ກີຕ້າ ສີສະຫວາດ ຫວນຄືນວົງການບານເຕະລາວໄດ້ຢ່າງໜ້າປະທັບໃຈ ລະເບີດຟອມເກັ່ງໃນຕອນນີ້

105

ກີຕ້າ ສີສະຫວາດ ກອງໜ້າຂອງ ສະໂມສອນ ກອງທັບ ເອັຟຊີ ເຊິ່ງປີນີ້ພົ້ນໂທດໄດ້ຫວນຄືນກັບມາຫຼິ້ນໃຫ້ກັບ ເມືອງຫາດ ຢູໄນເຕັດ ໃນສັນຍາຢືມຕົວ ລະເບີດຟອມເກັ່ງຢ່າງໂດດເດັ່ນໃນການແຂ່ງຂັນບານເຕະ ລາວລີກ 2 ແລະ ບານເຕະຊີງຂັນ ສຕລ ຄອນມານໂດລາ 2020 ຈົນກາຍເປັນທີ່ໜ້າຈັບຕາເປັນທີ່ສຸດ.

ກີຕ້າ ສີສະຫວາດ ເລີ່ມຕົ້ນຫຼິ້ນບານເຕະໃນລີກສູງສຸດຂອງ ສປປ ລາວ ນັບຕັ້ງແຕ່ປີ 2004 ໂດຍຫຼິ້ນໃຫ້ກັບ ກອງທັບ ເອັຟຊີ ເຊິ່ງກໍເປັນນັກເຕະຄວາມຫວັງຂອງ ກອງທັບ ເອັຟຊີ ມາຫຼາຍລະດູການ ຈົນມາເຖິງປີ 2016 ຍ້າຍໄປຫຼິ້ນໃຫ້ກັບ ມຊ ເອັຟຊີ ກ່ອນທີ່ໃນປີ 2017 ຈະຖືກຫ້າມລົງແຂ່ງຂັນເປັນໄລຍະ 2 ປີເນື່ອງຈາກຖືກລົງໂທດຈາກກໍລະນີທີ່ທໍາຮ້າຍຮ່າງກາຍກໍາມະການ.

ແຕ່ຢ່າງໃດກໍຕາມ, ຫຼ້າສຸດ ກີຕ້າ ສີສະຫວາດ ພົ້ນໂທດດັ່ງກ່າວ ແລະ ກັບມາດ້ວຍຄວາມຍິ່ງໃຫຍ່ ໂດຍຄາດບໍ່ ເນື່ອງຈາກໃນການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ລະດູການ 2020 ລົງຫຼິ້ນໃຫ້ກັບ ເມືອງຫາດ ຢູໄນເຕັດ ແລະ ພາທີມຄວ້າອັນດັບ 2.

ຫຼ້າສຸດສາມາດເຮັດແຮັດທຣິກພາ ເມືອງຫາດ ຢູໄນເຕັດ ເອົາຊະນະ ເຮັສບີທີ 641 ເອັຟຊີ 5-2 ຜ່ານເຂົ້າຮອບຮອງຊະນະເລີດໃນລາຍການບານເຕະຊີງຂັນ ສຕລ ຄອມມານໂດ 2020 ຜ່ານເຂົ້າຮອບຮອງຊະນະເລີດໄປ ເຊິ່ງກາຍເປັນທີມຈາກລີກ 2 ທີມທໍາອິດຂອງລະດູການນີ້ທີ່ຈະໄດ້ວັດຄົມກັບ ລາວໂຕໂຢຕ້າ ເອັຟຊີ ແຊັມລາວລີກ 1 ແລະ ແຊັມເກົ່າລາຍການນີ້ ໃນວັນທີ 24 ຕຸລາ 2020 ເວລາ 15:00 ໂມງທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ມາຮອດປັດຈຸບັນ ກິຕ້າ ສີສະຫວາດ ຍິງປະຕູໃຫ້ກັບ ເມືອງຫາດ ຢູໄນເຕັດ ໄປແລ້ວ 9 ປະຕູແບ່ງເປັນ ໃນລາວລີກ 2 ຈໍານວນ 3 ປະຕູ ແລະ ບານເຕະຊີງຂັນ ສຕລ ຍິງໄປແລ້ວ 6 ປະຕູ ນອກນັ້ນ ຍັງມີສ່ວນຮ່ວມກັບຫຼາຍປະຕູຂອງ ເມືອງຫາດ ຢູໄນເຕັດ ຖືເປັນການແຈ້ງເກີດທີມນ້ອງໃໝ່ໄປເລີຍກໍວ່າໄດ້ ເພາະ ກີຕ້າ ສີສະຫວາດ ກາຍເປັນຄວາມຫວັງໃນແດນໜ້າຂອງທີມໄປເປັນທີ່ຮຽບຮ້ອຍ.

