ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງພື້ນທີ່ນໍ້າຖ້ວມ ທີ່ເມືອງສອງຄອນ ຊ່ວຍເຫລືອເບື້ອງຕົ້ນໃຫ້ຜູ້ປະສົບໄພ

176

ວັນທີ 22 ຕຸລາ 2020, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ( ຮສສ) ພ້ອມຄະນະ ໄດ້ລົງພື້ນທີ່ນຳ້ຖວ້ມ ຢູ່ເມືອງສອງຄອນ, ແຂວງສະຫວັນນະເຂດ ພ້ອມທັງມອບເຄື່ອງຊ່ວຍເຫລືອເບື້ອງຕົ້ນໃຫ້ຜູ້ປະສົບໄພນ້ຳຖ້ວມ , ໃນນັ້ນລວມມີ ນຳ້ດື່ມ ແລະ ເຄື່ອງບໍລິໂພກ ມູນຄ່າ 5.778.000 ກີບ.


ພ້ອມນີ້,ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ ຂອງ ເຈົ້າເມືອງສອງຄອນ ໃຫ້ຮູ້ວ່າ: ໃນວັນທີ 7 ຕຸລາ 2020ຜ່ານມານີ້, ຄະນະກໍາ ມະການປ້ອງກັນ, ຄວບຄຸມໄພພິບັດຂັ້ນເມືອງໄດ້ລົງໂຄສະນາເຕືອນໃຫ້ປະຊາຊົນຢູ່ໃນເຂດບ່ອນທີ່ມີຄວາມສ່ຽງນໍ້າຖ້ວມ ໃຫ້ມີສະຕິກຽມພ້ອມເຝົ້າ ລະວັງຕົວ, ເນື່ອງຈາກວ່າໄດ້ມີຝົນຕົກຫນັກຢູ່ເຂດເມືອງພີນ,ເມືອງນອງ,ເມືອງເຊໂປນ,ເມືອງວີລະບຸລີ,ເມືອງອາດສະພອນ ແລະ ອາດສະພັງທອງ. ເຊິ່ງມວນນໍ້າດັ່ງກ່າວ ໄດ້ໄຫຼລົງສູ່ແມ່ນ້ໍາເຊບັ້ງຫຽງ ຈຶ່ງເຮັດໃຫ້ລະດັບນ້ໍາເພີ່ມຂື້ນຢ່າງໄວວາ.


ຜ່ານການເກັບກໍາຂໍ້ມູນ ເນື້ອທີ່ໄດ້ຮັບຜົນກະທົບຈາກໄພພິບັດມີດັ່ງນີ້, ເນື້ອທີ່ນາຖືກຖ້ວມທັງຫມົດ: 4.922 ເຮັກຕາ, ຫນອງປາ 314 ຫນອງ, ເນື້ອທີ່ສວນ: 96 ເຮັກຕາ,ສັດຕາຍ (ງົວ6 ໂຕ) ວິດຖ່າຍ 1289 ຫນ່ວຍ, ເລົ້າເຂົ້າ 1 ຫຼັງ, ນໍ້າບາດານ 54 ຫນ່ວຍ,ລະບົບຊົນລະປະທານ 9 ແຫ່ງ ແລະ ສະພາບເສັ້ນທາງ ຄົມມະນາຄົມທາງບົກ ໃນບາງຈຸດພົບຄວາມຫຍຸ້ງຍາກໃຊ້ການບໍ່ໄດ້ມີທັງຫມົດ: 10 ເສັ້ນ ຍາວ 7.700 ແມັດ, ໂຮງຮຽນຢຸດການ ຮຽນ-ການສອນຊົ່ວຄາວມີທັງຫມົດ 22 ແຫ່ງ, ໂຮຽຖືກຖ້ວມ 11 ແຫ່ງ ໃນນີ້ອານຸບານ 1 ແຫ່ງ ແລະໂຮງຮຽນ ມໍຕົ້ນ 2 ແຫ່ງ,ສາຍ ໄຟຕາຂ່າຍ 22 ກິໂລໂວນ ຂາດ 2 ຈຸດຂາດຄື: ຈຸດທີ 1 : ສາຍຂ້າມເຊ ບ້ານຊະແຍກ-ບ້ານ ດອນມ່ວງ (ຂາດເວລາ 2 ໂມງ ຂອງ ວັນທີ 19 / 10 / 2020), ຈຸດທີ 2: ສາຍຂ້າມເຊ ບ້ານ ດົງສະຫວ່າງ-ບ້ານ ສິງທ່າ (ຂາດເວລາ 6 ໂມງ ຂອງວັນທີ 19 / 10 / 2020) ບ້ານທີ່ໃຊ້ໄຟຟ້າບໍ່ໄດ້ ແຕ່ວັນທີ 18-21/10/2020 ມີ 16 ບ້ານ ຕໍ່ກັບສະພາບການດັ່ງກ່າວ ການນໍາຂອງເມືອງພ້ອມ ດ້ວຍຄະນະກໍາມະການປ້ອງກັນ,ຕ້ານໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມສະພາບນ້ໍາຖ້ວມຢ່າງໃກ້ສິດເປັນຕົ້ນແມ່ນ: ຢູ່ກຸ່ມບ້ານທີ່ 12(ລະຫານໍ້າ ກຸ່ມບ້ານທີ11(ສອງຄອນ),ກຸ່ມບ້ານທີ10(ຊະແຍກ) ແລະກຸ່ມບ້ານທີ6(ແກ້ງໂດນ)ລຽບຕາມລໍານ້ໍາເຊບັງຫຽງ.


