ເຈົ້າເມືອງຊົນນະບູລີ ພ້ອມຄະນະລົງໃຫ້ການຊ່ວຍເຫຼືອອົບພະຍົບປະຊາຊົນອອກຈາກບ້ານທີ່ປະສົບໄພນໍ້າຖ້ວມ

125

ວິທະຍຸກະຈາຍສຽງ ສະຫວັນນະເຂດລາຍງານວ່າ: ໃນວັນທີ 19 ຕຸລາ 2020 ນີ້ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ ແຂວງສະຫວັນນະເຂດ, ທ່ານ ພູຂົງ ພັນທະວະດີ ຮອງເຈົ້າເມືອງຊົນນະບູລີ, ພ້ອມດ້ວຍຄະນະຕ້ານໄພພິບັດຂັ້ນເມືອງ, ອົງການຈັດຕັ້ງມະຫາຊົນ, ກໍາລັງ ປກຊ-ປກສ ສົມທົບກັບກໍາລັງກອງຮ້ອຍ ຄໍ 35 ໄດ້ລົງໃຫ້ການຊ່ວຍເຫຼືອອົບພະຍົບປະຊາຊົນອອກຈາກບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ປະກອບມີ ບ້ານກອງປະທຸມວັນ, ທ່າຄໍາເຫຼື້ອມ, ບ້ານໂຄກຫົວຊ້າງ, ບ້ານບຶງຊ້າງ ແລະບ້ານດອນຍາໂນງ ເຊີ່ງສາມາດອົບພະຍົບປະຊາຊົນອອກຈາກບ້ານດ້ວຍຄວາມປອດໄພ ແລະນໍາສົ່ງເຂົ້າພັກທີ່ຈຸດພັກຊົ່ວຄາວທີ່ສະໂມສອນຂອງເມືອງຊົນນະບູລີ ໄດ້ 8 ຄອບຄົວ, ໃນນັ້ນມີ ບ້ານ ໂຄກຫົວຊ້າງ, ກອງປະທຸມວັນ ມີພົນລະເມືອງ 31 ຄົນ 19 ຄົນ.

ນອກນີ້ປະຊາຊົນທີ່ຖືກອົບພະຍົບສ່ວນຫຼາຍຈະໄປພັກເຊົ່າຢູ່ເຮືອນພີ່ນ້ອງໃນຂອບເຂດບ້ານໂນນສະຫວ່າງ ມີ 17 ຄອບຄົວ ມີພົນລະເມືອງ 83 ຄົນ 47 ຍິງ ໃນນັ້ນມີບ້ານທ່າຄໍາເຫຼື້ອມ, ບ້ານກອງປະທຸມວັນ, ສໍາລັບຢູ່ຈຸດພັກຊົ່ວຄາວບ້ານດົງຫົງຄໍາ ມີ 3 ບ້ານຄື: ບ້ານບຶງຊ້າງ, ບ້ານທ່າຄໍາເຫຼື້ອມ ແລະບ້ານໂຄກຫົວຊ້າງ ມີ 39 ຄອບຄົວ ມີພົນລະເມືອງ 156 ຄົນ ຍິງ 89 ຄົນ.

ພ້ອມນີ້ທ່ານເຈົ້າເມືອງຊົນນະບູລີ ພ້ອມຄະນະກໍ່ຍັງໄດ້ມອບເຄື່ອງຊ່ວຍເຫຼືອຈໍານວນໜື່ງໃຫ້ກັບພໍ່ແມ່ປະຊາຊົນທີ່ຢູ່ໃນສູນພັກເຊົ່າຊົ່ວຄາວອີກດ້ວຍ ເພື່ອຊ່ວຍເຫຼືອບັນເທົ້າທຸກ ແລະສີ່ງທີ່ຈໍາເປັນໃນປັດຈຸບັນທີ່ທາງເມືອງຕ້ອງການຄວາມຊ່ວຍເຫຼືອຈາກສັງຄົມຢ່າງຮີບດ່ວນທີ່ສຸດແມ່ນ: ນໍ້າດື່ມ, ເຂົ້າສານ, ອາຫານແຫ້ງ, ຢາປົວພະຍາດ, ນໍ້າມັນເຊື້ອໄຟ ແລະເຮືອເພື່ອຊ່ວຍເຫຼືອສະເພາະໜ້າໃຫ້ກັບປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ນັກຂ່າວເມືອງຊົນນະບູລີ ແຈ້ງຂ່າວຕື່ມອີກວ່າ: ໃນຕອນເຊົ້າຂອງວັນທີ 20 ຕຸລາ 2020 ນີ້ທ່ານ ຄໍາມອນ ທິລາວົງ ຮອງເລຂາພັກເມືອງປະທານກວດກາພັກ-ລັດເມືອງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບພໍ່ແມ່ປະຊາຊົນ ເພື່ອບັນເທົ່າທຸກໃນຂັ້ນເບື່ອງຕົ້ນຢູ່ເຂດກຸ່ມບ້ານທີ 1 ປະກອບມີ: ບ້ານດອນຍາໂນງ, ບ້ານໜອງຜື, ກຸ່ມບ້ານທີ 2 ປະກອບມີ: ບ້ານໂພນຕານ, ບ້ານໂນນຍາງ, ບ້ານນາໂພນທອງ, ບ້ານໜອງບົວຫຼວງ ແລະເຂດຈຸດພັກເຊົ່າຊົ່ວຄາວໂຮງຮຽນບ້ານໜອງ

ສະຖານະການລ່າສຸດສະພາບນໍ້າຖ້ວມທີ່ເມືອງຊົນນະບູລີ ວັນທີ 20 ຕຸລາ 2020 ນີ້ ບ້ານທີ່ໄດ້ຮັບຜົນກະທົບມີ 41 ບ້ານ ເພີ່ມຂື້ນ 1 ບ້ານ ມີ3.977 ຫຼັງຄາເຮືອນ, ມີພົນລະເມືອງ 27.437 ຄົນ ຍິງ 13.723 ຄົນ, ເນື້ອທີ່ຖືກຖ້ວມ 6,420 ເຮັກຕາ, ສວນພຶດຜັກ 176 ເຮັກຕາ, ໜອງປາ 332 ໜອງ, ຊົນລະປະທານ 9 ແຫ່ງ, ປະຕູນໍ້າ 3 ແຫ່ງ, ໂຮງຮຽນຖືກກະທົບຕ້ອງໂຈະການຮຽນມີ 18 ແຫ່ງ, ເສັ້ນທາງຖືກຖ້ວມ ແລະຕັດຂາດການສັນຈອນມີ 12 ເສັ້ນ, ບ້ານທີ່ຕ້ອງລະງັບການໃຊ້ໄຟຟ້າຊົ່ວຄາວເພື່ອຄວາມປອດໄພມີ 13 ບ້ານ, ວັດຖືກຖ້ວມມີ 13 ແຫ່ງ.

ມາໃນປັດຈຸບັນນີ້ລະດັບນໍ້າແມ່ນຍັງເພີ່ມຂື້ນຢ່າງຕໍ່ເນື່ອງ ວັດແທກໄດ້ທີ່ສະຖານີ້ບ້ານຊຽງຮົ່ມແທກໄດ້ 11,40 ແມັດ. ສ່ວນຄວາມເສຍຫາຍ ແລະລາຍລະອຽດຈະລາຍງານຕື່ມພາຍຫຼັງ.