ເຊີນຮ່ວມບໍລິຈາກເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທີ່ຫໍວັດທະນະທໍາແຫ່ງຊາດ 23-24ຕຸລານີ້

199

ປັດຈຸບັນຫຼາຍພາກສ່ວນຕ່າງກໍ່ເລັ່ງລະດົມປັດໃຈເຄື່ອງຊ່ວຍເຫຼືອຕ່າງໆ ໄປມອບໃຫ້ກັບຜູ້ປະສົບໄພນໍ້າຖ້ວມຢູ່ພາກກາງ ແລະ ພາກໃຕ້ຂອງລາວ, ເຊິ່ງໜຶ່ງໃນນັ້ນກໍ່ແມ່ນກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ຫຼ້າສຸດ ໄດ້ອອກແຈ້ງການເຖິງບັນດາພາກສ່ວນຕ່າງໆ ທີ່ຂຶ້ນກັບກະຊວງ ຖວທ ເພື່ອລະດົມເຄື່ອງຊ່ວຍເຫຼືອ ນໍາໄປມອບໃຫ້ຜູ້ເຄາະຮ້າຍເຫຼົ່ານີ້ ໂດຍມີນັດໝາຍຮັບເຄື່ອງຊ່ວຍເຫຼືອຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ໃນັວນທີ 23-24 ຕຸລານີ້.

ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ອອກແຈ້ງການ ສະບັບເລກທີ 365/ຖວທ, ລົງວັນທີ 21 ຕຸລາ 2020 ເຖິງບັນດາຫົວໜ້າກົມ, ສາຖາບັນ, ໂຮງຮຽນ, ກອງວິຊາການ ແລະ ລັດວິສາຫະກິດທີ່ຂຶ້ນກັບກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ; ບັນດາຄ້າຍເພງ, ສິລະປິນ, ນັກຮ້ອງ, ສະມາຄົມການພິມແຫ່ງ ສປປ ລາວ; ສະມາຄົມຮ້ານອາຫານ ແລະ ໂຮງແຮມ; ສະມາຄົມທຸລະກິດທ່ອງທ່ຽວ; ສະມາຄົມນັກຂ່າວແຫ່ງ ສປປ ລາວ ເລື່ອງ ການປຸກລະດົມເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມບັນດາແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ.

ແຈ້ງການສະບັບດັ່ງກ່າວໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 17 ຫາ 19 ຕຸລາ 2020 ໄດ້ເກີດມີພາຍຸນັງກາ ເຂົ້າຫວຽດນາມ ແລະ ພັດຜ່ານພາກກາງ ແລະ ພາກໃຕ້ຂອງລາວ ພາໃຫ້ມີນໍ້າຖ້ວມສ້າງຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊັບສິນ ແລະ ການຜະລິດ ທີ່ກວມເອົາ 8ເມືອງຂອງ 3 ແຂວງຄື ສະຫວັນນະເຂດ; ສາລະວັນ ແລະ ເຊກອງ. ເຮັດໃຫ້ປັດຈຸບັນ ປະຊາຊົນຕ້ອງການຄວາມຊ່ວຍເຫຼືອປະເພດເຂົ້າສານອາຫານແຫ້ງ, ນໍ້າດື່ມ ແລະ ເຄື່ອງຄົວເຮືອນ.

ສນັ້ນ, ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບເຄາະຮ້າຍດັ່ງກ່າວ ຈຶ່ງສະເໜີໃຫ້ແຕ່ລະພາກສ່ວນລະດົມການຊ່ວຍເຫຼືອດ້ວຍຄວາມສະໝັກໃຈເປັນປະເພດເຂົ້າສານອາຫານແຫ້ງ, ນໍ້າດື່ມ, ເຄື່ອງຄົວເຮືອນ ຫຼື ເປັນເງິນເພື່ອຊື້ເຂົ້າສານ ໄປຊ່ວຍເຫຼືອບັນເທົາທຸກ ໂດຍໃຫ້ແຕ່ລະພາກສ່ວນເກັບກໍາເຕົ້າໂຮມ ແລະ ນໍາໄປມອບໃຫ້ 3 ອົງການຈັດຕັ້ງມະຫາຊົນ ຂອງກະຊວງທີ່ເປັນຄະນະຮັບຜິດຊອບ, ມອບຢູ່ຫໍວັດທະນະທໍາແຫ່ງຊາດ ເລີ່ມເວລາ 9:00-16:30ໂມງ ຂອງວັນທີ 23-24 ຕຸລາ 2020 ໂດຍຈະມີຄະນະນໍາກະຊວງເປັນຜູ້ຮັບ ແລະ ຈະໄດ້ຂຶ້ນລົດອອກເດີນທາງໄປຊ່ວຍເຫຼືອໃນວັນທີ 26 ຕຸລາ 2020.