ພ້ອມດຽວກັນນັ້ນ, ກໍ່ໄດ້ລົງຊຸກຍູ້ໃຫ້ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຢູ່ໃນເຂດທີ່ມີຄວາມສ່ຽງໃຫ້ເຝົ້າລະວັງ ກະກຽມຄວາມພ້ອມ ແລະ ໃຫ້ຍົກຍ້າຍສິ່ງຂອງ ແລະ ສັດລ້ຽງໄປຢູ່ຈຸດທີ່ສູງ ແລະ ປອດໄພ, ພ້ອມທັງໄດ້ນໍາເອົາເຄື່ອງຊ່ວຍເຫຼືອເບື້ອງຕົ້ນ ຈາກພາກສ່ວນຕ່າງໆ ທີ່ຈໍາເປັນໄປມອບໃຫ້ປະຊາຊົນແຕ່ລະບ້ານທີ່ຖືກນ້ໍາຖ້ວມເຊັງ ມີ: ນ້ໍາດື່ມ,ເຂົ້າສານ,ຫມີໄວໄວ ແລະ ອື່ນໆ


ນອກຈາກນັ້ນ ຄະນະກໍາມະການຕ້ານໄພພິບັດຂັ້ນເມືອງ ຍັງໄດ້ກະກຽມຄວາມພ້ອມ- ພ້ອມທັງຕິດຕາມ, ຊຸກຍູ້ ແລະ ເກັບຂໍ້ມູນຕ່າງໆ ຕໍ່ກັບຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ຄະນະກໍາມະການປ້ອງກັນ,ຕ້ານໄພພິບັດຂັ້ນເມືອງໄດ້ຍົກຍ້າຍບ່ອນພັກເຊົາຊົ່ວຄາວ ແລະ ປອດໄພຂອງພໍ່ແມ່ປະຊົນ ແລ ສັດລ້ຽງໃນກຸ່ມບ້ານ ແລະ ບ້ານທີ່ຖືກນ້ໍາຖ້ວມມີດັ່ງນີ້.

ກຸ່ມບ້ານທີ10 ມິບ້ານນາທັງ ຍົກຍ້າຍ ໄປຢູ່ ດົງທັງ (ບໍ່ມີໄຟຟ້າໃຊ້), ບ້ານພະແລງ ຍົກຍ້າຍ ໄປຢູ່ດົງປະສານ(ບໍ່ມີໄຟຟ້າໃຊ້), ບ້ານດອງມ່ວງ ຍົກຍ້າຍໄປຢູ່ດົງຕະປາດ (ບໍ່ມີໄຟຟ້າໃຊ້), ບ້ານຊະແຍກໄປຢູ່ໂຮງຮຽນປະຖົມຊະແຍກ, ບ້ານ ດອນຂຽວ (ບໍ່ມີໄຟຟ້າໃຊ້),ບ້ານນາສະໂນ (ບໍ່ມີໄຟຟ້າໃຊ້), ບ້ານຫ້ວຍຄໍ (ບໍ່ມີໄຟຟ້າໃຊ້) ແລະບ້ານຫ້ວຍໄຂ່ (ບໍ່ມີໄຟຟ້າໃຊ້)

