ສຶກສາຄວາມເປັນໄປໄດ້ ຫັນຊົນລະປະທານເປັນທັນສະໄໝ

355

ກົມຊົນລະປະທານ ກະຊວງກະສິກໍາ ແລະ ປ່າໄມ້ ກັບ ບໍລິສັດ ສະຕາໂທລະຄົມ ຈໍາກັດ ( Unitel ) ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືສຶກສາຄວາມເປັນໄປໄດ້ ໂຄງການຫັນເປັນດິຈິຕອນດ້ານຊົນລະປະທານໃນຍຸກອຸດສາຫະກໍາ 4.0 ຢູ່ ສປປ ລາວ ແນໃສ່ຫຼຸດຜ່ອນຊັບພະຍາກອນນໍ້າ, ແຮງງານ ແລະ ຕົ້ນທຶນການຜະລິດກະສິກໍາ ໄປຕາມທິດ “ ຫັນເປັນດິຈິຕອນ ” ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ຈັດຂຶ້ນໃນວັນທີ 20 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງສໍານັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ ໂດຍການເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້; ທ່ານ ບຸນຄໍາ ສີດາວົງ ຫົວໜ້າກົມຊົນລະປະທານ; ທ່ານ ລິວ ແມ໋ງ ຮ່າ ຜູ້ອໍານວຍການ   ໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ບຸນຄໍາ ສີດາວົງ ໃຫ້ຮູ້ວ່າ: ເປົ້າໝາຍແມ່ນເພື່ອສ້າງເງື່ອນໄຂໃຫ້ສອງຝ່າຍໄດ້ຮ່ວມມືກັນສຶກສາຄວາມເປັນໄປໄດ້ໂຄງການຫັນເປັນດິຈິຕອນ ດ້ານການຄຸ້ມຄອງລະບົບຊົນລະປະທານຫັນເປັນທັນສະໄໝຂອງ ສປປ ລາວ ແນໃສ່ເພື່ອເຮັດການຄົ້ນຄວ້າ, ພັດທະນາ ແລະ ບໍລິການດ້ານວິຊາການ – ເຕັກນິກ ກ່ຽວກັບຄຸ້ມຄອງນໍາໃຊ້ນໍ້າຊົນລະປະທານ ເພື່ອຫຼຸດຜ່ອນຊັບພະຍາກອນນໍ້າ, ແຮງງານ ແລະ ຕົ້ນທຶນການຜະລິດກະສິກໍາໄປຕາມທິດຫັນເປັນດິຈິຕອນ ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝ ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດພັດທະນາກະສິກໍາ ຮອດປີ 2025 ແລະ ວິໄສທັດຮອດປີ 2030.

ໂດຍໄດ້ກໍານົດຂອບເຂດການຮ່ວມມື ຄື:

ສຶກສາຄວາມເປັນໄປໄດ້ ເພື່ອຈະນໍາໄປພັດທະນາບັນດາໂຄງການຮ່ວມມືໃນແຕ່ລະກິດຈະກໍາ ເຊັ່ນ: ຄົ້ນຄວ້າ – ພັດທະນາລະບົບໂຄງການຄຸ້ມຄອງບໍລິຫານຈັດການນໍ້າຊົນລະປະທານໃນເຂດອ່າງໂຕ່ງຮັບນໍ້າ ເພື່ອການຜະລິດກະສິກໍາ ຍົກສູງປະສິດທິພາບຫຼຸດຜ່ອນຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງແລ້ງ ( Agriculture water Resourec Management Project Platform ).

ຄົ້ນຄວ້າ – ພັດທະນາລະບົບໂຄງການຄຸ້ມຄອງນໍາໃຊ້ – ບໍລິຫານຈັດການນໍ້າຊົນລະປະທານໃນລະດັບໄຮ່ນາ ຍົກສູງປະສິດທິພາບການນໍາໃຊ້ນໍ້າຢ່າງປະຢັດຕາມຄວາມຕ້ອງການນໍ້າຂອງພືດ ຫຼຸດຜ່ອນຕົ້ນທຶນການຜະລິດກະສິກໍາ ( on farm water operation & Management Project ).

