ລັດຖະມົນຕີກະຊວງ ປທສ ເຂົ້າຮ່ວມ ກອງປະຊຸມໂຕະມົນ ລະດັບລັດຖະມົນຕີ ຂອງອົງການ ITU

110

ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ລະດັບລັດຖະມົນຕີ ຂອງອົງການ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໃນງານ ໄອທີຢູ ດິຈິຕອນ ໂລກ 2020 (ITU Virtual Digital World 2020) ຜ່ານລະບົບກອງປະຊຸມທາງໄກ, ໃນລະຫວ່າງວັນທີ 20-22 ຕຸລາ 2020. ເຊິ່ງານດັ່ງກ່າວແມ່ນຈັດຂຶ້ນໂດຍ ອົງການ ITU ຮ່ວມກັບ ກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ສສ.ຫວຽດນາມ.

ງານ ITU Virtual Digital World ຈັດຂຶ້ນພາຍໃຕ້ຫົວຂໍ້ “ການສ້າງໂລກດິຈິຕອນດ້ວຍກັນ” ເພື່ອສຳຫຼວດການຫັນເປັນດິຈິຕອນ ໃນພາກພື້ນ ແລະ ທົ່ວໂລກ. ໂດຍເປັນເວທີສຳລັບພາກລັດ, ຜູ້ວາງນະໂຍບາຍ ໄອຊີທີ, ຜູ້ປະກອບການ ແລະ ສະຕາດອັບຕ່າງໆ ໄດ້ມາພົບປະ, ສົນທະນາກັນ, ແລກປ່ຽນຄວາມຄິດເຫັນ ໂດຍສຸມໃສ່ບັນຫາ ສຳຄັນທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດດິຈິຕອນ ໃນປະຈຸບັນ ແລະ ອະນາຄົດ. ຄຽງຄູ່ກັນນັ້ນ, ຍັງມີງານວາງສະແດງ ITU Virtual Exhibition ທີ່ເຊີນເອົາບັນດາ ພາກລັດ, ພາກເອກະຊົນ ແລະ ຜູ້ປະກອບການທາງດ້ານໄອຊີທີ ລະດັບສາກົນ ເຂົ້າຮ່ວມເປີດບູດໃນງານວາງສະແດງບັນດາຜະລິດຕະພັນຂອງຕົນ ຜ່ານລະບົບອອນໄລ ເພື່ອເປີດໂອກາດສ້າງຄູ່ຮ່ວມມື, ລົງທຶນ, ແລກປ່ຽນບົດຮຽນລະຫວ່າງພາກພຶ້ນ ແລະ ສາກົນ ໃນສະພາບປົກກະຕິໃໝ່ (new normal).

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ກະຊວງ ປທສ ໄດ້ປະກອບຄຳເຫັນໃນບາງຫົວຂໍ້ເຊັ່ນ: “ບົດບາດຂອງເຕັກໂນໂລຊີ ດິຈີຕອນ ໃນລະຫວ່າງ ແລະ ຫຼັງ ການແຜ່ລະບາດໂຄວິດ-19” ຂອງ ສປປ ລາວ ພ້ອມທັງ ສົນທະນາແລກປ່ຽນຄຳຄິດເຫັນ ຕໍ່ກັບຜົນກະທົບການແຜ່ລະບາດໂຄວິດ-19, ການຖອດຖອນບົດຮຽນຈາກຂໍ້ລິເລີ່ມຜ່ານມາ ກັບບັນດາປະເທດສະມາຊິກ ແລະ ໄອທີຢູ ກ່ຽວກັບຄວາມສຳຄັນຂອງການເຊື່ອມຕໍ່ ແລະ ເຕັກໂນໂລຊີ ດິຈີຕອນ ໃນຍຸດທະສາດແຫ່ງຊາດ ຂອງການຟື້ນຟູເສດຖະກິດ.

ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນເປັນໂອກາດອັນດີ ຂອງ ສປປ ລາວ ກໍ່ຄື ກະຊວງ ປທສ ໃນການຮັບຮູ້ ບັນດາທິດທາງ, ນະໂຍບາຍ ຂອງບັນດາປະເທດທີ່ມີການພັດທະນາທາງດ້ານເຕັກໂນໂລຊີດິຈີຕອນ ຕໍ່ກັບການຮັບມື ໃນ ໄລຍະການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19, ອີກທັງເປັນກາລະໂອກາດທີ່ດີ ໃນການປືກສາຫາລືການຮ່ວມມື ໃນການພັດທະນາດ້ານ ໄອຊີທີ ຂອງ ສປປ ລາວ ໃນຍຸກເຕັກໂນໂລຊີດິຈີຕອນ.

ຂ່າວໂດຍ: ກົມແຜນການ ແລະ ການຮ່ວມມື; ພາບ: ຫ້ອງການກະຊວງ.