ກຸ່ມບ້ານທີ 11 (ສອງຄອນ) ບ້ານສອງຄອນ,ບ້ານດົງສະຫວ່າງຍົກຍ້າຍໄປຢູ່ດົງພະລອງ (ບ້ານວິໄຊສົງ) ບໍ່ມີໄຟ້າໄຊ້, ບ້ານສອງຄອນ,ບ້ານດົງສະຫວ່າງ ( ບໍ່ ມີໄຟຟ້າໄຊ້ ), ບ້ານຫນອງເດີ່ນທົ່ງຍົກຍ້າຍໄປຢູ່ໂຮງປະຖົມຫນອງເດີ່ນທົ່ງ(ມີໄຟຟ້າໄຊ້) ແລະ ບ້ານສິງທ່າຍົກຍ້າຍໄປຢູ່ດົງຕະປາດ (ບໍ່ ໄຟຟ້າໄຊ້).

ກຸ່ມທີ 12 (ລະຫານໍ້າ ) ບ້ານລະຫານໍ້ຍົກຍ້າຍໄປຢູ່ວັດປ່າບ້ານລະຫານໍ້າ (ມີໄຟຟ້າໄຊ້), ບ້ານທ່າຂາມລຽນຍົກຍ້າຍໄປຢູ່ໂຮງຮຽນປະຖົມບ້ານກົກ ພອກ (ບໍ່ມີໄຟຟ້າໃຊ້) ແລະບ້ານ ກຸດຮີ ນໍ້າຖ້ວມເສັ້ນທາງ 1 ຈຸດ ຍາວ 100 ແມັດ.

ກຸ່ມບ້ານທີ6 ( ແກ້ງໂດນ ) ບ້ານແກ້ງໂດນຍົກຍ້າຍມາຢູ່ໂຮງຮຽນປະຖົມບ້ານແກ້ງໂດນ (ບໍ່ມີໄຟຟ້າໃຊ້),ບ້ານຫົວຫາດຍົກຍ້າຍມາຢູ່ໂຮງຮຽນ ປະຖົມຂອງບ້ານ (ບໍ່ມີໄຟຟ້າໃຊ້) ແລະ ບ້ານຄັນທະບາດຍົກຍ້າຍມາຢູ່ວັດຂອງບ້ານ (ບໍ່ມີໄຟຟ້າໃຊ້).

ສໍາລັບຜົນເສຍຫາຍຕົວຈິງທາງດ້ານເນື້ອທີ່ທໍາການຜະລິດກະສິກໍາ, ດ້ານພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ ແລະ ດ້ານຜົນເສຍຫາຍອື່ນໆ ຍັງສືບຕໍ່ລົງເກັບກໍາຂໍ້ມູນຕົວຈິງ ແລະ ຈະໄດ້ລາຍງານ ໃຫ້ ຮັບຊາບຕາມພາຍຫຼັງ.

ຕໍ່ກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຍັງໄດ້ສະເຫນີຄວາມຕ້ອງການ ເຊັ່ນ: ຢາປ້ອງກັນ-ຢາປິ່ນປົວສັດ+ອຸປະກອນດ້ານສັດຕະວະແພດ,ເຮືອງ,ກ້ອນແຮ່ທາດ (ຢ່າງລະ 200 ກ້ອນ ),ກະສອບເປົ່າ 5.000 ຫນ່ວຍ (ບ້ານຄອງເຫມືອງ-ຄູກັນນໍ້າ)ຍໄຟຟ້າ,ທຽນໄຕ້, ໂຄມໄຟ.ຢາອຸດຍຸງ ແລະ ນໍ້າມັນແອັດຊັງຈໍານວນ 1000 ລິດ: ສາຍໄຟຟ້າ 22KV ຂາດ 2 ຈຸດຄື: ຈຸດທີ 1 (ຂ້າມເຊ) ລະຫວ່າງ ບ້ານ ຊະແຍກ-ບ້ານ ດອນມ່ວງ , ຈຸດທີ2 (ຂ້າມເຊ) ລະຫວ່າງ ບ້ານ ດົງສະຫວ່າງ-ບ້ານ ສິງທ່າ ນຳອີກ.


( ຂ່າວສານ ຮສສ )