ລາວໂທລະຄົມ-ລາວສະຕ້າ-Vte9 ຮ່ວມສະໜັບສະໜູນການຖ່າຍທອດສົດບານເຕະທົ່ວປະເທດ ຊີງຂັນວັນຊາດ

257

ໃນວັນທີ 22 ຕຸລາ 2020 ໄດ້ມີຖະແຫຼງຂ່າວທີ່ ສະຫະພັນບານເຕະແຫ່ງຊາດລາວ: ລາວໂທລະຄົມ ຜູ້ສະໜັບສະໜູນການຖ່າຍທອດສົດການແຂ່ງຂັນກີລາບານເຕະທົ່ວປະເທດ ຖະແຫຼງຂ່າວຮ່ວມກັບ ໂທລະພາບ ລາວສະຕ້າ ( LAO STAR ) ແລະ ໂທລະພາບ ນະຄອນຫຼວງ ( Vte9 ) ເປັນຜູ້ຮັບໜ້າທີ່ຖ່າຍທອດລົດລາຍການດັ່ງກ່າວ

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສີສຸກ ທອງປັດສາ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວສະຕ້າ ອິນເຕີເນຊັ່ນແນລ ຈໍາກັດ ຜູ້ດຽວ, ທ່ານ ພອນປະເສີດ ອິນທະສອນ ປະທານບໍລິຫານ ສະຖານີໂທລະພາບນະຄອນຫຼວງວຽງຈັນ ແລະ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ກ່ອນໜ້ານີ້ ບໍລິສັດ ເບຍລາວ ສະໜັບສະໜູນຫຼັກຂອງການແຂ່ງຂັນຈໍານວນ 600 ລ້ານກີບ ແລະ ຫຼ້າສຸດ ລາວໂທລະຄົມ ຈະສະໜັບສະໜູນດ້ານອິນເຕີເນັດໃນການຖ່າຍທອດສົດທັງໝົດມູນຄ່າ 504.848.000 ກີບ.

ສໍາລັບ ການແຂ່ງຂັນຄັ້ງນີ້ມີທີມເຂົ້າຮ່ວມທັງໝົດ 18 ທີມຂອງບານເຕະຊາຍ (17 ແຂວງ, 1 ນະຄອນຫຼວງ) ແລະ 8 ທີມ ຂອງບານເຕະຍິງ (17 ແຂວງ, 1 ນະຄອນຫຼວງ) ໂດຍຈະແຂ່ງຂັນກັນຢູ່ 6 ສະໜາມ, ສ່ວນລາງວັນໃນການແຂ່ງຂັນບານເຕະລາຍການນີ້

ສໍາລັບປະເພດຍິງ ແລະ ຊາຍ ປະກອບມີ ທີມຊະນະເລີດ ຈະໄດ້ຮັບເງິນລາງວັນຈໍານວນ 100.000.000 ກີບ, ຂັນລາງວັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ 30 ຫຼຽນ, ສ່ວນທີມຮອງຊະນະເລີດ ຈະໄດ້ຮັບເງິນລາງວັນຈໍານວນ 40.000.000 ກີບ ແລະ ຫຼຽນຮອງຊະນະເລີດ 30 ຫຼຽນ.