ລັດຖະມົນຕີກະຊວງ ອຄ ລົງຊີ້ນໍາການຜະລິດຢູ່ນະຄອນຫຼວງວຽງຈັນ

180

ທ່ານ ນາງ ເຂັມມະນີ ພົນ ເສນາ ລັດຖະມົນຕີກະຊວງ     ອຸດສາຫະກຳ ແລະ ການຄ້າ  ( ອຄ ) ພ້ອມການນໍາກະຊວງ ແລະ ຂະແໜງການກ່ຽວຂ້ອງໄດ້ລົງຕິດຕາມ ແລະ ຊຸກຍູ້ການຜະລິດສະບຽງອາຫານ ແລະ ອຸດສາຫະກຳໃນນະຄອນຫຼວງວຽງຈັນ ໃນວັນທີ 21 ຕຸລາ 2020 ໂດຍໄດ້ລົງໄປຟາມປູກຜັກສະອາດຂອງ ບໍລິສັດ ເມືອງລາວຟູດ, ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ( ໂຮງງານຂ້າສັດທັນສະໄໝດອນດູ່ ), ໂຮງງານຜະລິດນໍ້າສີ ບໍລິສັດ ອຸໄລພານິດ ( ປະເທດລາວ ) ຈໍາກັດ ແລະ ໂຮງງານຜະລິດຢາເລກ 3.

ການລົງຊຸກຍູ້ການຜະລິດຄັ້ງນີ້ໄດ້ຮັບການລາຍງານສະພາບການຜະລິດພືດຜັກສະອາດ, ປອດສານເຄມີຈາກ ທ່ານ ບຸນທ່ຽງ ລັດຕະນະວົງ ອໍານວຍການ ບໍລິສັດ ເມືອງລາວຟູດ ເຊິ່ງທ່ານໄດ້ກ່າວວ່າ: ບໍລິສັດເມືອງລາວຟູດ ສ້າງຕັ້ງຂຶ້ນໃນປີ 2018 ດໍາເນີນທຸລະກິດ 3 ກິດຈະກໍາຫຼັກ ຄື: ຜະລິດກະສິກໍາປູກພືກຜັກສະອາດ, ລ້ຽງປາ, ລ້ຽງກົບ, ສົ່ງເສີມປະຊາຊົນຜະລິດ – ເກັບຊື້ ແລະ ຈໍາໜ່າຍສິນຄ້າກະສິກໍາສູ່ຕະຫຼາດ ແລະ ໂຮງແຮມ, ຜະລິດ – ປຸງແຕ່ງສິນຄ້າກະສິກໍາ.

ສໍາລັບຂໍ້ສະເໜີຢາກໃຫ້ມີການນໍາເຂົ້າ ປັດໄຈການຜະລິດທີ່ຈໍາເປັນໄດ້ນໍາເຂົ້າແບບລວມສູນ ເພື່ອໃຫ້ໄດ້ຕົ້ນທຶນທີ່ຕໍ່າລົງ; ສະເໜີໃຫ້ຄະນະ 51/ນຍ ສືບຕໍ່ເຂັ້ມງວດກວດກາສິນຄ້າລັກລອບນໍາເຂົ້າຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການກວດກາທີ່ຕະຫຼາດ; ສະເໜີພິຈາລະນາກຽມຈັດຕັ້ງຂຶ້ນທະບຽນພໍ່ຄ້າພືດຜັກໃຫ້ມີການຄຸ້ມຄອງດຶງເຂົາເຈົ້າມາເປັນແຮງຊຸກຍູ້ສົ່ງເສີມຕາມທິດຂອງລັດຖະບານ.

