ໂອກາດເຂົ້າຫອມສັງທອງ ຈະໄດ້ຮັບການຍົກລະດັບ ນັບແຕ່ຂອດຜະລິດຈົນຂອດປຸງແຕ່ງ

168

ເຂົ້າຫອມສັງທອງເປັນແນວພັນເຂົ້າພື້ນເມືອງຂອງຊາວເມືອງສັງທອງ ນະຄອນຫຼວງວຽງຈັນ ທີ່ມີລົດຊາດແຊບ ແລະ ຫອມເປັນເອກະລັກ.

ໃນໄລຍະຜ່ານມາຫຼາຍບໍລິສັດເຫັນໂອກາດ ແລະ ທ່າແຮງໄດ້ເຂົ້າມາສົ່ງເສີມ ແລະ ເກັບຊື້ນໍາປະຊາຊົນ ເພື່ອຈໍາໜ່າຍໃນທ້ອງຕະຫຼາດ ເຊິ່ງເຮັດໃຫ້ຊື່ສຽງຍິ່ງໂດ່ງດັງ ລາຄາຂາຍກໍສູງຂຶ້ນ ແຕ່ນັ້ນຍັງບໍ່ທັນເຮັດແບບຍືນຍົງ ເພາະສ່ວນຫຼາຍແມ່ນການສົ່ງເສີມແຕ່ຂອດປາຍທາງ ຫຼື ພຽງແຕ່ເກັບຊື້ນໍາປະຊາຊົນເພື່ອປຸງແຕ່ງ. ຈາກຈຸດດັ່ງກ່າວ ບໍລິສັດຂວັນເມືອງກຣຸບ ເຫັນໄດ້ທ່າແຮງຈຶ່ງມີຄວາມຕັ້ງໃຈເຂົ້າຍົກລະດັບການຜະລິດນັບແຕ່ຄົ້ນຄວ້າແນວພັນ, ສະໜອງແຫຼ່ງທຶນ, ເຕັກນິກການຜະລິດ, ເຄື່ອງກົນຈັກທີ່ທັນສະໄໝ ແລະ ເກັບຊື້ນໍາປະຊາຊົນ ເພື່ອເຂົ້າໃນອຸດສາຫະກຳປຸງແຕ່ງໃຫ້ເປັນຜະລິດຕະພັນເຂົ້າຫອມສັງທອງແບບຕົ້ນສະບັບ ກ່ອນຈໍລະຈອນໃນທ້ອງຕະຫຼາດ.

ທ່ານ ຄຳຫຼ້າ ນາກຄະວົງ ປະທານ ບໍລິສັດ ຂວັນເມືອງກຣຸບ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ເຂົ້າຫອມເມືອງສັງທອງດັ້ງເດີມ ເປັນເຂົ້າທີ່ມີຄຸນນະພາບສູງ ສັງຄົມຍອມຮັບ ເຊິ່ງຂ້າພະເຈົ້າໄດ້ມີໂອກາດຊື້ບໍລິໂພກດ້ວຍຕົນເອງຮູ້ສຶກວ່າມີຄວາມແຊບ, ລົດຊາດທີ່ເປັນເອກະລັກ ບໍ່ນ້ອຍໜ້າເຂົ້າແນວພັນອື່ນໆຢູ່ບັນດາແຂວງພາກເໜືອ. ສະນັ້ນ, ຈາກຈຸດພິເສດຂອງທ້ອງຖິ່ນທີ່ຢູ່ບໍ່ໄກຈາກໃຈກາງນະຄອນຫຼວງວຽງຈັນ ລວມທັງເນື້ອທີ່ການຜະລິດກໍຍັງມີຈໍານວນຫຼາຍ ແລະ ບໍ່ມີສານເຄມີ. ສະນັ້ນ, ຂ້າພະເຈົ້າຈຶ່ງຕັດສິນໃຈຮ່ວມມືກັບຊ່ຽວຊານຈາກມະຫາວິທະຍາໄລແຫ່ງຊາດ ເພື່ອລົງສໍາຫຼວດໃນໂຄງການສຶກສາ ແລະ ສໍາຫຼວດໂຄງການອະນຸຮັກເຂົ້າຫອມສັງທອງ ເຊິ່ງຈະເລີ່ມຕົ້ນໃນການຄົ້ນຄວ້າ ແລະ ຜະລິດແນວພັນດັ້ງເດີມຂອງເຂົ້າຫອມສັງທອງ. ຫຼັງຈາກນັ້ນ, ກໍສົ່ງເສີມໃຫ້ປະຊາຊົນປູກ ເມື່ອຜົນຜະລິດອອກມາກໍຈະຮັບຊື້ ເຊິ່ງບໍລິສັດຈະສ້າງລານເຂົ້າ ແລະ ໂຮງສີທີ່ທັນສະໄໝ, ໂຮງງານຫຸ້ມຫໍ່ ເພື່ອສ້າງໃຫ້ເປັນຜະລິດຕະພັນຂອງຊາວເມືອງສັງທອງ ອອກຮັບໃຊ້ສັງຄົມ.

ທ່ານກ່າວຕື່ມອີກວ່າ: ນອກນັ້ນບໍລິສັດໄດ້ຮ່ວມມືກັບອາຈານ ແລະ ຊ່ຽວຊານຈາກມະຫາວິທະຍາໄລແຫ່ງຊາດໃນການສຶກສາ – ຄົ້ນ ຄວ້າ ຫອຍຫອມຄຽງຄູ່ກັບເຂົ້າຫອມສັງທອງ ຕົ້ນຕໍມີແນວຄິດຢາກພັດທະນາສິນຄ້າພື້ນເມືອງລາວເປັນຫຼັກ ເຊິ່ງວ່າຫອຍຫອມມີຊື່ສຽງມາດົນນານ ໃນປັດຈຸບັນໃກ້ຈະສູນພັນ; ສະນັ້ນໂຄງການພວກເຮົາແນໃສ່ປົກປັກຮັກສາ ແລະ ອະນຸຮັກ, ພັດທະນາ ແລະ ຂະຫຍາຍແນວພັນສ້າງເປັນຟາມຫອຍໃນອະນາຄົດ. ຄາດວ່າຈະໃຊ້ເວລາ 6 ເດືອນຮ່ວມກັບປະຊາຊົນ ແລະ ຂະແໜງການກ່ຽວຂ້ອງຂອງເມືອງ ສະຫຼຸບຜົນສຶກສາຄົ້ນຄວ້າ ຖ້າວ່າໂຄງການມີປະສິດທິຜົນກໍຈະສືບຕໍ່ທຸ່ມງົບປະມານໃນການລົງທຶນໃສ່ 2 ໂຄງການດັ່ງກ່າວໃຫ້ເກີດດອກອອກຜົນ, ສ້າງເສດຖະກິດພາຍໃນເມືອງ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນທີ່ຮ່ວມໂຄງການນໍາພວກເຮົາ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 13 ຕຸລາ 2020 ທີ່ສໍານັກງານປົກຄອງເມືອງສັງທອງ ໂດຍມີ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ, ພ້ອມດ້ວຍຂະແໜງການອ້ອມຂ້າງເມືອງ, ນາຍບ້ານ 12 ບ້ານ ແລະ ພາກສ່ວນບໍລິສັດເຂົ້າຮ່ວມ.