ເຕືອນຜູ້ລ້ຽງສັດ ລະວັງພະຍາດລະບາດຕອນນໍ້າຖ້ວມ

168

ປັດຈຸບັນບັນດາແຂວງພາກກາງ ແລະ ພາກໃຕ້ ພວມປະເຊີນກັບໄພນໍ້າຖ້ວມ ໂດຍສະເພາະແມ່ນແຂວງສະຫວັນນະເຂດ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ເຮັດໃຫ້ໄດ້ຮັບຄວາມເດືອດຮ້ອນຢ່າງໜັກໜ່ວງ ທັງເນື້ອທີ່ໄຮ່ນາຮົ້ວສວນ, ຜົນຜະລິດເຂົ້າ, ພືດພັນທີ່ກໍາລັງພໍເກັບກ່ຽວ ແລະ ສັດລ້ຽງອີກຈໍານວນຫຼາຍ.

ແນວໃດກໍຕາມ ດັ່ງທີ່ຜູ້ຂຽນກ່າວມາຂ້າງເທິງໄພນໍ້າຖ້ວມໃນຄັ້ງນີ້ສົ່ງຜົນກະທົບຫຼາຍດ້ານຕໍ່ປະຊາຊົນ, ໜຶ່ງໃນນັ້ນແມ່ນສັດລ້ຽງທີ່ອາດສູນຫາຍໄປແລ້ວບໍ່ໜ້ອຍ ແຕ່ເຊື່ອວ່າຍັງມີຈໍານວນໜຶ່ງທີ່ປະຊາຊົນສາມາດເກັບຮັກສາ ຫຼື ຍົກຍ້າຍໄປທີ່ປອດໄພໄດ້, ດັ່ງນັ້ນຄໍລໍາກະສິກໍາໃນມື້ນີ້ ຜູ້ຂຽນຂໍຍົກກ່ຽວກັບພະຍາດທີ່ມັກເກີດກັບສັດໃນໄລຍະນໍ້າຖ້ວມມາໃຫ້ທຸກທ່ານໄດ້ລະມັດລະວັງເບິ່ງແຍງ ຫຼື ປ້ອງກັນສັດລ້ຽງຂອງທ່ານເອງບໍ່ໃຫ້ເປັນພະຍາດເຫຼົ່ານີ້.

ໂດຍພະຍາດທີ່ຕ້ອງເຝົ້າລະວັງໃນໄລຍະນໍ້າຖ້ວມສໍາລັບໝູ ແມ່ນພະຍາດປາກເປື່ອຍລົງເລັບ ເຊິ່ງໝູທີ່ເປັນພະຍາດນີ້ຈະສະແດງອາການໄຂ້, ຊຶມ, ເບື່ອອາຫານ, ມີບາດແຜທີ່ດັງ, ເຈັບຂາ ແລະ ສໍາລັບໝູແມ່ມານອາດເຖິງຂັ້ນຫຼຸລູກກໍມີ.

ສໍາລັບສັດປີກ ໂດຍສະເພາະແມ່ນເປັດ, ໄກ່ ພະຍາດທີ່ຕ້ອງລະວັງເປັນພິເສດແມ່ນໄຂ້ຫວັດສັດປີກ, ພະຍາດຫຼອດລົມອັກເສບຕິດຕໍ່ ທີ່ອາດສ້າງຄວາມສູນເສຍໃຫ້ກັບສັດປີກຈໍານວນຫຼາຍ ເຊິ່ງອາການທີ່ສະແດງອອກແມ່ນຄໍຕົກ, ຄໍບິດ, ຫາຍໃຈສຽງດັງ ຫຼື ອາດມີນໍ້າມູກໄຫຼ.

ພະຍາດທີ່ມັກເກີດກັບງົວ, ຄວາຍ, ແບ້ ມັກມີບັນຫາເລື່ອງທ້ອງອືດ, ຖອກທ້ອງຈາກການກິນຫຍ້າອ່ອນທີ່ຫາກໍແຕກຍອດ ເມື່ອຮັບນໍ້າຝົນເຂົ້າໄປເປັນຈໍານວນຫຼາຍ ເພາະຜ່ານມາພວກມັນຈະກິນເຟືອງ ຫຼື ຫຍ້າແຫ້ງຕະຫຼອດໃນໄລຍະລະດູແລ້ງ. ນອກຈາກນີ້, ກໍຍັງມີພະຍາດປາກເປື່ອຍລົງເລັບ ເຊິ່ງຈະສະແດງອາການຊຶມ, ເບື່ອອາຫານ, ນໍ້າລາຍໄຫຼຢູ່ຕະຫຼອດ, ມີບາດແຜຕາມປາກ ແລະ ຫຼືບຕີນ. ອີກພະຍາດທີ່ຕ້ອງລະວັງແມ່ນພະຍາດຄໍບວມ ທີ່ກໍ່ໃຫ້ເກີດຄວາມເສຍຫາຍຮຸນແຮງໃນງົວ – ຄວາຍ ແຕ່ທັງສອງພະຍາດນີ້ແມ່ນສາມາດປ້ອງກັນໄດ້ດ້ວຍການສີດວັກແຊັງປ້ອງກັນ.

ນອກຈາກນີ້, ຍັງມີພະຍາດຍ່ຽວໜູ ສັດອາດຕິດເຊື້ອໄດ້ຈາກການສໍາຜັດເຊື້ອທີ່ປົນເປື້ອນໃນດິນ ຫຼື ນໍ້າ ແລະ ເຊື້ອພະຍາດຈະເຂົ້າສູ່ຮ່າງກາຍຜ່ານບາດແຜທີ່ຜິວໜັງ ຫຼື ເຫຍື່ອເມືອກຕາ, ດັງ ແລະ ປາກ ໂດຍສັດທີ່ເປັນພະຍາດນີ້ຈະມີໄຂ້, ສັດທີ່ກໍາລັງມານອາດຫຼຸລູກໄດ້, ມີຍ່ຽວເປັນສີແດງ ເຊິ່ງພະຍາດນີ້ຍັງເປັນພະຍາດຕິດຕໍ່ລະຫວ່າງຄົນ ແລະ ສັດໄດ້ອີກດ້ວຍ.

ທັງນີ້, ໃນກໍລະນີທີ່ນໍ້າຖ້ວມຂັງດົນ ຜູ້ລ້ຽງຄວນມີການກຽມຫາພື້ນທີ່ສູງ ເພື່ອຍົກຍ້າຍໄປບ່ອນທີ່ນໍ້າຖ້ວມບໍ່ເຖິງ ແລະ ສິ່ງສໍາຄັນໃຫ້ສັງເກດເບິ່ງສັດລ້ຽງຂອງຕົນໃຫ້ດີ ຫາກມີອາການສະແດງອອກດັ່ງທີ່ຜູ້ຂຽນກ່າວມາຂ້າງເທິງແມ່ນຕ້ອງຮີບປິ່ນປົວ ໂດຍການເຂົ້າປຶກສາສັດຕະວະແພດ ຫຼື ໃຫ້ພວກເພິ່ນເຂົ້າມາປິ່ນປົວໃຫ້ດ່ວນ.

ທີ່ມາ: ( http://secretary.dld.go.th