184 ປະເທດ ເຂົ້າຮ່ວມໂຄງການ ໂຄແວັກ

131

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ທີໂດສ ອັດຮານອມ ກິບຣີເຢຊູສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ( WHO ) ເປີດເຜີຍວ່າ: ຂະນະນີ້ມີ 184 ປະເທດທົ່ວໂລກ ເຂົ້າຮ່ວມໂຄງການ ໂຄແວັກ ( COVAX ) ເຊິ່ງເປັນໂຄງການຂອງອົງການອະນາໄມໂລກ ແລະ ພັນທະມິດອື່ນໆ ເພື່ອຮັບຮອງການເຂົ້າເຖິງວັກແຊັງຕ້ານໂຄວິດ – 19 ຢ່າງມີປະສິດທິພາບ ແລະ ເທົ່າທຽມກັນທົ່ວໂລກ.

ໂຄແວັກ ເປັນໂຄງການຜະລິດວັກແຊັງຕ້ານໂຄວິດ – 19 ທີ່ມີສັກກະຍະພາບສູງ ແລະ ເປັນວິທີທີ່ປະສິດທິພາບສູງທີ່ສຸດໃນການແບ່ງປັນວັກແຊັງທີ່ປອດໄພ ແລະ ມີປະສິດທິພາບຢ່າງເທົ່າທຽມກັນໃນທົ່ວໂລກ.

ຜູ້ອຳນວຍການອົງການອະນາໄມໂລກ ກ່າວວ່າ: ການແບ່ງປັນວັກແຊັງຢ່າງເທົ່າທຽມກັນ ເປັນວິທີທີ່ວ່ອງໄວທີ່ສຸດໃນການປົກປ້ອງຊຸມຊົນທີ່ມີ ຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ຮັກສາສະຖຽນລະພາບຂອງລະບົບສຸຂະພາບ ແລະ ຂັບເຄື່ອນການຟື້ນຕົວຂອງເສດຖະກິດໂລກຢ່າງແທ້ຈິງ.