ແອັບເປິລ ຄວ້າລາງວັນສຸດຍອດແບຣນໂລກ ປະຈຳປີ 2020

122

ອິນເຕີແບຣນ ເປີດເຜີຍ  ລາຍຊື່ບໍລິສັດທີ່ຕິດອັນດັບ  ແບຣນທີ່ດີທີ່ສຸດຂອງໂລກ 20 ອັນດັບທຳອິດຂອງໂລກ ປະຈຳປີ 2020 ( Best Global Brands 2020 Rankings ) ໂດຍໄດ້ປະເມີນມູນຄ່າຍີ່ຫໍ້ສິນຄ້າ ( ແບຣນ ) ຂອງທຸລະກິດເຫຼົ່ານີ້ ບົນພື້ນຖານຂອງການວິເຄາະປັດໄຈຕ່າງໆຢ່າງຄວບຄຸມ ລວມເຖິງຜົນປະກອບການ, ອິດທິພົນຂອງແບຣນທີ່ມີຕໍ່ການຊື້ ແລະ ສັກກະຍະພາບໃນການແຂ່ງຂັນຂອງແບຣນ.

ສຳລັບລາຍງານສະບັບນີ້ ໄດ້ນຳສະເໜີພຽງ 10 ບໍລິສັດທຳອິດທີ່ມີມູນຄ່າແບຣນສູງທີ່ສຸດໃນງານ Best Global Brands 2020 Rankings ຂອງອິນເຕີແບຣນ ມີດັ່ງນີ້:

1). ແອັບເປິລ ອິ້ງ ( Apple ) ມູນຄ່າ 332 ຕື້ໂດລາສະຫະລັດ; 2). ອາເມຊອນ ມູນຄ່າ 200 ຕື້ໂດລາສະຫະລັດ;      3). ໄມໂຄຣຊ໊ອບ ມູນຄ່າ 166 ຕື້ໂດລາສະຫະລັດ; 4). ກູເກິລ ມູນຄ່າ 165 ຕື້ໂດລາສະຫະລັດ; 5). ຊຳຊຸງເອເລັກໂຕຣນິກ ມູນຄ່າ 62,3 ຕື້ໂດລາສະຫະລັດ; 6). ໂຄຄາ – ໂຄລາ ມູນຄ່າ 56,8 ຕື້ໂດລາສະຫະລັດ;     7). ໂຕໂຢຕ້າ ມໍເຕີ ມູນຄ່າ 51,6 ຕື້ໂດລາສະຫະລັດ;     8). ເມີເຊເດສ ເບັນ ມູນຄ່າ 49,3 ຕື້ໂດລາສະຫະລັດ; 9). ແມັກໂດນັລ ມູນຄ່າ 42,8 ຕື້ໂດລາສະຫະລັດ ແລະ ດິສນີ ມູນຄ່າ 40,8 ຕື້ໂດລາສະຫະລັດ.