ລາວ ບໍ່ພົບຜູ້ຕິດເຊື້ອໃໝ່, ຂະນະທີ່ຜູ້ເດີນທາງເຂົ້າມາ ຜ່ານຈຸດຕ່າງໆ 1.772 ຄົນ

123

ວັນທີ 19 ຕຸລາ 2020 ມີຜູ້ເດີນທາງເຂົ້າມາ ສປປ ລາວ ຜ່ານຈຸດຕ່າງໆ 1.772 ຄົນ ພ້ອມນີ້ຍັງມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ພາຍໃນທົ່ວປະເທດ 35 ສູນ.

ໃນວັນທີ 20 ຕຸລາ 2020 ທີ່ ກະຊວງສາທາລະນະສຸກ, ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານສະພາບຂອງພະຍາດໂຄວິດ-19 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 19 ຕຸລາ 2020 ໄດ້ມີຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ໃນທົ່ວປະເທດ ທັງໝົດ 1.772 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 759 ຄົນ (ແຮງງານລາວກັບມາແຕ່ໄທ 141 ຄົນ); ຈຸດຜ່ານດ່ານ ລາວ-ຈີນ 101 ຄົນ, ໃນນັ້ນ ແຮງງານລາວ 1 ຄົນ, ແຮງງານຈີນ 73 ຄົນ ຜ່ານດ່ານບໍ່ເຕັນ, ແຂວງຫຼວງນ້ຳທາ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ-ຫວຽດນາມ 518 ຄົນ ເຊິ່ງເຂົ້າມາໂດຍຖືກອະນຸຍາດ ຈາກຄະນະສະເພາະກິດ, ໃນນັ້ນ ມີນັກສຶກສາ 22 ຄົນ, ແຮງງານຫວຽດນາມ 103 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ເຊິ່ງສ່ວນຫຼາຍ ແມ່ນເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ; ຈຸດຜ່ານດ່ານ ລາວ-ກຳປູເຈຍ ທັງໝົດ 1 ຄົນ (ຄົນລາວ 1 ຄົນ); ເດີນທາງຜ່ານດ່ານ ລາວ-ມຽນມ້າ ແມ່ນບໍ່ມີຜູ້ເດີນທາງ; ເດີນທາງຜ່ານ ສະໜາມບິນສາກົນວັດໄຕ ທັງໝົດ 393 ຄົນ (ຄົນຈີນ 265 ຄົນ, ລາວ 57 ຄົນ, ຕ່າງປະເທດ 71 ຄົນ); ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ຈາກການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ, ປະຈຸບັນ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ມີ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.471 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານຍັງໄດ້ກ່າວຕື່ມວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 19 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 332 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 130 ຕົວຢ່າງ, ແຮງງານຈີນ 555 ຕົວຢ່າງ, ແຮງງານຫວຽດນາມ 80 ຕົວຢ່າງ, ແຮງງານລາວມາແຕ່ຈີນ 7 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 58 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 1 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 19 ຕຸລາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 19 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 61.396 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ ປະຈຸບັນ, ຄົນເຈັບກໍລະນີທີ 23 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ ແລະ ບໍ່ມີອາການຜິດປົກກະຕິຫຍັງ.

ເຖິງຢ່າງໃດກໍ່ຕາມ ອີງໃສ່ສະພາບການລະບາດໃນທົ່ວໂລກ ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງພາກັນເອົາໃຈໃສ່ສືບຕໍ່ປະຕິບັດ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 1049/ຫສນຍ, ລົງວັນທີ 30 ກັນຍາ 2020 ຢ່າງຖືກຕ້ອງ ແລະ ເຄັ່ງຄັດ; ສຳລັບຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ແມ່ນໃຫ້ສຶກສາ ຄຳແນະນຳທີ່ຄະນະສະເພາະກິດໄດ້ວາງອອກ, ສະບັບເລກທີ 3053/ສພກ, ລົງວັນທີ 14 ຕຸລາ 2020. ພ້ອມດຽວກັນນັ້ນ ກໍ່ສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອຫຼຸດຜ່ອນ ແລະ ສະກັດກັ້ນການລະບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