ບໍລິສັດ ມາຍເວ ສະປອດແວ ( ເສື້ອກີລາພິມລາຍ ) ໄດ້ຈັດພິທີມອບເຄື່ອງກີລາ ແລະ ຈັດການແຂ່ງຂັນບານເຕະມິດຕະພາບກັບ ສື່ມວນຊົນລາວ ສາຍກີລາ ເມື່ອວັນທີ 21 ຕຸລາ 2020 ທີ່ສະໜາມກີລາບານເຕະຫຍ້າທຽມ ມາຍເວ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ພິທີດັ່ງກ່າວ ມາຍເວ ໄດ້ມອບເຄື່ອງກີລາຈໍານວນ 30 ໂຕໃຫ້ກັບ ທີມສື່ມວນຊົນລາວ ສາຍກີລາ ໃຫ້ກຽດມອບເສື້ອໂດຍ ທ່ານ ພຸດທະພອນ ສີວິໄຊ ຜູ້ກໍ່ຕັ້ງບໍລິສັດ ມາຍເວ ສະປອດ ແລະ ກ່າວຮັບໂດຍທ່ານ ຕຸໄລເພັດ ພິມເມືອງ ຮອງປະທານກຸ່ມສື່ມວນຊົນລາວ ສາຍກີລາ ໂດຍມີນັກກີລາທັງສອງຝ່າຍ ແລະ ກອງເຊຍ ເຂົ້າຮ່ວມເກືອບ 100 ຄົນ. ນອກນັ້ນ, ຍັງມີການຈັດການແຂ່ງຂັນບານເຕະມິດຕະພາບລະຫວ່າງທັງສອງທີມ ເປັນໄລຍະເວລາ 3 ຕັ້ງ ( ຕັ້ງລະ 30 ນາທີ ) ຜ່ານການແຂ່ງຂັນປາກົດວ່າ ສະເໝີກັນ 8-8 ປະຕູ
ສໍາລັບ ມາຍເວ ເປັນບໍລິສັດ ເສື້ອກີລາພິມລາຍ ເຄີຍສະໜັບສະໜູນເສື້ອໃຫ້ກັບ ເຄພີເອັສ ເອັຟຊີ ທີມອັນດັບ 4 ໃນບານເຕະລາວລີກ 2 ລະດູການ 2020 ເຊິ່ງການມອບເສື້ອຄັ້ງນີ້ໃຫ້ກັບ ທີມສື່ມວນຊົນລາວ ສາຍກີລາ ກໍເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານ ແລະ ການເຄື່ອງໄຫວຕ່າງໆ. ສ່ວນ ທີມສື່ມວນຊົນລາວ ສາຍກີລາ ກໍມາຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ໂທລະພາບ, ວິທະຍາ, ໜັງສືພິມ.