ຄະແນນນິຍົມ ໄບເດັນ ນຳ ທຣຳ

89

ສຳນັກຂ່າວ CNN ໄດ້ເປີດເຜີຍຜົນສຳຫຼວດຄວາມຄິດເຫັນຂອງຊາວອາເມຣິກາ ກ່ຽວກັບຄວາມນິຍົມຂອງປະທານາທິບໍດີ ໂດນັນ ທຣຳ ຕົວແທນຈາກພັກຣີພັບລີກັນ ແລະ ທ່ານ ໂຈ ໄບເດັນ ຜູ້ທ້າຊີງຈາກພັກເດໂມແຄຣັດ ໃນການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາ ເຊິ່ງຜົນປາກົດວ່າຄະແນນນິຍົມຂອງ ໄບເດັນ ຢູ່ທີ່ 53% ແລະ ທຣຳ ຢູ່ທີ່ 42%.

ການສຳຫຼວດຄັ້ງນີ້ເປັນການສອບຖາມເຖິງຄວາມຄິດເຫັນຂອງຜູ້ມີສິດເລືອກຕັ້ງທົ່ວປະເທດທາງໂທລະສັບ ໂດຍໄດ້ສຸ່ມເລືອກເອົາກຸ່ມຕົວຢ່າງ.

ທັງນີ້, ຂໍ້ມູນຈາກມະຫາວິທະຍາໄລ ຟໍຣີດາ ເປີດເຜີຍວ່າ: ມາຮອດວັນທີ 18 ຕຸລາຜ່ານມາ, ມີຜູ້ມີສິດເລືອກຕັ້ງຊາວອາເມຣິກາ ໄປລົງຄະແນນສຽງລ່ວງໜ້າແລ້ວປະມານ 27,9 ລ້ານຄົນ ຖືວ່າເປັນສະຖິຕິສູງສຸດເທົ່າທີ່ເຄີຍມີມາໃນການຂໍໃຊ້ສິດລົງຄະແນນສຽງລ່ວງໜ້າ.

ຢ່າງໃດກໍຕາມ, ທັງ ໂຈ ໄບເດັນ ແລະ ໂດນັນ ທຣຳ ຍັງຈະໄດ້ສະແດງວິໄສທັດໃນການໂຕ້ວາທີຮອບທີ 3 ເຊິ່ງເປັນຮອບສຸດທ້າຍໂດຍຈະຈັດຂຶ້ນໃນວັນທີ 22 ຕຸລາຈະເຖິງນີ້ ຕາມເວລາທ້ອງຖິ່ນ ທີ່ມະຫາວິທະຍາໄລ ເບລມອນ ເມືອງແນຊວີລ ລັດເທນເນສຊີ ກ່ອນຈະເຖິງວັນເລືອກຕັ້ງໃນວັນທີ 3 ພະຈິກ ຕາມເວລາສະຫະລັດອາເມຣິກາ.