ທິບສະຫວ່າງ ເຫັນໂອກາດຊອກວັດຖຸດິບສໍາຮອງໄວ້ ເພື່ອຕອບສະໜອງຄວາມຕ້ອງການຕະຫຼາດນອກ

106

ວິສາຫະກິດ ທິບສະຫວ່າງ ປຸງແຕ່ງນໍ້າໝາກຍໍ ບໍ່ລໍຖ້າໃຫ້ເສຍໂອກາດ ເຖິງຍອດສັ່ງຈາກຕະຫຼາດພາຍນອກຫຼຸດລົງ ເນື່ອງຈາກການລະບາດຂອງໂຄວິດ – 19 ແຕ່ຈາກ ຄວາມເຊື່ອໝັ້ນຂອງລູກຄ້າຕ່າງປະເທດ ຈຶ່ງເລັ່ງຜະລິດວັດຖຸດິບໄວ້ຈໍານວນຫຼາຍ ຖ້າເປີດຕະຫຼາດມື້ໃດຕົນພ້ອມຜະລິດຊົດເຊີຍເວລາທີ່ເສຍໄປ.

ທ່ານ ນາງ ບົວທິບ ຫອມຈັນດີ ເຈົ້າຂອງວິສາຫະກິດ ທິບສະຫວ່າງ ປຸງແຕ່ງນໍ້າໝາກຍໍ ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ຕົນເອງເລີ່ມຕົ້ນຜະລິດນໍ້າໝາກຍໍທິບສະຫວ່າງ ແຕ່ປີ 2015 ມາເຖິງປັດຈຸບັນ ມີ 26 ຜະລິດຕະພັນ ເຊິ່ງແຕ່ນີ້ຫາທ້າຍປີຈະມີອີກ 6 ຜະລິດຕະພັນໃໝ່ອອກມາໃຫ້ສັງຄົມຊົມໃຊ້ ໂດຍສະເພາະກາເຟປະສົມສະໝຸນໄພ ເນື່ອງຈາກຕະຫຼາດກາເຟສະໜຸນໄພແມ່ນໄດ້ຮັບຄວາມນິຍົມສູງ ຈຶ່ງເລັ່ງສ້າງເປັນຜະລິດຕະພັນອອກມາ.

ທ່ານກ່າວວ່າ: ສິນຄ້າທີ່ໄດ້ຮັບຄວາມນິຍົມສູງຂອງວິສາຫະກິດທິບສະຫວ່າງ ແມ່ນນໍ້າໝາກຍໍທິບສະຫວ່າງ ເພາະວ່າຕະຫຼາດຈີນ, ສ.ເກົາຫຼີ ມີ ຄວາມຕ້ອງການສູງ ເຊິ່ງປັດຈຸບັນການລະບາດພະຍາດໂຄວິດ – 19 ເຮັດໃຫ້ຍອດສັ່ງສິນຄ້າຫຼຸດລົງ ໂດຍສະເພາະຍອດສັ່ງສິນຄ້າຈາກຕ່າງປະເທດ, ສ່ວນຕະຫຼາດພາຍໃນເຫັນວ່າຍັງປົກກະຕິ.

ທ່ານກ່າວວ່າ: ໃນໄລຍະການປ້ອງກັນການລະບາດຂອງພະຍາດໂຄວິດ – 19 ພວກເຮົາໄດ້ມີຍຸດທະສາດໃນການປັບປຸງຂະບວນການຜະລິດ ໂດຍສະເພາະຜະລິດໃຫ້ພຽງພໍກັບກໍາລັງການຊື້ຂອງຕະຫຼາດພາຍໃນເທົ່ານັ້ນ, ສ່ວນຕະຫຼາດຕ່າງປະເທດທີ່ກໍາລັງຊື້ຫຼຸດລົງ ພວກເຮົາກໍນໍາໃຊ້ກົນລະຍຸດໃນການເກັບ ແລະ ຮັກສາວັດຖຸດິບທີ່ຈະນໍາມາປຸງແຕ່ງເປັນຜະລິດຕະພັນໄວ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອລໍຖ້າໂອກາດທີ່ການລະບາດຂອງພະຍາດເບົາບາງລົງ, ລັດຖະບານຜ່ອນຜັນມາດຕະການເຂົ້າ – ອອກ ຖ້າຫາກມີການໄປມາຂອງທຸລະກິດເຮັດໃຫ້ກໍາລັງຊື້ເພີ່ມຂຶ້ນ ພວກເຮົາກໍພ້ອມທີ່ຈະຜະລິດຕາມ ຄວາມຕ້ອງການຂອງລູກຄ້າ.

ປັດຈຸບັນ ວິສາຫະກິດທິບສະຫວ່າງ ມີເນື້ອທີ່ໃນການປູກວັດຖຸດິບເປັນຂອງຕົນເອງ 20 ເຮັກຕາ; ໃນນີ້ມີໝາກຍໍ, ຂາມປ້ອມ, ດາວອິນຄາ ແລະ ຕົ້ນມອນລ້ຽງມ້ອນ ເພື່ອນໍາເອົາຂີ້ມ້ອນມາປຸງແຕ່ງເປັນຊາຂີ້ມ້ອນ ເຊິ່ງເຮັດໃຫ້ຜົນຜະລິດມີສະໝໍ່າສະເໝີ ແລະ ມີຕະຫຼອດຕາມລະດູການ.

ທ່ານຍັງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມລາວ ຈົ່ງພ້ອມກັນຫັນມາຊົມໃຊ້ຜະລິດຕະພັນທີ່ມີພາຍໃນ ໂດຍສະເພາະເພີ່ມຄວາມນິຍົມຊົມຊອບໃຫ້ຫຼາຍຂຶ້ນ ເພາະວ່າສິນຄ້າທີ່ຜະລິດຈາກຄົນລາວເຮົາໃນປັດຈຸບັນແມ່ນມີຄຸນນະພາບ ເຊິ່ງຄວາມຈິງແລ້ວຜະລິດຕະພັນພາຍໃນປະເທດເຮົາແມ່ນຍັງສົດໃໝ່, ມີຄຸນນະພາບສູງ, ໃນກໍລະນີທີ່ຄົນລາວເຮົາບໍ່ຊົມໃຊ້ຜະລິດຕະພັນຂອງລາວແລ້ວ ເຮັດແນວໃດຈະໃຫ້ເສດຖະກິດພາຍໃນ ແລະ ຜູ້ປະກອບການລາວຈະມີຄວາມເຂັ້ມແຂງ ສາມາດແຂ່ງຂັນກັບສິນຄ້າຕ່າງປະເທດ.

ທ່ານກ່າວວ່າ: ໃນທ້າຍປີນີ້ຖ້າຫາກບໍ່ມີຫຍັງປ່ຽນແປງກໍຈະນໍາເອົາຜະລິດຕະພັນທີ່ ຜະລິດໄດ້ເຂົ້າວາງຈໍາໜ່າຍໃນຫ້າງສັບພະສິນຄ້າ, ຮ້ານສະດວກຊື້ ເພື່ອເພີ່ມທາງເລືອກໃຫ້ລູກຄ້າສາມາດເຂົ້າເຖິງຜະລິດຕະພັນໄດ້ງ່າຍຂຶ້ນ.