ເຊັນສັນຍາໂຄງການກໍ່ສ້າງກໍາແພງ ແລະ ລະບົບຕາຂ່າຍ ນໍ້າປະປາ ຢູ່ສະໜາມຫັດແອບ ວິທະຍາຄານກົມມະດໍາ

244

ເມື່ອມໍ່ໆມານີ້ ໄດ້ມີເຊັນສັນຍາໂຄງການກໍ່ສ້າງກໍາແພງ ແລະ ລະບົບຕາຂ່າຍນໍ້າປະປາ ຢູ່ສະໜາມຫັດແອບ ວິທະຍາຄານກົມມະດໍາ ໂດຍການເປັນປະທານຂອງ ທ່ານ ພັນເອກ ວົງສັກ ສີພັນດອນ ຫົວໜ້າກົມກໍ່ສ້າງຄຸ້ມຄອງ – ຊັບສິນ ກົມໃຫຍ່ພະລາທິການກອງທັບ, ມີ ທ່ານ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວໜ້າການທະຫານວິທະຍາຄານກົມມະດໍາ, ປະທານ ບໍລິສັດ ທີເຄ; ພ້ອມດ້ວຍບັນດາຄະນະພັກ – ຄະນະບັນຊາ, ຄະນະຫ້ອງ, ບໍລິສັດ ແລະ ພາກສ່ວນວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຮ່ວມລົງນາມເຊັນສັນຍາໂຄງການກໍ່ສ້າງດັ່ງກ່າວ ລະຫວ່າງ ທ່ານ ພົນຈັດຕະວາ ບຸນຈັນ ລາດຊະວົງ ຫົວໜ້າການທະຫານວິທະຍາຄານກົມມະດໍາ    ( ເຈົ້າຂອງໂຄງການ ) ກັບປະທານ ບໍລິສັດ ທີເຄ ( T K ) ຜູ້ຮັບເໝົາໂຄງການກໍ່ສ້າງ.

ໂຄງການກໍ່ສ້າງກໍາແພງ ແລະ ລະບົບຕາຂ່າຍນໍ້າປະປາ ຢູ່ສະໜາມຫັດແອບ ວິທະຍາຄານກົມມະດໍາ ມີມູນຄ່າ 2,6 ຕື້ກວ່າກີບ ເຊິ່ງເປັນໜຶ່ງໃນໂຄງການປັບປຸງກໍ່ສ້າງພື້ນຖານໂຄງລ່າງໃນກໍາລັງປະກອບອາວຸດເຂົ້າໃນການພັດທະນາກໍ່ສ້າງກົມກອງເວົ້າລວມ, ເວົ້າສະເພາະຢູ່ວິທະຍາຄານໃຫ້ມີ ຄວາມໜ້ກແໜ້ນເຂັ້ມແຂງ ເພື່ອພັດທະນາກອງທັບໃຫ້ກ້າວເຂົ້າສູ່ແບບແຜນ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.

ໃນພິທີ ທ່ານ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວໜ້າການທະຫານວິທະຍາຄານກົມມະດໍາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງມາຍັງການນໍາກະຊວງປ້ອງກັນປະເທດ ທີ່ເຫັນໄດ້ການພັດທະນາຂອງກົມກອງ, ທາງດ້ານພື້ນຖານໂຄງລ່າງຢູ່ວິທະຍາຄານເຂົ້າໃນໂຄງການກໍ່ສ້າງ ພ້ອມທັງໄດ້ຮຽກຮ້ອງມາຍັງບໍລິສັດຜູ້ຮັບເໝົາໂຄງການກໍ່ສ້າງຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໂຄງການດັ່ງກ່າວໃຫ້ໄດ້ປະລິມານ ແລະ ຄຸນນະພາບ ແລະ ເນັ້ນໜັກໃຫ້ກົມກອງເອົາໃຈໃສ່ປົກປັກຮັກສາ ແລະ ປັບປຸງປົວແປງໃຫ້ມີຄວາມສະອາດຈົບງາມ ແລະ ນໍາໃຊ້ໄດ້ຍາວນານ.

[ ຂ່າວ: ນາງ ຕ່ວນບຸບຜາ ທິບທິດາ ]