ການຕະຫຼາດໂຊຊ່ຽວມີເດຍ ກັບ 7 ຂັ້ນຕອນສູ່ຄວາມສຳເລັດ

174

ຫາກທ່ານມີຄວາມຄິດທີ່ຈະປ່ຽນແປງຂອງທຸລະກິດ ນີ້ຄື 7 ຂັ້ນຕອນທີ່ເຮັດໃຫ້ທ່ານກ້າວໄປສູ່ຄວາມສຳເລັດ ໃນຕະຫຼາດໂຊຊ່ຽວມີເດຍ ເຊິ່ງທ່ານສາມາດນຳໄປປັບປຸງ ປັບໃຊ້ໃຫ້ເຂົ້າກັບທຸລະກິດຂອງທ່ານ.

  1. ວິໄຈ ແລະ ຮູ້ຈັກຜູ້ຊົມຂອງທ່ານ: ນຳ Google Analytics ເຂົ້າມາໃຊ້ ເພື່ອເບິ່ງວ່າບົດຄວາມໃດທີ່ມີປະສິດທິພາບທີ່ດີທີ່ສຸດຂອງທ່ານ

  2. ເລືອກແພຼັດຟອມໂຊຊ່ຽວມີເດຍ: ເລືອກແພຼັດຟອມທີ່ຄິດວ່າຜູ້ຄົນຈະເຂົ້າມາເຫັນເຮົາໄດ້ງ່າຍ ແລະ ສາມາດເຂົ້າເຖິງຜູ້ຄົນໄດ້ຫຼາຍທີ່ສຸດ ບໍ່ວ່າຈະເປັນ ເຟສບຸ໊ກ, ອິນສະຕາແກຣມ, ຢູທູບ ແລະ ອື່ນໆ ແຕ່ກໍຄວນມີຫຼາຍຊ່ອງທາງເພື່ອໃຫ້ມີຄົນສາມາດຮູ້ຈັກເຮົາໄດ້ຫຼາຍຂຶ້ນໃນຫຼາຍໆຊ່ອງທາງ

  1. ເລືອກ KPI ຂອງທ່ານ: ໃຊ້ເຄື່ອງມືຊີ້ວັດ KPI ແຕ່ລະຕົວຕາມຄວາມເໝາະສົມຂອງທ່ານ ເພື່ອໃຫ້ສາມາດນຳຂໍ້ມູນໄປວິເຄາະຕໍ່ໄດ້

  2. ເຮັດແຜນປະຈຳເດືອນ: ເຮັດແຜນຂອງທ່ານ ແລະ ກວດສອບໃຫ້ແນ່ໃຈທຸກໆໄຕມາດ ແລະ ປັບແຜນເທົ່າທີ່ຈຳເປັນ

  3. ຈັດການໃຫ້ບໍລິສັດເດີນໄປຕາມແຜນ: ທຸກຄົນຄວນຮັບຜິດຊອບໜ້າທີ່ຂອງຕົນເອງ ເພື່ອໃຫ້ສາມາດເດີນໄປຕາມແຜນການຕະຫຼາດໂຊຊ່ຽວມີເດຍ ທີ່ວາງໄວ້ໄດ້ສຳເລັດ

  4. ກຳນົດຕາຕະລາງເວລາໃນການໂພສ: ການທີ່ເຮົາກຳນົດເວລາໃນການໂພສຖືວ່າເປັນວິທີທີ່ດີຢ່າງໜຶ່ງ ເພາະຜູ້ຄົນຫຼິ້ນໂຊຊ່ຽວມີເດຍເປັນເວລາ ຫາກເຮົາສາມາດໂພສໄດ້ຖືກເວລາທີ່ມີຄົນເຂົ້າມາໃຊ້ງານຫຼາຍ ກໍຈະສາມາດເຫັນໂພສຂອງເຮົາເພີ່ມຫຼາຍຂຶ້ນ.

  5. ມີແອັດມິນໄວ້ຕອບລູກຄ້າ: ການທີ່ມີຄົນມາເປັນແອັດມິນຖ້າ Support ລູກຄ້າຕະຫຼອດເວລາ ທີ່ລູກຄ້າຕ້ອງການຄວາມຊ່ວຍເຫຼືອ ຫຼື ຢາກສອບຖາມຈະເຮັດໃຫ້ສາມາດຮອງຮັບລູກຄ້າໄດ້ຫຼາຍຂຶ້ນ.