ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນໃນວັນທີ 27 ຕຸລານີ້

193

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄຂຂຶ້ນໃນວັນທີ 27 ຕຸລານີ້ ຈະດຳເນີນເປັນເວລາ 16 ວັນ ໂດຍຈະໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ.


ໃນວັນທີ 20 ຕຸລາ 2020  ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສຳຮອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຕໍ່ສື່ມວນຊົນທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດວ່າ: ຂ້າພະເຈົ້າ ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີ ແລະຖືເປັນກຽດແຈ້ງມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດຮັບຊາບ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ດັ່ງນີ້:


ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນອັງຄານ ວັນທີ 27 ຕຸລາ ແລະ ຈະດໍາເນີນໄປເຖິງວັນອັງຄານ ວັນທີ 17 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6) ນະຄອນຫຼວງວຽງຈັນ ຊຶ່ງຈະໃຊ້ເວລາດຳເນີນ ກອງປະຊຸມທັງໝົດ 16 ວັນ (ບໍ່ລວມວັນພັກລັດຖະການ).ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕ່າງໆ ດັ່ງນີ້:


1.ພາກລາຍງານຂອງລັດຖະບານ: 1) ພິຈາລະນາ, ຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະແຜນການ ປະຈຳປີ 2021; 2) ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020 ແລະແຜນການປະຈໍາປີ 2021; 3) ທາບທາມຮ່າງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ແຜນງົບປະມານແຫ່ງລັດ 5 ປີ (2016-2020); ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025); 4) ພິຈາລະນາ, ຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ.

ກອງປະຊຸມໄລຍະຜ່ານມາ

2.ພາກລາຍງານຂອງອົງການກວດສອບແຫ່ງລັດ: 1) ພິຈາລະນາ, ຮັບຮອງບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການປະຈຳປີ 2020 ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ແຜນການປະຈຳປີ 2021; 2) ພິຈາລະນາ, ຮັບຮອງບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019.

3.ພາກລາຍງານຂອງອົງການກວດກາລັດຖະບານ: ພິຈາລະນາ, ຮັບຮອງບົດລາຍງານການກວດກາຕາມຜົນການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງອົງການກວດກາລັດຖະບານ.

ກອງປະຊຸມໄລຍະຜ່ານມາ

4.ພາກລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ: 1) ພິຈາລະນາ, ຮັບຮອງບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2020 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ແຜນການປະຈຳປີ 2021; 2) ພິຈາລະນາ, ຮັບຮອງບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2020 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ແຜນການ ປະຈຳປີ 2021.

5.ພາກລາຍງານຂອງສະພາແຫ່ງຊາດ: 1) ພິຈາລະນາ, ຮັບຮອງບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2016-2020), ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2020 ແລະ ແຜນການ ປະຈຳປີ 2021; 2) ທາບທາມຮ່າງທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX.

ກອງປະຊຸມໄລຍະຜ່ານມາ

6.ພາກລາຍງານການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ: 1) ພິຈາລະນາ, ຮັບຮອງບົດລາຍງານຜົນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ທີ່ຕິດພັນກັບການແກ້ໄຂຜົນການກວດສອບ ແລະ ຜົນການກວດກາ ໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງ ແລະການຈັດເກັບລາຍຮັບ; 2) ພິຈາລະນາ, ຮັບຮອງບົດລາຍງານຜົນການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການຄຸ້ມຄອງ, ການບໍລິການໃນຮ້ານບັນເທິງ ແລະ ຮ້ານກິນດື່ມ.

7.ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 5 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 4 ສະບັບ; ຮ່າງກົດໝາຍວ່າດ້ວຍຊັ້ນນັກການທູດ; ຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ; ຮ່າງກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ; ຮ່າງກົດໝາຍວ່າດ້ວຍການສຶກສາຊັ້ນສູງ ແລະ ກົດໝາຍປັບປຸງ 1 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ.