ແອັສຕຣາເຊເນກາ – ອັອກຟອດ ເດີນໜ້າທົດລອງວັກແຊັງຕໍ່

101

ການທົດລອງວັກແຊັງຕ້ານໂຄ  ວິດ – 19 ເຊິ່ງແມ່ນ ບໍລິສັດ AstraZeneca ຮ່ວມກັບ ມະຫາວິທະຍາໄລອັອກຟອດຂອງອັງກິດ ເປັນຜູ້ພັດທະນາຍັງເດີນໜ້າຕໍ່ໄປ ເຖິງແມ່ນວ່າໜຶ່ງໃນອາສາສະໝັກຈະເສຍຊີວິດໃນບຣາຊິນ ກໍຕາມ.

ແນວໃດກໍຕາມ, ທາງການບຣາຊິນ ບໍ່ໄດ້ລາຍງານກ່ຽວກັບເຫດຜົນຂອງການເສຍຊີວິດຂອງອາສາສະໝັກ ແຕ່ມະຫາວິທະຍາໄລອັອກຟອດລາຍງານວ່າ ໄດ້ປະເມີນຢ່າງຮອບຄອບແລ້ວ ພ້ອມຢືນຢັນວ່າບໍ່ມີຄວາມກັງວົນເລື່ອງຄວາມປອດໄພແຕ່ຢ່າງໃດ.

ທັງນີ້, ສຳນັກຂ່າວ ບີບີຊີ ຂອງອັງກິດລາຍງານວ່າ: ອາສາສະໝັກທີ່ເສຍຊີວິດ ອາດຈະເປັນອາສາສະໝັກຂອງກຸ່ມທີ່ບໍ່ໄດ້ຮັບວັກແຊັງດັ່ງກ່າວ ເນື່ອງຈາກຂັ້ນຕອນການທົດລອງຈະມີການແບ່ງກຸ່ມຕົວຢ່າງອອກເປັນສອງກຸ່ມ ຄື: ກຸ່ມທີ່ໄດ້ຮັບວັກແຊັງຕ້ານໂຄວິດ – 19 ແລະ ກຸ່ມຕົວຢ່າງທີ່ໄດ້ຮັບວັກແຊັງປິ່ນປົວພະຍາດເຫຍື່ອຫຸ້ມສະໝອງອັກເສບ ເຊິ່ງໄດ້ຮັບການຮັບຮອງຕາມກົດໝາຍແລ້ວ. ຈາກນັ້ນ, ນັກວິໄຈຈະນຳກຸ່ມຕົວຢ່າງທັງສອງກຸ່ມມາວິເຄາະປຽບທຽບເຖິງປະສິດທິພາບຂອງວັກແຊັງທີ່ກຳລັງພັດທະນາຂຶ້ນ ເຊິ່ງປັດຈຸບັນກຳລັງທົດລອງທາງຄລີນິກໄລຍະສຸດທ້າຍ.

ການທົດລອງວັກແຊັງຕ້ານໂຄ  ວິດ – 19 ຂອງມະຫາວິທະຍາໄລອັອກຟອດ ຖືກຢຸດສະງັກລົງໄລຍະໜຶ່ງເມື່ອເດືອນກັນຍາຜ່ານມາ, ຫຼັງຈາກທີ່ມີລາຍງານວ່າອາສາສະໝັກຄົນໜຶ່ງໃນອັງກິດ ເກີດມີຜົນຂ້າງຄຽງ, ແຕ່ຫຼັງຈາກນັ້ນບໍ່ຮອດອາທິດ  ກໍສືບຕໍ່ທົດລອງອີກ ເມື່ອເຫັນວ່າມີ ຄວາມປອດໄພແລ້ວ.

ວັກແຊັງຕ້ານໂຄວິດ – 19 ທີ່ບໍລິສັດແອັສຕຣາເຊເນກາ ຮ່ວມກັບ ມະຫາວິທະຍາໄລອັອກຟອດພັດທະນາຂຶ້ນນີ້ ເປັນໜຶ່ງໃນວັກແຊັງທີ່ມີຄວາມຫວັງສູງ ວ່າໜ້າຈະຜະລິດອອກຈຳໜ່າຍສູ່ຕະຫຼາດໄດ້ ແລະ ຕິດອັນດັບຕົ້ນໆໃນການທົດລອງຜ່ານ 2 ໄລຍະມາແລ້ວ, ປັດຈຸບັນຍັງຢູ່ຂັ້ນຕອນທົດລອງໄລຍະສຸດທ້າຍຢູ່ໃນອັງກິດ, ບຣາຊິນ ແລະ ອິນເດຍ.