າຖ້ວມທີ່ເກີດຂຶ້ນໃນ ສປປ ລາວ ໃນຊ່ວງເດືອນ ຕຸລາ 2020 ນີ້, ອັນເຮັດໃຫ້ບາງແຂວງພາກກາງ ແລະ ພາກໃຕ້ຂອງລາວໄດ້ຮັບຜົນກະທົບ ປະຊາຊົນສູນເສຍທັງຊັບສິນເງິນຄໍາ ແລະ ເນື່ອທີ່ໄຮ່ນາຕາກ້າ, ແຕ່ທັງນີ້ທັງນັ້ນ ເມືອງທີ່ໄດ້ຮັບຜົນກະທົບໜັກສຸດແມ່ນ ເມືອງເຊໂປນ ແຂວງສະຫວັນນະເຂດ.

ນາຍົກລົງພື້ນທີ່ຊ່ວຍເຫຼືອປະຊາຊົນ

ເຊິ່ງພາຍຫຼັງທີ່ເກີດເຫດການດັ່ງກ່າວ ຫຼາຍພາກສ່ວນໃນສັງຄົມ ຕ່າງກໍ່ເລັ່ງລະດົມທຶນ ລະດົມເຄື່ອງຊ່ວຍເຫຼືອ ເພື່ອນໍາໄປມອບບັນເທົາທຸກໃຫ້ກັບພໍ່ແມ່ປະຊາຊົນ ຜູ້ປະສົບໄພໃນເຂດດັ່ງກ່າວ.

ຫຼ້າສຸດ, ວັນທີ 23 ຕຸລາ 2020 ນີ້ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ລົງພື້ນທີ່ ເມືອງເຊໂປນ ແຂວງສະຫວັນນະເຂດ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ໃຫ້ທິດຊີ້ນໍາເພື່ອແກ້ໄຂສະຖານະການ ບັນເທົາທຸກ ແລະ ຟື້ນຟູ ຊິວິດການເປັນຢູ່ຂອງປະຊາຊົນ.

ພາບໂດຍ: ສົມພອນ ເທບພອນໄຊ