ປີໜ້າອັດຕາການເກີດຢູ່ຍີ່ປຸ່ນ ຈະຫຼຸດລົງຢ່າງໜ້າຕົກໃຈ

115

ກະຊວງສາທາລະນະສຸກຂອງຍີ່ປຸ່ນ ໃຫ້ຮູ້ວ່າ: ຈຳນວນເດັກນ້ອຍເກີດໃໝ່ຢູ່ໃນຍີ່ປຸ່ນ ຈະຫຼຸດລົງຢ່າງຫຼວງຫຼາຍ, ຫຼັງຈາກທີ່ມີລາຍງານຈຳນວນຜູ້ຖືພາຫຼຸດລົງເຖິງ 11,4% ເມື່ອທຽບກັບປີຕໍ່ປີ ເຊິ່ງອາດເປັນຍ້ອນການແຜ່ລະບາດຂອງພະຍາດໂຄວິດ – 19.

ລາຍງານລະບຸວ່າ: ຂໍ້ມູນດັ່ງກ່າວເປັນການຕອກຢ້ຳເຖິງຄວາມວິຕົກກັງວົນຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ວ່າອັດຕາການເກີດໃນຍີ່ປຸນຕ່ຳຢູ່ແລ້ວ ຍິ່ງຕ່ຳລົງອີກຢ່າງໜ້າຕົກໃຈ.

ທັງນີ້, ຈຳນວນເດັກນ້ອຍເກີດໃໝ່ໃນຍີ່ປຸ່ນຕ່ຳກວ່າ 1 ລ້ານຄົນ ເມື່ອປີ 2016 ແລະ ຫຼຸດລົງສູ່ລະດັບ 865.000 ຄົນ ເມື່ອປີຜ່ານມາ ເຮັດໃຫ້ຫຼາຍຝ່າຍເກີດຄວາມວິຕົກກັງວົນວ່າອັດຕາເດັກເກີດໃໝ່ໃນປີໜ້າອາດຈະຕ່ຳກວ່າ 8 ແສນຄົນ ຫາກບໍ່ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້.

ລາຍງານລະບຸວ່າ: ມາດຕະການປ້ອງກັນພະຍາດໂຄວິດ – 19 ສົ່ງຜົນໃຫ້ມີຂໍ້ຈຳກັດໃນການໄປໃຊ້ບໍລິການເກີດລູກຢູ່ໂຮງໝໍ ບວກກັບສະພາບເສດຖະກິດບໍ່ຄ່ອຍດີ, ຄູ່ຜົວ – ເມຍຈຶ່ງຕ້ອງໄດ້ຕັດສິນໃຈບໍ່ມີແຜນເອົາລູກໃນໄລຍະນີ້.