ເຕັກນິກການເລືອກ ຜັກສົດ ແນວໃດໃຫ້ໜ້າກິນ

121

ຜັກສົດເປັນສິ່ງທີ່ດີຕໍ່ສຸຂະພາບ ແລະ ຮ່າງກາຍ ແຕ່ເວລາທີ່ເຮົາຊື້ຜັກສົດ ຖ້າຫາກບໍ່ຮູ້ວິທີການເລືອກ ກໍ່ອາດຈະເຮັດໃຫ້ເຮົາໄດ້ຜັກທີ່ບໍ່ແຊບມາກໍ່ໄດ້ ເພາະຜັກແຕ່ລະຊະນິດມີວິທີເບິ່ງທີ່ແຕກຕ່າງກັນ ການທີ່ຈະໄດ້ຜັກທີ່ສົດ ສະອາດ ແຊບ ມີເຕັກນິກການເລືອກດັ່ງນີ້:

1 ການເລືອກຊື້ຜັກກາດນາ ບໍ່ຄວນເລືອກທີ່ມີກ້ານແກ່ເກີນໄປຫຼາຍ ວິທີການສັ່ງເກດຜັກກາດນາວ່າແກ່ ຫຼື ບໍ່ ໃຫ້ເບິ່ງບ່ອນຮອຍຕັດບໍລິເວນໂຄນຕົ້ນ ຊຶ່ງເຮົາຈະສາມາດແນມເສັ້ນສີຂາວນ້ອຍໆ ຊຶ່ງເປັນຜັທີ່ແກ່ຫຼາຍເທົ່າໃດ້ເສັ້ນທີ່ເວົ້າມານັ້ນຈະໃຫຍ່ຂຶ້ນເທົົ່ານັ້້ນ.

2 ການເລືອກຊື້ກະລ່ຳ ໃຫ້ເລືອກຫົວທີ່ນ້ຳໜັກບໍ່ເບົາຈົນເກີນໄປ ແລະ ບໍ່ໜັກຈົນເກີນໄປ ໃບກອບ ບໍ່ຫ່ຽວ ເລືອກຫົວທີ່ມີສີຂຽວໃສ ບໍ່ມີຮອຍຊ້ຳ ຫຼື ເນົ່າເສຍ ແຕ່ຫາກມີຮອຍໜອນເຈາະພຽງໃບທີ່ຢູ່ກໍ່ໃຫ້ເດັອອກ.

3 ການເລືອກຊື້ໝາກແຕງ ຄວນເລືອກໝາກທີ່ຣຽວ ແລະ ຂຽວຢູ່ ເພາະໜ່ວຍທີ່ຍັງຂຽວຄືໜ່ວຍອ່ອນ ຖ້າຜິວຂອງໝາກແຕງເລີ່ມແກ່ແລ້ວ ແລະ ຄວນເລືອກໜ່ວຍທີ່ບໍ່ລີ້ບຈົນເກີນໄປ ເພາະຈະມີລົດຊາດທີ່ຂົມໄດ້ ນອກຈາກນີ້ແລ້ວ ຄວນເລືອກໜ່ວຍທີ່ມີຜິວຂຸຂະແນ່ ເພາະມັນບົ່ງບອກເຖິງຄວາມສົດຂອງໝາກແຕງ ສ່ວນໜ່ວຍທີ່ມົນໆ ຕຸ້ຍໆ ຜິວອອກຂາວ ຊີ້ນຈະໜຽວ ແລະ ມີ ເມັດຂ້ອນຂ້າງໃຫຍ່ ກິນບໍ່ແຊບ.

4 ການເລືອກຊື້ໝາກເຂືອ ເລືອກໜ່ວຍທີ່ມີຂວັ້ນຕິດແໜ້ນ ບໍ່ຫ່ຽວ ໜ່ວຍອາດຈະນ້ອຍຍາວ ແຕກຕ່າງກັນໄປ ແລ້ວແຕ່ສາຍພັນຂອງໝາກເຂືອ ເບິ່ງຂວັ້ນ ຖ້າມີລັກສະນະແປລຽບຕິດກັບໝາກ ບໍ່ຄວນເລືອກຊື້ເພາະໝາຍເຖິງຜົນຈະເລີ່ມຫ່ຽວແລ້ວ.