ຍີ່ປຸ່ນ – ຈີນ ຈະອະນຸຍາດໃຫ້ນັກທຸລະກິດເຂົ້າປະເທດໄດ້

114

ສຳນັກຂ່າວກຽວໂດ ( Kyo do news agency ) ລາຍງານໃນວັນທີ 20 ຕຸລານີ້ວ່າ: ຍີ່ປຸ່ນ ແລະ ຈີນ ຈະຕົກລົງກັນເພື່ອອະນຸຍາດໃຫ້ນັກທຸລະກິດສາມາດເດີນທາງທັງໄລຍະສັ້ນ ແລະ ໄລຍະຍາວລະຫວ່າງກັນໄດ້ ໂດຍຄາດວ່າຈະບັນລຸຂໍ້ຕົກລົງໃນໄວໆນີ້ ແນໃສ່ການຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ – 19.

ເມື່ອປີຜ່ານມາຊາວຈີນ ປະມານ 9,59 ລ້ານຄົນ ເດີນທາງເຂົ້າປະເທດຍີ່ປຸ່ນ ໂດຍປະມານ 370.000 ຄົນ ເດີນທາງເພື່ອຈຸດປະສົງທາງທຸລະກິດ ເຊິ່ງເປັນຈຳນວນຫຼາຍທີ່ສຸດໃນບັນດາປະເທດທົ່ວໂລກທີ່ເດີນທາງເຂົ້າຍີ່ປຸ່ນ.

ພາຍໃຕ້ຂໍ້ຕົກລົງທີ່ຄາດການໄວ້ນັ້ນຜູ້ທີ່ເດີນທາງ ເພື່ອຕິດຕໍ່ທາງທຸລະກິດໄລຍະສັ້ນ ຈະໄດ້ຮັບການຍົກເວັ້ນຈາກການກັກຕົວ 14 ວັນ ຫາກດຳເນີນມາດຕະການປ້ອງກັນທີ່ຈຳເປັນ ເຊັ່ນ: ແຈ້ງລາຍລະອຽດກ່ຽວກັບແຜນການເດີນທາງ ແລະ ການສະແດງຫຼັກຖານຜົນການກວດຫາເຊື້ອໂຄວິດ – 19 ທີ່ເປັນລົບ.

ສຳລັບຜູ້ຢູ່ອາໄສທີ່ເປັນຊາວຕ່າງປະເທດ ແລະ ຜູ້ຢູ່ອາໄສໃນໄລຍະຍາວ ຈະຕ້ອງກັກຕົວເປັນເວລາ 14 ວັນ; ສ່ວນນັກຮຽນ – ນັກສຶກສາ ກໍຈະໄດ້ຮັບການອະນຸຍາດໃຫ້ເດີນທາງເຂົ້າປະເທດຍີ່ປຸ່ນ ແລະ ຈີນໄດ້ ແຕ່ຕ້ອງໄດ້ກັກຕົວ 14 ວັນ.