ບໍລິສັດເບຍລາວ ສະໜູບສະໜູນ 600ລ້ານກີບ ການແຂ່ງຂັນບານເຕະທົ່ວປະເທດ ຄຳນັບຮັບຕ້ອນວັນຊາດທີ 2 ທັນວາ

215

ສະຫະພັນບານເຕະແຫ່ງຊາດລາວ ໄດ້ຖະແຫລງຂ່າວຜູ້ສະຫນັບສະຫນູນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນ  ວາ ຄົບຮອບ45 ປີ ຂຶ້ນທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວໃນວັນທີ 21 ຕຸລາ 2020.

ໃນພິທີດັ່ງກ່າວ ທ່ານ Henrik Juel Andresen ຜູ້ອໍານວຍການໃຫຍ່ບໍລິສັດເບຍລາວ ຈໍາກັດ ໄດ້ໃຫ້ກຽດມອບເງິນສະໜັບສະໜູນເຖິງ 600 ລ້ານກີບ ໂດຍການກ່າວຮັບຂອງທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫາງຊາດລາວ.


ການແຂ່ງຂັນລາຍການດັ່ງກ່າວຈະມີຂຶ້ນລະຫວ່າງວັນທີ 7-21 ພະຈິກ 2020 ເງິນລາງວັນທີມຊາຍ ແລະ ທີມຍິງແມ່ນໄດ້ເທົ່າກັນ ໂດຍຊະນະເລີດໄດ້ຂັນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດໄດ້ 40 ລ້ານກີບ. ນອກນັ້ນ ກໍຍັງມີລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຄູຝຶກດີເດັ່ນ ແລະ ອື່ນໆ.


ທີມຊາຍທີ່ເຂົ້າຮ້ວມແຂ່ງຂັນມີ 18 ທີມ ( 1 ນະຄອນຫຼວງ ແລະ 17 ແຂວງ ) ປະກອບມີ:
-ສາຍ ກ: ແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງໄຊສົມບູນ, ນະຄອນຫຼວງວຽງຈັນ ( ນວ ) ເຈົ້າພາບ ແລະ ແຂວງຊຽງຂວາງ
-ສາຍ ຂ: ແຂວງຈໍາປາສັກ, ແຂວງອຸດົມໄຊ, ແຂວງວຽງຈັນ, ແຂວງຜົ້ງສາລີ ແລະ ແຂວງເຊກອງ
-ສາຍ ຄ: ແຂວງຫຼວງນໍ້າທາ, ແຂວງໄຊຍະບູລີ , ແຂວງຫຼວງພະບາງ ແລະ ແຂວງອັດຕະປື
-ສາຍ ງ: ແຂວງສະຫວັນນະເຂດ, ແຂວງບໍ່ແກ້ວ, ແຂວງບໍລິຄໍາໄຊ ແລະ ແຂວງຫົວພັນ

ທີມຍິງປະກອບມີ 8 ທີມດັ່ງນີ້:
-ສາຍ ກ: ແຂວງຊຽງຂວາງ, ແຂວງຈໍາປາສັກ ແຂວງວຽງຈັນ ແລະ ແຂວງໄຊຍະບູລີ
-ສາຍ ຂ: ແຂວງສະຫວັນນະເຂດ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