ເຊັນສັນຍາໂຄງການກໍ່ສ້າງກໍາແພງ ແລະ ລະບົບຕາຂ່າຍນໍ້າປະປາ ຢູ່ສະຫມາມຫັດແອບ ວິທະຍາຄານກົມມະດໍາ

193

ໃນວັນທີ15ຕຸລາຜ່ານມາ ໄດ້ມີພິທີເຊັນສັນຍາໂຄງການກໍ່ສ້າງກໍາແພງ ແລະ ລະບົບ ຕາຂ່າຍ ນໍ້າປະປາ ຢູ່ສະຫມາມຫັດແອບ ວິທະຍາຄານກົມມະດໍາ ໂດຍການ ເປັນປະທານ ຂອງ ທ່ານ ພັນເອກ ວົງສັກ ສີພັນດອນ ຫົວຫນ້າກົມກໍ່ສ້າງ ຄຸມຄອງ-ຊັບສິນ ກົມໃຫຍ່ພະລາທິການກອງທັບ, ມີ ທ່ານ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວຫນ້າການທະຫານ ວິທະຍາຄານກົມມະດໍາ , ປະທານບໍລິສັດທີເຄ; ພ້ອມດ້ວຍ ບັນດາຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ບໍລິສັດ ແລະ ພາກສ່ວນວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.


ຮ່ວມລົງນາມເຊັນສັນຍາໂຄງການກໍ່ສ້າງດັ່ງກ່າວລະຫວ່າງ ທ່ານ ພົນຈັດຕະວາ ບຸນຈັນ ລາດຊະວົງ ຫົວຫນ້າການທະຫານ ວິທະຍາຄານກົມມະດໍາ ( ເຈົ້າຂອງໂຄງການ ) ກັບປະທານບໍລິສັດທີເຄ ( T K ) ຜູ້ຮັບເຫມົາໂຄງການກໍ່ສ້າງ.


ໂຄງການກໍ່ສ້າງກໍາແພງ ແລະ ລະບົບຕາຂ່າຍ ນ້ໍາປະປາ ຢູ່ສະຫມາມຫັດແອບ ວິທະຍາຄານກົມມະດໍາ ມີມູນຄ່າ2,6 ຕື້ກວ່າກີບ ເຊິ່ງເປັນໜຶ່ງໃນໂຄງການປັບປຸງກໍ່ສ້າງພື້ນຖານໂຄງລ່າງໃນກໍາລັງ ປະກອບອາວຸດເຂົ້າໃນການພັດທະນາກໍ່ສ້າງກົມກອງເວົ້າລວມ ເວົ້າສະເພາະ ຢູ່ ວິທະຍາຄານ ໃຫ້ມີຄວາມຫນັກແຫນ້ນ ເຂັ້ມແຂງ ເພື່ອພັດທະນາກອງທັບໃຫ້ກ້າວເຂົ້າສູ່ແບບແຜນ ແລະ ທັນສະ ໄຫມ ຂຶ້ນໄປເລື່ອຍໆ.

.


ໃນພິທີ ທ່ານ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວຫນ້າການທະຫານ ວິທະຍາຄານກົມມະດໍາ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ມາຍັງການນໍາກະຊວງປ້ອງກັນປະເທດ ທີ່ເຫັນໄດ້ການພັດທະນາຂອງກົມກອງ, ທາງດ້ານພື້ນຖານໂຄງລ່າງ ຢູ່ວິທະຍາຄານ ເຂົ້າໃນໂຄງການກໍ່ສ້າງ.

ພ້ອມທັງໄດ້ຮຽກຮ້ອງ ມາຍັງບໍລິສັດຜູ້ຮັບ ເຫມົາໂຄງການກໍ່ສ້າງ ຈົ່ງຍົກສູງ ຄວາມຮັບຜິດຊອບ ຕໍ່ໂຄງການດັ່ງກ່າວ ໃຫ້ໄດ້ປະລິມານ ແລະ ຄຸນນະພາບ ແລະ ເນັ້ນຫນັກໃຫ້ກົມກອງເອົາໃຈໃສ່ປົກປັກຮັກສາ ແລະ ປັບປຸງປົວແປງໃຫ້ມີຄວາມສະ ອາດຈົບງາມ ແລະ ນໍາໃຊ້ໄດ້ຍາວນານ.

ຂຽນໂດຍ+ພາບ: ນາງ ຕ່ວນບຸບຜາ ທິບທິດາ