ບັນຍາກາດໃນຫ້ອງການມີຜົນຕໍ່ການເຮັດວຽກໃນອົງກອນ

245

ການເຮັດວຽກໃນປັດຈຸບັນຖືກຈຳກັດດ້ວຍຫຼາຍໆເງື່ອນໄຂ ອັນທີ່ເຮັດໃຫ້ຄົນເຮັດວຽກຫຼາຍຄົນຕ້ອງຍອມ ໂດຍບໍ່ມີທາງເລືອກທີ່ຈະຕາມໃຈຕົນເອງ, ໃຫ້ເຂົ້າໃຈຢ່າງໜຶ່ງວ່າເຖິງເຮົາຈະເລືອກວຽກເຮັດໄດ້ ແຕ່ສິ່ງທີ່ທຸກຄົນເລືອກບໍ່ໄດ້ ແລະ ບໍ່ມີສິດເລືອກນັ້ນກໍຄືຫ້ອງການ, ເພື່ອນຮ່ວມງານ ແລະ ເຈົ້ານາຍ. ເຮົາບໍ່ສາມາດຮຽກຮ້ອງຫຍັງໄດ້ຕາມສິ່ງທີ່ເຮົາຄິດ ນັ້ນເປັນເພາະເຮົາຍອມຖືກເລືອກເພາະຕ້ອງການທີ່ຈະໄດ້ເປັນບຸກຄົນດັ່ງຄຳວ່າ: ເຮັດວຽກໄດ້ເງິນເດືອນສູງ, ມີວຽກງານທີ່ດີຈົນລືມໄປວ່ານັ້ນອາດຈະບໍ່ແມ່ນສະຖານທີ່ເຮັດວຽກ ຫຼື ບັນຍາກາດໃນການເຮັດວຽກທີ່ເຮົາຄາດຫວັງ.

ການສ້າງບັນຍາກາດທີ່ດີໃນການເຮັດວຽກບໍ່ແມ່ນໜ້າທີ່ຂອງໃຜຄົນໃດຄົນໜຶ່ງ ແຕ່ຕ້ອງແມ່ນພະນັກງານທຸກຄົນມີສ່ວນຮ່ວມ ໂດຍຜູ້ທີ່ເປັນຫົວໜ້າ ເປັນຜູ້ນຳອົງກອນຄວນເປັນແກນນຳທີ່ຈະເຮັດຂຶ້ນ ເພື່ອໃຫ້ບັນຍາກາດໃນບ່ອນເຮັດວຽກເປັນໄປຕາມທີ່ພະນັກງານຢາກໄດ້ ແລະ ຈູງໃຈໃຫ້ພະນັກງານມາເຮັດວຽກທຸກມື້ ຫຼື ຈູງໃຈໃຫ້ພະນັກງານຢາກມາເຮັດວຽກຢູ່ຫ້ອງການ.

ບັນຍາກາດທີ່ດີໃນການເຮັດວຽກຈະຊ່ວຍໃຫ້ພະນັກງານສາມາດເຮັດວຽກໄດ້ມີປະສິດທິພາບ ໂດຍປະກອບຈາກຫຼາຍໆປັດໄຈ ບໍ່ວ່າຈະເປັນສະພາບແວດລ້ອມຂອງສະຖານທີ່, ສະພາບແວດລ້ອມໃນຫ້ອງການ, ເພື່ອນຮ່ວມງານ ແລະ ອື່ນໆ.

  1. ສ້າງບ່ອນເຮັດວຽກໃຫ້ໜ້າເຮັດວຽກ: ບໍ່ໄດ້ມີພຽງແຕ່ການຈັດໂຕະໃຫ້ເປັນຕາຢາກນັ່ງເທົ່ານັ້ນ ແຕ່ລວມເຖິງການຈັດຫ້ອງ, ຕົວອາຄານນໍາອີກ ເຊັ່ນ: ການທາສີເປັນໂທນອ່ອນ, ສະບາຍຕາ, ການປູກຕົ້ນໄມ້ ຫຼື ຕົ້ນດອກໄມ້ປະດັບ. ທັງນີ້, ກໍເພື່ອປ້ອງກັນການເມື່ອຍລ້າຈາກການເຮັດວຽກໄດ້, ການຈັດສະຖານທີ່ເຮັດວຽກໃຫ້ຢູ່ໃນສະພາບແວດລ້ອມທີ່ດີ ຈະຊ່ວຍໃຫ້ພະນັກງານຜ່ອນຄາຍ ແລະ ຮູ້ສຶກພູມໃຈໃນສະຖານທີ່ເຮັດວຽກ.