ກີຕ້າ ໃຫ້ສໍາພາດກັບ ທີມຂ່າວເສດຖະກິດ-ການຄ້າ ວ່າ: ແນ່ນອນວ່າການຖືກລົງໂທດໃນ 2 ປີທີ່ຜ່ານມາເປັນໄລຍະທີ່ຍາກລໍາບາກ ເພາະບໍ່ສາມາດເຮັດໃນສິ່ງທີ່ຕົວເອງຮັກມັກໄດ້ ແຕ່ມັນກໍເຮັດໃຫ້ຕົວເອງໄດ້ມີການປັບປຸງ ແລະ ຮຽນຮູ້ຫຼາຍໆສິ່ງຫຼາຍໆຢ່າງ. ຢ່າງໃດກໍຕາມ ສິ່ງທີ່ຂ້ອຍຮັກມັກກໍຄືເຕະບານ ຈິ່ງໄດ້ຝຶກຊ້ອມເປັນປະຈໍາເຖິງວ່າຈະບໍ່ໄດ້ລົງສະໜາມກໍຕາມຕະຫຼອດໄລຍະ 2 ປີທີ່ຜ່ານມາ ຈົນມາປີນີ້ໄດ້ສິດລົງແຂ່ງຂັນ ແລະ ກໍສາມາດຮຽກຟອມໄດ້ຢ່າງໜ້າປະທັບໃຈ.

“ ຢ່າງໃດກໍຕາມ, ສິ່ງທີ່ຕ້ອງເຮັດຕໍ່ຈາກນີ້ກໍຄືການປັບປຸງຈຸດອ່ອນ ແລະ ເລັ່ງຝຶກຊ້ອມໃຫ້ຫຼາຍເທົ່າ ເພື່ອກຽມພ້ອມຮັບມືກັບ ລາວໂຕໂຢຕ້າ ເອັຟຊີ ສະໂມສອນທີ່ດີທີ່ສຸດໃນ ສປປ ລາວ ຕອນນີ້ ເຊິ່ງຈະເປັນປະສົບການ ແລະ ໂອກາດອັນສໍາຄັນ ແນ່ນອນວ່າພວກເຮົາຈະເຮັດໃຫ້ດີທີ່ສຸດ ໃນນັດດັ່ງກ່າວ ” ກີຕ້າ ສີສະຫວາດ ກ່າວ.

ສໍາລັບ ກີຕ້າ ສີສະຫວາດ ເກີດເມື່ອວັນທີ 19 ສິງຫາ 1985 ທີ່ບ້ານສິມມະໂນ ເມືອງຫາດຟອງ ນະຄອນຫຼວງວຽງຈັນ ເລີ່ມເປັນພະນັກງານຂອງ ກະຊວງປ້ອງກັນປະເທດ ( ກອງທັບ ) ກ່ອນທີ່ຈະເຂົ້າເປັນນັກເຕະຂອງ ກອງທັບ ເອັຟຊີ ໃນປີ 2004 ເຂົ້າຮ່ວມການແຂ່ງຂັນບານເຕະລີກສູງສຸດຂອງ ສປປ ລາວ ທັງລາວລີກ, ສາຍ ກ ແລະ ລາຍການອື່ນໆ.

ຂ່າວ: ຫຼ້າ; ຮູບ: ລາວລີກ 2