ອັງກິດ ແລະ ຍີ່ປຸ່ນ ກຽມລົງນາມ FTA

168

ສຳນັກຂ່າວກຽວໂດລາຍງານ ໂດຍອ້າງຂໍ້ມູນຈາກກະຊວງການຕ່າງປະເທດຍີ່ປຸ່ນ ໃຫ້ຮູ້ວ່າ: ທ່ານ ນາງ ລິຊ ທຣັສ ລັດຖະມົນຕີກະຊວງການຄ້າຂອງອັງກິດ ຈະເດີນທາງຢ້ຽມຢາມຍີ່ປຸ່ນ ໃນວັນສຸກ 23 ຕຸລານີ້ ເພື່ອລົງນາມໃນຂໍ້ຕົກລົງການຄ້າເສລີລະ ຫວ່າງສອງປະເທດ ( FTA ) ຫຼັງຈາກທີ່ອັງກິດຖອນຕົວອອກຈາກສະຫະພາບເອີຣົບ ຫຼື ແບຣັກຊິດ.

ລາຍງານລະບຸວ່າ: ຍີ່ປຸ່ນ ແລະ ອັງກິດ ໄດ້ບັນລຸຂໍ້ຕົກລົງການຄ້າເສລີແຕ່ເດືອນກັນຍາຜ່ານມາ ໂດຍຂໍ້ຕົກລົງຈະມີຜົນນຳໃຊ້ໃນເດືອນມັງກອນປີໜ້າ ຫຼັງອັງກິດສິ້ນສຸດເວລາປ່ຽນຜ່ານໃນການຖອນຕົວອອກຈາກອີຢູໃນເດືອນທັນວາຈະເຖິງນີ້.

ທັງນີ້, ອັງກິດ ບັນລຸຂໍ້ຕົກລົງການຄ້າເສລີກັບຍີ່ປຸ່ນເປັນປະເທດທຳອິດ ກ່ອນຖອນຕົວອອກຈາກອີຢູ ຢ່າງເປັນທາງການ. ນອກຈາກນີ້, ອັງກິດ ກຳລັງເຈລະຈາການຄ້າເສລີກັບສະຫະລັດອາເມຣິກາ, ອົສຕຣາລີ ແລະ ນູແວນເຊລັງ ນຳອີກ.