  2. ສ້າງຄວາມຮັກໃນວຽກທີ່ເຮັດ: ວຽກທີ່ເຮັດປະຈຳທຸກມື້ອາດຈະມີຄວາມຊໍ້າໆແດ່ ແຕ່ການເຮັດໃຫ້ພະນັກງານເກີດຄວາມຮັກໃນວຽກທີ່ເຮັດກໍເປັນປັດໄຈໜຶ່ງທີ່ຊ່ວຍຊຸກຍູ້ໃຫ້ບັນຍາກາດໃນການເຮັດວຽກສົດໃສຂຶ້ນ ຢ່າຕິວ່າວຽກທີ່ເຮັດເປັນສິ່ງທີ່ຈຳເປັນ ຫຼື ຖືກບັງຄັບ ແຕ່ຄວນເບິ່ງໃນແງ່ທີ່ດີຂອງວຽກນັ້ນລວມທັງທີມງານ, ສ່ວນຫົວໜ້າງານຄວນຊ່ວຍເຫຼືອພະນັກງານໃນການສ້າງບັນຍາກາດໃຫ້ເກີດຂຶ້ນ ເພື່ອເຮັດໃຫ້ເຂົາສາມາດເຮັດວຽກຢ່າງມີ ຄວາມສຸກ ແລະ ພ້ອມທີ່ຈະເຮັດວຽກໃຫ້ສຳເລັດໂດຍທີ່ຫົວໜ້າບໍ່ຕ້ອງໄດ້ທວງຖາມ ຫຼື ກົດດັນ.

  3. ສ້າງສັນວິທີການເຮັດວຽກແບບໃໝ່: ວິທີການເຮັດວຽກທີ່ທ້າທາຍ ແລະ ສ້າງສັນຈະຊ່ວຍໃຫ້ພະນັກງານຮູ້ສຶກຕື່ນເຕັ້ນກະຕືລືລົ້ນທີ່ຈະເຮັດວຽກຢູ່ສະເໝີ ແລະ ຫົວໜ້າງານຕ້ອງກະຕຸ້ນໃຫ້ພະນັກງານໝັ່ນຄິດຫາວິທີເຮັດວຽກແບບໃໝ່ດ້ວຍຕົນເອງ, ເຂົາຈະໄດ້ເກີດຄວາມພາກພູມໃຈ ແລະ ເປັນປະໂຫຍດຕໍ່ອົງກອນ, ນອກຈາກພະນັກງານຈະພັດທະນາໄປຂ້າງໜ້າແລ້ວ ສະໝອງຂອງພະນັກງານຍັງໄດ້ເຮັດວຽກຢູ່ຕະຫຼອດດ້ວຍ ເຊິ່ງຈະສົ່ງຜົນໃຫ້ເກີດຄວາມຮູ້ສຶກຜູກພັນກັບວຽກ ແລະ ມຸ່ງຫວັງຄວາມສຳເລັດຢູ່ຕະຫຼອດເວລາ.

  4. ສ້າງມິດຕະພາບໃນບ່ອນເຮັດວຽກ: ຕ້ອງຍອມຮັບວ່າເຮົາບໍ່ໄດ້ເຮັດວຽກພຽງຄົນດຽວໃນຫ້ອງການ ແຕ່ຍັງມີເພື່ອນຮ່ວມງານຄົນອື່ນໆອີກ, ການສ້າງມິດຕະພາບທີ່ດີໃນການເຮັດວຽກ ຈຶ່ງເປັນສິ່ງຈຳເປັນ; ໃນຂະນະດຽວກັນຫົວໜ້າກໍຕ້ອງສະໜັບສະໜູນການເຮັດວຽກເປັນທີມໃຫ້ເດັ່ນ ເພື່ອໃຫ້ພະນັກງານເກີດຄວາມຜູກພັນສະໜິດສະໜົມກັນ ແລະ ຮັບຮູ້ວ່າມີຄົນອື່ນສາມາດຊ່ວຍເຫຼືອເຂົາໄດ້ເວລາເຂົາພົບບັນຫາ ທັງບັນຫາເລື່ອງວຽກ ແລະ ບັນຫາເລື່ອງສ່ວນຕົວກໍຕາມ.

  5. ສ້າງທັດສະນະຄະຕິການເຮັດວຽກໄປທາງບວກ: ຫົວໜ້າງານຄວນເສີມສ້າງແນວຄິດເລື່ອງການເຮັດວຽກ ບໍ່ຈຳເປັນຕ້ອງເຕັມໄປດ້ວຍຄວາມຄຽດສະເໝີໄປ ແຕ່ຕ້ອງມີບາງໄລຍະທີ່ພະນັກງານສາມາດຜ່ອນຄາຍໄດ້, ຄວນແບ່ງເວລາສ່ວນໜຶ່ງໄປຍິ້ມແຍ້ມ, ທັກທາຍເພື່ອນຮ່ວມງານແດ່ ຫຼື ເຖິງແມ່ນວ່າບາງຄັ້ງເຮົາອາດຈະພົບວຽກໜັກ ແລະ ປະເຊີນ ຄວາມເຄັ່ງຄຽດກໍຄວນຍິ້ມສູ້ກັບວຽກແລ້ວມັນກໍຈະຄ່ອຍໆຜ່ານພົ້ນໄປ.

Cr:Jobsdb