ທະນາຄານອິນໂດຈີນ ເປີດໂຕ ຜະລິດຕະພັນບັດເຄຣດິດ ວີຊາພລາຕິນຳ

230

ທະນາຄານອິນໂດຈີນ ຮ່ວມມືກັບ ວີຊາ(Visa) ເຊິ່ງເປັນບໍລິສັດເທັກໂນໂລຍີລະດັບສາກົນໃນອຸດສາຫະກໍາການຊໍາລະເງິນ ໄດ້ຮ່ວມພິທີເປີດໂຕ ຜະລິດຕະພັນບັດເຄຣດິດ ວີຊາພລາຕິນຳ(Visa Platinum) ຂອງທະນາຄານອິນໂດຈີນ ຂຶ້ນໃນວັນທີ 15 ຕຸລາ 2020 ຜ່ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ.

ເປັນກຽດເຂົ້າຮ່ວມງານ ໂດຍ ທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ, ທ່ານ ໂອ ເຊ ຢັງ ປະທານໃຫຍ່ ທະນາຄານອິນໂດຈີນ, ທ່ານ ເຕ ຮົງ ເຮັງ ຜູ້ອຳນວຍການ ທະນາຄານອິນໂດຈີນ ພ້ອມດ້ວຍແຂກຜູ້ມີກຽດລູກຄ້າຊັ້ນໜຶ່ງຂອງທະນາຄານອິນໂດຈີນ ແລະ ພະນັກງານວິຊາ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.


ທ່ານ ນາງ ລຳມອນ ສິມມະໄລວົງ ກ່າວວ່າ: ໃນຍຸກປັດຈຸບັນ ທີ່ການດຳລົງຊີວິດຂອງພວກເຮົາໄດ້ຫັນມານຳໃຊ້ເງິນແບບດິຈິຕອນນັບມື້ນັບຫຼາຍຂຶ້ນ ບັນດາທະນາຄານຕ່າງໆ ໄດ້ມີການພັດທະນາຜະລິດຕະພັນຂອງຕົນເພື່ອໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນຍຸກໃໝ່ ກໍຄືເຮັດໃຫ້ເກີດຄວາມສະດວກ ສະບາຍ ວ່ອງໄວ ປອດໄພ ແລະ ທັນສະໄໝຫຼາຍຂຶ້ນ, ການບໍລິການ ບັດເຄຣດິດ ວີຊາພລາຕິນຳ ຂອງທະນາຄານອິນໂດຈີນນີ້ ນອກຈາກຈະເປັນການສ້າງຄວາມສະດວກຕໍ່ລູກຄ້າ ແລະ ເປັນການຂະຫຍາຍຖານລູກຄ້າແລ້ວ ກໍຍັງນັບວ່າເປັນການປະກອບສ່ວນ ພັດທະນາຕໍ່ເສດຖະກິດສັງຄົມ ຂອງ ສປປ ລາວ ອີກດ້ວຍ, ໃນໂອກາດທີ່ມີຄວາມໝາຍ ຄວາມສຳຄັນນີ້ ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ມາຍັງຄະນະຜູ້ບໍລິຫານ ແລະ ທີມງານຂອງທະນາຄານອິນໂດຈີນ ທີ່ໄດ້ພະຍາຍາມຄົ້ນຄິດ ຜະລິດຕະພັນທາງດ້ານການເງິນການທະນາຄານ ອອກໃໝ່ເລື້ອຍໆ. ທັງນີ້, ກໍເພື່ອຜົນປະໂຫຍດ ແລະ ຄວາມສະດວກຂອງລູກຄ້າ ກໍຄື ທຸກຄົນໃນສັງຄົມລາວ”


ທ່ານ ເຕ ຮົງ ເຮັງ ກ່າວວ່າ: ການເປີດໂຕ ຜະລິດຕະພັນບັດເຄຣດິດ ວີຊາພລາຕິນຳ ຂອງທະນາຄານອິນໂດຈີນພວກເຮົາ ຖືເປັນທະນາຄານທຳອິດ ແລະ ໜຶ່ງດຽວໃນ ສປປລາວ ທີ່ມີຜະລິດຕະພັນບັດເຄຣດິດ ວີຊາພລາຕິນຳ, ນີ້ເປັນບັດທຳອິດໃນຈຳນວນອີກຫຼາຍບັດທີ່ກຳລັງຈະຕາມມາ, ໃນຕົ້ນປີ 2021 ທະນາຄານອິນໂດຈີນ ມີແຜນທີ່ຈະເປີດໂຕບັດເຄຣດິດ ວີຊາຄໍາ(Visa Gold) ແລະ ບັດເຄຣດິດ ວີຊາຄຼາສສິກ (Visa Classic) ພ້ອມທັງຈະເປີດໂຕບັດເດບິດ ແລະ ເຄຼດິດຢູນຽນເພ (Union Pay)  ເພື່ອຕອບສະໜອງໃຫ້ກັບຖານລູກຄ້າກຸ່ມຕ່າງໆ ທີ່ສຳຄັນແມ່ນຕ້ອງຮັບປະກັນໃຫ້ລູກຄ້າຂອງພວກເຮົາ ໃຫ້ໄດ້ຮັບຄວາມເພິ່ງພໍໃຈຢ່າງດີທີ່ສຸດ.