ທ່ານ ຄໍາຫຼ້າ ແສງດາວົງ ອໍານວຍການລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບລວມໃນການດໍາເນີນທຸລະກິດຜ່ານມາ ໂດຍສະເພາະການຮ່ວມມືກັບບໍລິສັດຊີພີ ໃນການສະໜອງແຫຼ່ງທຶນ ແລະ ວິຊາການ ເພື່ອຈັດຊື້ເຄື່ອງມືທັນສະໄໝເຂົ້າມາຮັບໃຊ້ໃນສາຍການຜະລິດຂອງໂຮງງານ. ພ້ອມມີຂໍ້ສະເໜີໃຫ້ການນໍາກະຊວງພ້ອມຄະນະ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ສືບຕໍ່ເອົາໃຈໃສ່ໃນການກໍານົດລາຄາຊີ້ນໝູໃນທົ່ວປະເທດ. ພ້ອມກັນນັ້ນ, ກໍສະເໜີຂະແໜງການກ່ຽວຂ້ອງເອົາໃຈໃສ່ເພີ່ມການຊຸກຍູ້ພາກທຸລະກິດໃຫ້ລ້ຽງໝູເພີ່ມຂຶ້ນ, ສະເໜີໃບຢັ້ງຢືນມາດຕະຖານໂຮງງານຂ້າສັດ ເພື່ອສ້າງຄວາມໝັ້ນໃຈໃຫ້ຜູ້ບໍລິໂພກ.

ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຊົມເຊີຍທີ່ທັງສອງຫົວໜ່ວຍທຸລະກິດຕັດສິນໃຈໃນການລົງທຶນດໍາເນີນທຸລະກິດ ໂດຍສະເພາະການປູກຜັກສະອາດທັງເປັນຂອງບໍລິສັດເອງ ແລະ ການມີສ່ວນຮ່ວມໃນການສົ່ງເສີມຊາວກະສິກອນ ເພື່ອຜະລິດພືດຜັກທີ່ດີ ແລະ ມີມາດຕະຖານ ເພື່ອເປັນສະບຽງຕອບສະໜອງໃນການບໍລິໂພກໃນນະຄອນຫຼວງວຽງຈັນ, ບັນດາແຂວງ ແລະ ກ້າວໄປສູ່ການສົ່ງອອກ ຕໍ່ຂໍ້ສະເໜີທີ່ບໍລິສັດເມືອງລາວຟູດຍົກຂຶ້ນມາ, ຄະນະນໍາກະຊວງ ໂດຍສະເພາະບັນດາກົມກ່ຽວຂ້ອງຈະໄດ້ສົມທົບກັນໃນການຮ່ວມມື ແລະ ສົ່ງເສີມ ເພື່ອເຮັດໃຫ້ພາກທຸລະກິດ ແລະ ຊາວກະສິກອນລາວ ມີການຜະລິດທີ່ແຂງແຮງ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດ.

ທ່ານລັດຖະມົນຕີ ຍັງມີຄໍາເຫັນຕໍ່ຂໍ້ສະເໜີ ໂດຍໃຫ້ສືບຕໍ່ໃນການປັບປຸງຂະບວນການຜະລິດຂອງໂຮງງານ, ເອົາໃຈໃສ່ໂຄສະນາ – ປະຊາສໍາພັນ ເພື່ອໃຫ້ຜູ້ບໍລິໂພກຮັບຮູ້ ແລະ ເຂົ້າໃຈໃນການບໍລິໂພກຊີ້ນທີ່ສະອາດ, ຂອດການປຸງແຕ່ງທີ່ຖືກຫຼັກສຸຂະນາໄມ, ພ້ອມໃຫ້ມີການຮ່ວມມືກັບບໍລິສັດຊີພີ ໃນການເພີ່ມຂອດສະໜອງ ແລະ ປຸງແຕ່ງໃຫ້ຫຼາຍຂຶ້ນ ໂດຍສະເພາະຮ້ານຂາຍຊີ້ນໝູທີ່ສະອາດ, ຜະລິດຕະພັນອາຫານສໍາເລັດຮູບທີ່ຜະລິດຈາກລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ.

ໂອກາດດຽວກັນ, ຄະນະລົງຕິດຕາມ ແລະ ຊຸກຍູ້ການຜະລິດກໍຍັງໄດ້ລົງຊຸກຍູ້ການຜະລິດຂອງ ບໍລິສັດ ອຸໄລພານິດ ( ປະເທດລາວ ) ຈໍາກັດ ແລະ ໂຮງງານ ຜະລິດຢາເລກ 3 ເພື່ອສືບຕໍ່ສົ່ງເສີມການຜະລິດໃຫ້ມີຄວາມແຂງແຮງຂຶ້ນກວ່າເກົ່າ ປະກອບສ່ວນໃນການສ້າງສິນຄ້າຮັບໃຊ້ພາຍໃນຫຼຸດຜ່ອນການນໍາເຂົ້າ.