ຈີນ ໝັ້ນໃຈຜະລິດວັກແຊັງຕ້ານໂຄວິດ ໄດ້ 600 ລ້ານກວ່າໂດສ ໃນທ້າຍປີນີ້

76

ທ່ານ ເຈິ້ງ ຈົງເຫວີ່ຍ ເຈົ້າໜ້າທີ່ຄະນະກຳມະການສຸຂະພາບແຫ່ງຊາດຈີນ ( NHC ) ເປີດເຜີຍວ່າ: ສປ ຈີນ ມີຄວາມສາມາດຜະລິດວັກແຊັງຕ້ານໂຄວິດ – 19 ຈຳນວນ 610 ລ້ານໂດສ ໃນທ້າຍປີນີ້, ພ້ອມທັງຈະຂະຫຍາຍກຳລັງການຜະລິດເພີ່ມຂຶ້ນ ເພື່ອຮອງຮັບຄວາມຕ້ອງການຂອງພາຍໃນ ແລະ ຕ່າງປະເທດ.

ທ່ານ ເຈິ້ງ ຈົງເຫວີ່ຍ ລະບຸວ່າ: ຈີນຖືວ່າວັກແຊັງຕ້ານໂຄວິດ – 19 ເປັນຜະລິດຕະພັນຂອງສາທາລະນະ ຈຶ່ງກຳນົດລາຄາຕາມຕົ້ນທຶນການຜະລິດຫຼາຍກວ່າປັດໄຈອຸປະ   ສົງ – ອຸປະທານ ເຊິ່ງລາຄາດັ່ງກ່າວຈະເປັນທີ່ຍອມຮັບຈາກສາທາລະນະ ແລະ ກຸ່ມທີ່ມີ ຄວາມສ່ຽງສູງໃນການຕິດເຊື້ອໂຄວິດ – 19 ຈະເປັນກຸ່ມທຳອິດທີ່ຈະໄດ້ຮັບວັກແຊັງດັ່ງກ່າວ.

ໃນຂະນະທີ່ ທ່ານ ທຽນ ເປົ້າກົວ ເຈົ້າໜ້າທີ່ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງ ສປ ຈີນ ເປີດເຜີຍວ່າ: ອາສາສະໝັກ ຈຳນວນ 60.000 ກວ່າຄົນໃນປະເທດຕ່າງໆໄດ້ຮັບວັກແຊັງຕ້ານໂຄວິດ – 19 ຂອງຈີນ ໃນການທົດລອງທາງຄລີນິກໄລຍະທີ 3 ເຊິ່ງເປັນໄລຍະສຸດທ້າຍ ໂດຍບໍ່ມີຜົນຂ້າງຄຽງທີ່ຮຸນແຮງໃດໆ. ພ້ອມລະບຸວ່າວັກແຊັງທີ່ເຂົ້າຮ່ວມການທົດລອງຄັ້ງນີ້ມີ 4 ຊະນິດ ເຊິ່ງຜົນການທົດລອງເປັນໄປດ້ວຍດີ ແລະ ມີຄວາມປອດໄພ ແຕ່ມີອາສາສະໝັກບາງຄົນມີອາການເຈັບ, ບວມທີ່ບໍລິເວນສີດວັກແຊັງ ແລະ ມີອາການເປັນໄຂ້ແຕ່ບໍ່ຮຸນແຮງ.