ທັງນີ້, ບັດເຄຣດິດ ວີຊາພລາຕິນຳ ຂອງທະນາຄານອິນໂດຈີນ ແມ່ນຖືກອອກແບບມາເພື່ອໃຫ້ຜູ້ຊົມໃຊ້ ມີທາງເລືອກໃນການ ໃຊ້ຊິວິດໃຫ້ສະດວກສະບາຍເໝາະສົມກັບຄວາມຕ້ອງການຕາມຮູບແບບການໃຊ້ຊີວິດປະຊາຊົນລາວ ແລະ ຜູ້ດຳລົງຊີວິດຢູ່ລາວທີ່ເປັນລູກຄ້າຊັ້ນໜຶ່ງຂອງທະນາຄານອິນໂດຈີນ ແມ່ນມີສິດ ແລະ ເໝາະສົມໃນການສະເໜີເອົາບັດເຄຣດິດ ວີຊາພລາຕິນຳ ແລະ ເພື່ອມອບສິດທິພິເສດໃຫ້ແກ່ຜູ້ນຳໃຊ້ບັດໃນຊ່ວງເປີດໂຕນີ້ ທະນາຄານຍັງໄດ້ຍົກເວັ້ນຄ່າສະໝັກ, ຄ່າທຳນຽມປະຈຳປີສຳລັບປີທຳອິດໃນການນຳໃຊ້ບັດ. ທັງນີ້, ຜູ້ຖືບັດສາມາດໃຊ້ບໍລິການເຈົ້າໜ້າທີ່ອຳນວຍຄວາມສະດວກໄດ້ທົ່ວໂລກ ເຊິ່ງພວກເຂົາສາມາດຊ່ວຍໃນການວາງແຜນທ່ອງທ່ຽວ, ຈອງຫ້ອງພັກ, ຈອງຮ້ານອາຫານຊື່ດັງ ແລະ ຍັງຈອງລົດຮັບສົ່ງຈາກສະໜາມບິນໄດ້ອີກ.


ບັດວີຊາພລາຕິນຳໄດ້ມາພ້ອມກັບປະກັນໄພອຸປະຕິເຫດການເດີນທາງ ວົງເງິນສູງສຸດເຖິງ 500.000 ໂດລາ ຟຣີ ເຊິ່ງຄອບຄຸມເຖິງອຸບັດຕິເຫດ ການເສຍຊີວິດ ແລະ ພິການ, ນອກຈາກນີ້ຍັງ ຮັບປະກັນສິນຄ້າເພີ່ມອີກ 12 ເດືອນ ເມື່ອຊື້ຜະລິດຕະພັນນັ້ນໆດ້ວຍບັດເຄຣດິດ ວີຊາພລາຕິນຳ ຂອງທະນາຄານອິນໂດຈີນ.

ນອກຈາກນີ້ ຜູ້ຖືບັດຍັງຈະໄດ້ຮັບການຊົດເຊີຍໃນການຫຼ້າຊ້າຈາກເດີນທາງທຸກໆ 1 ຊົ່ວໂມງ ແລະ ຄວາມຫຼ້າຊ້າຂອງກະເປົ່າເດີນທາງສູງສຸດເຖິງ 12 ຊົ່ວໂມງ ແລະ ບັດເຄຣດິດ ວີຊາພລາຕິນຳ ເປັນອີກບາດກ້າວໜຶ່ງຂອງສັງຄົມບໍ່ໃຊ້ເງິນສົດ, ທະນາຄານແຫ່ງ ສປປ ລາວ ຍັງໄດ້ມຸ່ງເນັ້ນໃນການພັດທະນາໂຄງສ້າງໄອທີເປັນສູນກາງ ເພື່ອສະໜັບສະໜຸນຄວາມສະດວກສະບາຍທາງການເງິນ ແລະ ລາຍການອື່ນໆໃນຂົງເຂດທົ່ວປະເທດ.