ອັນຕະລາຍແບບນີ້! ເຊກອງ ກວດພົບ 3ຮ້ານ ໃນ 2ຕະຫຼາດຂາຍແປ້ງນົວປອມ

150

ວັນທີ 21 ຕຸລາ 2020 ທີ່ຜ່ານມາ,​ ຄະນະກໍາມະການຄຸ້ມຄອງຊັບສິນທາງປັນຍາແຂວງເຊກອງ ເຊິ່ງນໍາໂດຍທ່ານ ວຽງໄຊ ວໍລະສິງ ຮອງຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຊກອງ ໄດ້ລົງກວດກາສິນຄ້າປອມແປງເຄື່ອງໝາຍການຄ້າຢູ່ຕາມຮ້ານຂາຍຍ່ອຍ-ຂາຍຍົກ 24 ຮ້ານຢູ່ 2 ຕະຫຼາດ ເຊິ່ງພົບເຫັນສິນຄ້າຮຽນແບບເຄື່ອງໝາຍການຄ້າແປ້ງນົວກາຈອງ 3 ຮ້ານ.

ທ່ານ ວຽງໄຊ ວໍລະສິງ ກ່າວວ່າ: ການລົງກວດກາຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການຂອງກົມຊັບສິນທາງປັນຍາສະບັບເລກທີ 0304 ລົງວັນທີ 28 ກຸມພາ 2020 ກໍຄືພາລະບົດບາດ, ສິດ ແລະໜ້າທີ່ຂອງພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຊກອງ, ພ້ອມນີ້ ກໍເປັນການປົກປ້ອງຊັບສິນທາງປັນຍາຂອງເຈົ້າຂອງເຄື່ອງໝາຍການຄ້າ ແລະປົກປ້ອງຜົນປະໂຫຍດປະຊາຊົນຜູ້ຊົມໃຊ້ຜະລິດຕະພັນທີ່ມີຄຸນນະພາບໃນທົ່ວສັງຄົມ; ພ້ອມກັນນັ້ນ ກໍເປັນການຕ້ານ ສະກັດກັ້ນການຜະລິດ ແລະການຈຳໜ່າຍສິນຄ້າປອມແປງ, ສິນຄ້າຮຽນແບບເຄື່ອງໝາຍທາງການຄ້າ ແລະສິນຄ້າທີ່ຜິດກັບລະບຽບກົດໝາຍ ໂດຍສະເພາະແມ່ນກົດໝາຍວ່າດ້ວຍຊັບສິນທາງປັນຍາ.

ທ່ານ ກ່າວຕື່ມວ່າ: ການລົງກວດກາຄັ້ງນີ້ ແມ່ນໄດ້ລົງຢູ່ 2 ຕົວເມືອງລວມມີ 24 ຮ້ານ, ພົບເຫັນສິນຄ້າຮຽນແບບເຄື່ອງໝາຍການຄ້າແປ້ງນົວກາຈອງ 3 ຮ້ານລວມມີ 30 ຖົງ, ໃນນີ້ຢູ່ຕະຫຼາດເມືອງລະມາມ ຫຼື ເທສະບານແຂວງ 2 ຮ້ານ ແລະເມືອງທ່າແຕງ 1 ຮ້ານ, ພາຍຫຼັງທີ່ກວດພົບກໍໄດ້ເຮັດບົດບັນທຶກກັບເຈົ້າຂອງຮ້ານ ແລະໄດ້ຢຶດເອົາສິນຄ້າດັ່ງກ່າວ ມາຮັກສາໄວ້ທີ່ພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງເຊກອງ ເພື່ອລໍຖ້າການຄົ້ນຄວ້າພິຈາລະນາຕາມຂັ້ນຕອນລະບຽບການຕໍ່ໄປ.

ທີ່ມາ: ຂ່າວເຊກອງ