ເສດຖະກິດຈີນ ຈະຂະຫຍາຍຕົວ 2% ໃນປີນີ້

155

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງການເປີດເຜີຍຂອງຜູ້ວ່າການທະນາຄານ ແຫ່ງ ສປ ຈີນ ໃຫ້ຮູ້ວ່າ: ໃນປີ 2020 ເສດຖະກິດຈີນຈະຂະຫຍາຍຕົວໃນລະດັບ 2% ໂດຍໄດ້ຮັບແຮງຍູ້ຈາກການຊົມໃຊ້ພາຍໃນປະເທດ ເປັນອັດຕາການຂະຫຍາຍຕົວທີ່ຕ່ຳທີ່ສຸດໃນຮອບ 44 ປີ ແຕ່ກໍເປັນໜຶ່ງໃນບໍ່ພໍເທົ່າໃດປະເທດທີ່ມີເສດຖະກິດຂະຫຍາຍ ເນື່ອງຈາກວິກິດໂຄວິດ – 19.

ທ່ານ ອີ້ ກັງ ຜູ້ວ່າການທະນາຄານກາງ ສປ ຈີນ ( PBOC ) ກ່າວວ່າ: ຄາດຄະເນວ່າເສດຖະກິດຂອງ ສປ ຈີນຈະຂະຫຍາຍຕົວທີ່ລະດັບ 2% ໃນປີ 2020 ຫຼັງຈາກທີ່ສາມາດຄວບຄຸມພະຍາດໂຄວິດ – 19 ໄດ້ແລ້ວ ພ້ອມເຊື່ອໝັ້ນວ່າ ຄວາມຕ້ອງການຊົມໃຊ້ພາຍໃນຍັງເປັນປັດໄຈຫຼັກໃນການຂັບເຄື່ອນການຟື້ນຕົວຂອງເສດຖະກິດ ເຊິ່ງຈະເປັນຜົນດີຕໍ່ການຟື້ນຕົວເສດຖະກິດໂລກ.

ທັງນີ້, ນະໂຍບາຍການເງິນການທະນາຄານຂອງຈີນຈະມຸ່ງເນັ້ນຊ່ວຍເຫຼືອທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ໝັ້ນໃຈວ່າຄວາມຕ້ອງການຂອງພາຍໃນຈະມີບົດບາດສຳຄັນໃນການກະຕຸ້ນການເຕີບໂຕດ້ານເສດຖະກິດ. ນອກຈາກນີ້, ຜູ້ວ່າການທະນາຄານກາງ ສປ ຈີນ ຍັງກ່າວເສີມວ່າ ໃນໄລຍະ 3 ເດືອນຜ່ານມາ, ສະກຸນເງິນຢວນຂອງຈີນໄດ້ແຂງຄ່າຂຶ້ນ ເມື່ອທຽບກັບເງິນໂດລາສະຫະລັດ ເຊິ່ງ ທ່ານ ອີ້ ກັງ ລະບຸວ່າ ຄວນປ່ອຍໃຫ້ເປັນໄປຕາມກົນໄກການຕະຫຼາດ.

ດ້ານສຳນັກງານສະຖິຕິແຫ່ງຊາດຂອງ ສປ ຈີນ ເປີດເຜີຍວ່າ ( NBS ) ລາຍງານເມື່ອວັນທີ 19 ຕຸລາຜ່ານມາວ່າ: ຈີດີພີ ຂອງຈີນໃນໄຕມາດ 3 ຂອງປີນີ້ ຂະຫຍາຍຕົວ 4,9% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ເຊິ່ງເປັນການຂະຫຍາຍຕົວຕິດຕໍ່ກັນ 2 ໄຕມາດ ໂດຍໄດ້ແຮງໜູນຈາກອຸປະສົງພາຍໃນ ແລະ ຕ່າງປະເທດທີ່ເລີ່ມຟື້ນຕົວຂຶ້ນຈາກຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ – 19.