ຄົ້ນຄວ້າ – ພັດທະນາລະບົບໂຄງການຄຸ້ມຄອງບໍລິຫານຈັດການນໍ້າຊົນລະປະທານໃນກິດຈະການປູກຝັງ ຫັນການສະໜອງນໍ້າແບບທັນສະໄໝຢູ່ບັນດາເຮືອນຮົ່ມປູກພືດຜັກ, ພືດສວນ, ໄມ້ໃຫ້ໝາກ, ໄມ້ອຸດສາຫະກໍາ ແລະ ທົ່ງຫຍ້າລ້ຽງສັດ ( Agriculture Plantation Water Management Project ).

ຄົ້ນຄວ້າ – ພັດທະນາລະບົບໂຄງການຄຸ້ມຄອງບໍລິຫານຈັດການນໍ້າຊົນລະປະທານ ໃນກິດຈະການລ້ຽງສັດ ແລະ ປະມົງ, ຍົກສູງປະສິດທິພາບລະບົບການນໍາໃຊ້ນໍ້າໃນບັນດາຟາມລ້ຽງສັດໃຫ້ທັນສະໄໝຫຼຸດຜ່ອນການນໍາແຮງງານ ແລະ ຕົ້ນທຶນການຜະລິດ ( Livestock and Fisheries Management Project ).

ສຶກສາຂອບເຂດການຮ່ວມມືອື່ນໆທີ່ຈໍາເປັນ, ເປັນປະໂຫຍດແກ່ສັງຄົມ ແລະ ມີຄວາມເປັນໄປໄດ້ທາງດ້ານເສດຖະກິດ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດບົນພື້ນຖານການເຫັນດີຂອງສອງຝ່າຍ.

ສຶກສາຄົ້ນຄວ້າ ພ້ອມທັງຮ່ວມກັນສ້າງເປັນໂຄງການຕົວແບບຕາມຂອບເຂດການຮ່ວມມືທີ່ໄດ້ກໍານົດໄວ້ໃນມາດຕາທີ 3 ຂໍ້ທີ 1 ຢ່າງໜ້ອຍ 1 ໂຄງການຂອງແຕ່ລະກິດຈະການ.

ທ່ານ ບຸນມີ ມາລາວົງ ຮອງຜູ້ອໍານວຍການໃຫຍ່ສູນສະໜອງເຕັກໂນໂລຊີຂໍ້ມູນຂ່າວສານ, ຕາງໜ້າ ບໍລິສັດ ສະຕາໂທລະຄົມ ຈໍາກັດ ກ່າວວ່າ: ດ້ວຍ ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງກະຊວງກະສິກໍາ ແລະ ປ່າໄມ້ ຕໍ່ກັບປະສົບການ ແລະ ທ່າແຮງຄວາມອາດສາມາດໃນການຈັດຕັ້ງຜັນຂະຫຍາຍບັນດາວິທີການທາງດ້ານເຕັກໂນໂລຊີຂໍ້ມູນ – ຂ່າວສານ; ບໍລິສັດ ສະຕາໂທລະຄົມ ໄດ້ເລືອກເອົາເປັນຜູ້ຮ່ວມງານ ຮ່ວມມືກັບ ກະຊວງກະສິກໍາ ແລະ ປ່າໄມ້ ປະຕິບັດແຜນການຫັນເປັນດິຈິຕອນ ຂະແໜງກະສິກໍາ ແລະ ປ່າໄມ້ ເຂົ້າໃນວຽກງານການສຶກສາຄົ້ນ ຄວ້າ, ພັດທະນາ ແລະ ສະໜອງບໍລິການ, ວິທີການທາງດ້ານເຕັກໂນໂລຊີຂໍ້ມູນ – ຂ່າວສານໃນຍຸກປະຕິວັດອຸດສາຫະກໍາ 4.0 ຂອງໂລກ ຄື: ການພັດທະນາ “ Platform ໃຫ້ແກ່ກິດຈະການຊົນລະປະທານ, ປູກຝັງ, ລ້ຽງສັດ ແລະ ການປະມົງ ແລະ ພັດທະນາບຸກຄະລາກອນ ” ຢູ່ ສປປ ລາວ ເພື່ອຊຸກຍູ້ສົ່ງເສີມວຽການນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານການຄຸ້ມຄອງ ແລະ ບໍລິຫານ ນັບແຕ່ລັດຖະບານລົງເຖິງສັງຄົມ ແລະ ປະຊາຊົນ; ຕອບສະໜອງໄດ້ກັບຄວາມຕ້ອງການຫັນເປັນດິຈິຕອນດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝຕາມນະໂຍບາຍ ແລະ ແຜນພັດທະນາຂອງລັດຖະບານ.